leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າຄະນະຜູ້ແທນ, ທ່ານພົນໂທ ເຈິ່ນກວກຕໍ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ ແລະຄວາມຂອບໃຈຢ່າງເລິກເຊິ່ງຂອງທ່ານພົນໂທ ເລືອງຕາມກວາງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ມາຍັງທ່ານ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົບກຽດ ກໍ່ຄືສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ຄະນະຜູ້ແທນກະຊວງຕໍາຫຼວດຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍະກໍາຂ້າມຊາດ ຄັ້ງທີ 18 ຜ່ານມາຢູ່ລາວ ສໍາເລັດຜົນ.

leftcenterrightdel
ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບທ່ານພົນໂທ ເຈິ່ນກວກຕໍ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງລັດຖະມົນຕີ ເຈິ່ນກວກຕໍ ຢືນຢັນວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ການພົວພັນສະໜິດຕິດພັນລະຫວ່າງສອງຊາດໄດ້ຮັບການສ້າງຕັ້ງ ແລະຝຶກຝົນຫຼໍ່ຫຼອມມາຫຼາຍປີໃນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດ. ທ່ານ ເຈິ່ນກວາຕໍ ກໍ່ເນັ້ນໜັກບົດບາດສຳຄັນພິເສດຂອງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ໃນຂົງເຂດຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພໃນທົ່ວສັງຄົມ.

ສ່ວນທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ  ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະກະຊວງປ້ອງກັນຄວາມສະຫງົບລາວ-ກະຊວງຕໍາຫຼວດຫວຽດນາມ ເວົ້າສະເພາະ, ພິເສດແມ່ນການໜູນຊ່ວຍອັນໃຫຍ່ຫຼວງຂອງກະຊວງຕໍາຫຼວດຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການ ແລະການຮ່ວມມືບໍາລຸງສ້າງດ້ານການເມືອງໃຫ້ກໍາລັງຕໍາຫຼວດປະຊາຊົນລາວ ໃນໄລຍະຜ່ານມາ. ທ່ານ ວິໄລ ຫຼ້າຄຳຟອງ ສະເໜີກໍາລັງຕໍາຫຼວດຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ສືບຕໍ່ຍູ້ແຮງການຮ່ວມມືຮອບດ້ານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ໂດຍ: ໄຊນີດາ