ທີ່ການເຂົ້າຢ້ຽມຂໍ່ານັບ, ສອງຝ່າຍສືບຕໍ່ຢືນຢັນຄວາມປາດຖະໜາຢາກປັບປຸງ ແລະຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງທັບ ຫວຽດນາມ-ລາວ. ໃນຂົງເຂດປ້ອງກັນຊາດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຜັນຂະຫຍາຍເນື້ອໃນທີ່ກະຊວງປ້ອງກັນປະເທດສອງປະເທດ ອະນຸມັດຜ່ານໃນແຜນການຮ່ວມມືປີ 2024.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: ກຽນຮ້ຽບ-ກ່ຽວຈີງ

ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ແຈ້ງໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮັບຊາບກ່ຽວກັບເນື້ອໃນທີ່ໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບກັບທ່ານພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ທີ່ການເຮັດວຽກໃນຕອນເຊົ້າວັນທີ 9 ຕຸລາ, ໃນນັ້ນມີເນື້ອໃນກ່ຽວກັບວຽກງານກະກຽມຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ຢູ່ແຂວງເຊີນລາ (ຫວຽດນາມ) ແລະແຂວງຫົວພັນ (ລາວ) ແຕ່ວັນທີ 22-23 ຕຸລາ.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍ້ອງຍໍຊົມເຊີຍອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດສອງປະເທດທີ່ໄດ້ເປັນເຈົ້າການກະກຽມ, ພ້ອມແລ້ວທີ່ຈະຈັດຕັ້ງເຫດການຕ່າງໆ; ກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບກວດກາ ແລະກວດຜ່ານລາຍການຕ່າງໆ ໃນວັນທີ 21 ຕຸລາ ເພື່ອຮັບປະກັນການເຄື່ອນໄຫວໄດ້ດຳເນີນໄປຕາມແຜນການ.

leftcenterrightdel
ບັນຍາກາດທີ່ການເຂົ້າຢ້ຽມຂໍ່ານັບ. ພາບ: ກຽນຮ້ຽບ-ກ່ຽວຈີງ

ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ໄດ້ແລກປ່ຽນກ່ຽວກັບການເຄື່ອນໄຫວສໍາຄັນທີ່ຈະຜັນຂະຫຍາຍໃນໄລຍະຈະມາເຖິງ, ລວມມີ: ການພົບປະປະຈຳປີລະຫວ່າງສາມລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກຳປູເຈຍ ແລະບັນດາການເຄື່ອນໄຫວທີ່ກ່ຽວຂ້ອງຢູ່ກຳປູເຈຍ ໃນເດືອນພະຈິກ... ພ້ອມທັງສະເໜີໃຫ້ຝ່າຍລາວ ສືບຕໍ່ໜູນຊ່ວຍການປະຕິບັດເນື້ອໃນການຮ່ວມມືຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ກັບບັນດາອົງການຂອງລັດຖະບານ ແລະກະຊວງປ້ອງກັນປະເທດລາວ, ໃນນັ້ນມີບັນຫາການຫັນເປັນດີຈີຕອນ.

ໂດຍ: ເຈິ່ນຮວ່ຽນ