leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ບົດລາຍງານປະຈຳປີກ່ຽວກັບດັດຊະນີສິດອຳນາດອາຊີ 2024 ໂດຍສະຖາບັນຄົ້ນຄວ້າ Lowy, ອົດສະຕາລີ ຫາກໍ່ປະກາດຊີ້ໃຫ້ເຫັນວ່າ, ຫວຽດນາມ ຢືນອັນດັບທີ 12 ໃນຈຳນວນ 27 ປະເທດ ແລະເຂດແຄ້ວນທີ່ໄດ້ຈັດເຂົ້າອັນດັບ. ຕາມນັ້ນແລ້ວ, ກຳລັງແຮງສັງລວມຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ປີ 2023, ສ້າງຜົນສະທ້ອນໃນພາກພື້ນຫຼາຍກວ່າເມື່ອທຽບໃສ່ການຄາດຄະເນ. ການວັດແທກດັດຊະນີສິດອຳນາດນີ້ໂດຍອີງໃສ່ 8 ມາດຕະຖານ: ກຳລັງຄວາມສາມາດດ້ານເສດຖະກິດ, ກຳລັງຄວາມສາມາດດ້ານການທະຫານ, ຄວາມສາມາດຟື້ນຟູ, ແຫຼ່ງກຳລັງໃນອະນາຄົດ, ການພົວພັນດ້ານເສດຖະກິດ, ເຄືອຂ່າຍປ້ອງກັນຊາດ, ຜົນສະທ້ອນດ້ານການທູດ ແລະຜົນສະທ້ອນດ້ານວັດທະນະທຳ.

ຕາມທ່ານນາງ Susannah Patton, ຫົວໜ້າໂຄງການອາຊີຕາເວັນອອກສ່ຽງໃຕ້ຂອງສະຖາບັນ Lowy, ຫົວໜ້າໂຄງການດັດຊະນີສິດອຳນາດອາຊີ ແລ້ວ, ການດັດປັບຫຼາຍທີ່ສຸດຂອງຫວຽດນາມ ໃນປີນີ້ແມ່ນການສົ່ງຜົນສະທ້ອນດ້ານການທູດ ແລະວັດທະນະທຳ. ນອກຈາກຂົງເຂດການທູດແລ້ວ, ທ່ານນາງກໍ່ເນັ້ນໜັກວ່າ, ຫວຽດນາມ ໄດ້ປັບປຸງຄະແນນກ່ຽວກັບການພົວພັນດ້ານເສດຖະກິດ, ພວມກາຍເປັນປະເທດມີພື້ນຖານເສດຖະກິດເຊື່ອມຕໍ່, ສາມາດເຊື່ອມຕໍ່ລະຫວ່າງອາເມລິກາ ແລະຈີນ. ເມື່ອທຽບໃສ່ຫຼາຍປະເທດຢູ່ພາກພື້ນ, ຫວຽດນາມ ມີລະດັບເຂົ້າຮ່ວມເສດຖະກິດກັບອາເມລິກາ ແລະຈີນ ໂດຍມີຄວາມດຸ່ນດ່ຽງກວ່າ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ