ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຕີລາຄາວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ສິງກະໂປ ໃນໄລຍະຜ່ານມາໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ຮັກສາກົນໄກເຈລະຈາຢ່າງມີປະສິດທິຜົນ. ທ່ານພົນໂທ ຮວ່າງຊວນຈຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ທ່ານພັນເອກ Low Teck Loong ສືບຕໍ່ຜັນຂະຫຍາຍວຽກງານສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ, ຊຸກຍູ້ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດສິງກະໂປ; ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະຈັດສົ່ງຄະນະເຂົ້າຮ່ວມບັນດາກອງປະຊຸມ, ກອງປະຊຸມສໍາມະນາ, ເວທີປາໄສໂດຍຝ່າຍສິງກະໂປຈັດຕັ້ງ; ເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ທ່ານພັນເອກ Low Teck Loong ປະຕິບັດໜ້າທີ່ການທູດຢູ່ຫວຽດນາມ ປະສົບຜົນສຳເລັດ.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈຽນ ແລກປ່ຽນກັບທ່ານພັນເອກ Low Teck Loong. ພາບ: ຮວ່າງຫວູ້

ສ່ວນທ່ານພັນເອກ Low Teck Loong ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງກະຊວງປ້ອງກັນປະເທດສິງກະໂປ ແລະກະຊວງປ້ອງກັນປະເທດຫວຽດນາມ ໃນໄລຍະຜ່ານມາ; ຢັ້ງຢືນວ່າໃນຖານະຕຳແໜ່ງຂອງຕົນ, ທ່ານຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ໂດຍ: ໄຊຍະຄານ ວາທີ