ຄະນະໄດ້ຮັບຟັງການແນະນຳກ່ຽວກັບມູນເຊື້ອຂອງກອງພົນນ້ອຍຕີພິເສດເຄື່ອນທີ່ ຂຶ້ນກັບກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ; ຮັບຊົມການສະແດງດ້ານເຕັກນິກ ແລະຍຸດທະວິທີຕີພິເສດດ້ວຍການເຂົ້າຮ່ວມຂອງພະນັກງານ, ນັກຮົບ ແລະພາຫະນະຫຼາຍຄັນ. ທ່ານພົນຈັດຕະວາ Noel Ochoa, ຜູ້ບັນຊາການກໍາລັງຕີພິເສດ ໄດ້ແຈ້ງໃຫ້ທ່ານພົນໂທ ຈິ້ງວັນກວຽດ ພ້ອມດ້ວຍຄະນະພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຮັບຊາບກ່ຽວກັບໝາກຜົນການຝຶກແອບ, ກຽມພ້ອມສູ້ຮົບ ເພື່ອປົກປັກຮັກສາປະເທດຊາດຂອງກໍາລັງຕີພິເສດກູບາ ເວົ້າລວມ, ກອງພົນນ້ອຍຕີພິເສດເຄື່ອນທີ່ເວົ້າສະເພາະໃນໄລຍະຜ່ານມາ. ພິເສດ, ໃນໄລຍະເກືອບ 40 ປີແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ (1987-2024), ກອງພົນນ້ອຍໄດ້ຮັບຫຼາຍລາງວັນອັນສູງສົ່ງຈາກພັກ, ລັດ, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.

leftcenterrightdel
ທ່ານພົນໂທ  ຈິ້ງວັນກວຽດ  ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງພົນນ້ອຍຕີພິເສດເຄື່ອນທີ່. ພາບ: qdnd.vn
leftcenterrightdel
ຄະນະພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍພະນັກງານ, ນັກຮົບກອງພົນນ້ອຍຕີພິເສດເຄື່ອນທີ່ຖ່າຍຮູບລວມ. ພາບ: qdnd.vn

ທ່ານພົນໂທ ຈິ້ງວັນກວຽດ ຊົມເຊີຍບັນດາວິລະກໍາ, ຜົນງານໃນໄລຍະທາງແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ ແລະພັດທະນາຂອງກອງພົນນ້ອຍຕີພິເສດເຄື່ອນທີ່, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ; ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ກອງພົນນ້ອຍ ສືບຕໍ່ຮັກສາ, ເສີມຂະຫຍາຍມູນເຊື້ອ, ເອົາໃຈໃສ່ວຽກງານສຶກສາອົບຮົມດ້ານການເມືອງ, ແນວຄິດ, ສ້າງໃຫ້ແກ່ພະນັກງານ, ນັກຮົບມີນ້ຳໃຈສາມັກຄີ, ມີຈິດໃຈແກ້ໄຂຄວາມຫຍຸ້ງຍາກ, ຍົກສູງສະຕິລະວັງຕົວຕໍ່ການປະຕິວັດ; ຍົກສູງຄຸນນະພາບການຝຶກແອບ, ກຽມພ້ອມສູ້ຮົບ, ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ, ປະຊາຊົນ ແລະກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ມອບໝາຍໃຫ້, ເພື່ອໃຫ້ສົມກັບນາມມະຍົດ “ຜູ້ທີ່ມີເຈດຈໍານົງແຂງແກ່ນ” ໂດຍຜູ້ນຳ Fidel Castro ໄດ້ມອບໃຫ້.

leftcenterrightdel
ບັນດາຜູ້ແທນ ຮັບຊົມການສະແດງດ້ານເຕັກນິກ, ຍຸດທະວິທີຕີພິເສດ. ພາບ: qdnd.vn
leftcenterrightdel
ພະນັກງານ, ນັກຮົບກອງພົນນ້ອຍຕີພິເສດເຄື່ອນທີ່ ສະແດງດ້ານເຕັກນິກ, ຍຸດທະວິທີຕີພິເສດ ໂດຍມີການເຂົ້າຮ່ວມຂອງຍົນເອລີກົບແຕ, ລົດຍານເກາະ. ພາບ: qdnd.vn

* ກ່ອນໜ້ານັ້ນ, ຕອນບ່າຍວັນທີ 7 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານພົນໂທ ຈິ້ງວັນກວຽດ ພ້ອມດ້ວຍຄະນະພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ ໄດ້ໄປຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ La Havana.

ຕໍ່ຈາກນັ້ນ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ມອບຂອງຂວັນໃຫ້ສະມາຄົມມິດຕະພາບ ກູບາ-ຫວຽດນາມ ແລະຜູ້ຕາງໜ້ານັກຮຽນຢູ່ຕາແສງ Acapulco, ນະຄອນຫຼວງ La Habana.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຈິ້ງວັນກວຽດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດກູບາ ແລະນັກຮົບເກົ່າກູບາ ທີ່ເຄີຍເຂົ້າຮ່ວມການສູ້ຮົບຢູ່ຫວຽດນາມ, ພ້ອມກັບບັນດານັກຊ່ຽວຊານການແພດຂອງກູບາ ທີ່ເຄີຍໄປຍັງຫວຽດນາມ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານພະຍາດໂຄວິດ-19. ຜູ້ຕາງໜ້າບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດກູບາ  ແລະນັກຮົບເກົ່າກູບາ ທີ່ເຄີຍເຂົ້າຮ່ວມການສູ້ຮົບຢູ່ຫວຽດນາມ  ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ເວົ້າລວມ, ທ່ານພົນໂທ ຈິ້ງວັນກວຽດ ພ້ອມດ້ວຍຄະນະພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ ທີ່ໄດ້ສະຫຼະເວລາໄປຢ້ຽມຢາມ, ມອບຂອງຂວັນ, ລະດົມກໍາລັງໃຈບັນດາຄອບຄົວຮັກສາມູນເຊື້ອອັນສະຫງ່າລາສີ, ສູ້ຊົນບືນຕົວຂຶ້ນໃນການດຳລົງຊີວິດ, ສ້າງຄອບຄົວ, ສ້າງສາປະເທດຊາດ.

ໂດຍ: ທູຈາງ