ທີ່ການເຮັດວຽກ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພັນເອກພິເສດ Jiangbo ໄດ້ແລກປ່ຽນກ່ຽວກັບວຽກງານກະກຽມຕ້ອນຮັບຄະນະການນໍາຄະນະພັກການທະຫານສູນກາງຈີນ ມາຢ້ຽມຢາມຫວຽດນາມ ແລະຄະນະການນໍາຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມຈີນ ໃນໄລຍະຈະມາເຖິງ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ແລະບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈະສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຈີນ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມຂອງຄະນະການນໍາຄະນະພັກການທະຫານສູນກາງຈີນ ຢ່າງລອບຄອບຖີ່ຖ້ວນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລກປ່ຽນກັບທ່ານພັນເອກພິເສດ Jiangbo ທີ່ປຶກສາທູດປ້ອງກັນຊາດຈີນ ປະຈໍາ ຫວຽດນາມ. ພາບ: ແອັງຫວູ໋

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ຈີນ ໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ສຸມໃສ່ເຂົ້າບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການຮ່ວມມືໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນສອງປະເທດ, ການເຈລະຈານະໂຍບາຍປ້ອງກັນຊາດ...

ສ່ວນທ່ານພັນເອກພິເສດ Jiangbo ສະແດງຄວາມຂອບໃຈຕໍ່ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະແລກປ່ຽນ, ເຫັນດີເປັນເອກະພາບຕໍ່ຮ່າງລາຍການເຮັດວຽກ ແລະເນື້ອໃນການເຮັດວຽກຂອງການຢ້ຽມຢາມສຳຄັນດັ່ງກ່າວ; ຢືນຢັນຈະມານະພະຍາຍາມສົມທົບຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ເພື່ອໃຫ້ການຢ້ຽມຢາມທັງສອງດໍາເນີນປະສົບຜົນສຳເລັດຢ່າງຈົບງາມ.

ໂດຍ: ເຈິ່ນຮວ່ຽນ