ວັນທີ 15 ຕຸລາ, ສະຫະພາບເອີລົບ (ອີຢູ) ໄດ້ເປີດໜ້າປະຫວັດສາດທຳອິດກັບ ອານບານີ, ສ້າງຂີດໝາຍສຳຄັນໃນບັນດາການເຈລະຈາເຂົ້າເປັນສະມາຊິກອີຢູຂອງປະເທດນີ້. ຫຼັກໝາຍນີ້ໄດ້ມີຂຶ້ນພາຍຫຼັງກອງປະຊຸມຄັ້ງທີ 2 ລະຫວ່າງ ອີຢູ ແລະອານບານີ ທີ່ຈັດຂຶ້ນຢູ່ Luxembourg.

ພາຍຫຼັງກອງປະຊຸມ, ທ່ານ Peter Szijjarto, ລັດຖະມົນຕີການຕ່າງປະເທດ ຮຸງກາຣີ ປະເທດພວມດຳລົງຕຳແໜ່ງປະທານອີຢູ, ທ່ານ Oliver Varhelyi, ຄະນະກຳມະການເອີລົບ ຮັບຜິດຊອບການເປີດກວ້າງ ອີຢູ ແລະການພົວພັນຂອງ ອີຢູ ກັບປະເທດບ້ານໃກ້ເຮືອນຄຽງ ແລະທ່ານ Edi Rama, ນາຍົກລັດຖະມົນຕີ ອານບານີ ໄດ້ຈັດກອງປະຊຸມຖະແຫຼງຂ່າວຮ່ວມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ Peter Szijjarto ໃຫ້ຮູ້ວ່າ, ຂໍ້ຕົກລົງເປີດໜ້າປະຫວັດສາດທຳອິດກັບ ອານບານີ ແມ່ນເຫດການມີລັກສະນະປະຫວັດສາດ, ຄິດໄລ່ເຖິງເລື່ອງບັນດາການເຈລະຈາເຂົ້າເປັນສະມາຊິກທີ່ໄດ້ປຸກລະດົມ ເພື່ອຮັບປະກັນໃຫ້ ອານບານີ ເຂົ້າເປັນສະມາຊິກຂອງສະຫະພາບເອີລົບ ຍິ່ງໄວກໍ່ຍິ່ງດີ. ທ່ານ ກໍ່ເຕື້ອງເຖິງການສະໜັບສະໜູນຢ່າງແຮງຂອງ ຮຸງກາຣີ ຕໍ່ເລື່ອງເປີດກວ້າງອີຢູ ແລະຄວາມຕ້ອງການເປີດກວ້າງສະມາຊິກໃໝ່ຕື່ມອີກເພື່ອແນໃສ່ຟື້ນຟູກຸ່ມ.

ແຫຼ່ງຄັດຈາກ: vovworld.vn