ຕາມຜູ້ຕາງໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ແລ້ວ, ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ຈະໄດ້ຈັດຕັ້ງແຕ່ວັນທີ 22-23 ຕຸລາ 2024 ຢູ່ເມືອງມົກເຈົາ (ແຂວງເຊີນລາ) ແລະເມືອງສົບເບົາ (ແຂວງຫົວພັນ, ລາວ). ຄະນະຜູ້ແທນຫວຽດນາມ ນໍາໂດຍ ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນລາວ ນໍາໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈະເຂົ້າຮ່ວມ.

leftcenterrightdel
ທ່ານພັນເອກພິເສດ ຕົ໊ງວັນແທັງ ຮອງຫົວໜ້າກົມໂຄສະນາອົບຮົມ ເປັນປະທານການພົບປະ. ພາບ: ຮວ່າງຫວູ໋

ໃນຂອບເຂດການພົບປະແລກປ່ຽນ, ໄດ້ດຳເນີນບັນດາການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຄື: ຂໍ່ານັບຫຼັກໝາຍຊາຍແດນ, ແຕ້ມສີຫຼັກໝາຍຊາຍແດນ; ປູກຕົ້ນໄມ້ມິດຕະພາບ; ເປັນສັກຂີພິຍານການລາດຕະເວນຮ່ວມ; ການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂອງສອງປະເທດ ແລະການລົງນາມໃນເອກະສານການຮ່ວມມື; ການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມກອງທັບສອງປະເທດ... ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ແມ່ນການເຄື່ອນໄຫວປະກອບສ່ວນໂດຍກົງເຂົ້າໃນການຊຸກຍູ້, ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນກໍ່ຄືຢູ່ໃນໂລກ, ແນໃສ່ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ.

ກ່າວຄຳເຫັນທີ່ການພົບປະ, ທ່ານພັນເອກ ວຽງໄຊ ສຸລິວົງ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈໍາ ຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມຂອງອົງການທີ່ກ່ຽວຂ້ອງຂອງສອງປະເທດ, ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ຈະປະສົບຜົນສຳເລັດຢ່າງຈົບງາມ, ເປີດໜ້າໃໝ່ໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບຄວາມສາມັກຄີແບບພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ