ຄາວຍັງມີຊີວິດຢູ່, ປະທານ ໂຮ່ຈີມິນ ຍາມໃດກໍຖືເປັນສໍາຄັນການສະກັດກັ້ນ ແລະຕ້ານການຟຸມເຟືອຍ. ເພິ່ນ ຕັກເຕືອນວ່າ “ການຍັກຍອກ, ຟຸມເຟືອຍ ແລະພະຍາດອາດຍາສິດ ແມ່ນສັດຕູຂອງປະຊາຊົນ, ຂອງທະຫານ ແລະຂອງລັດຖະບານ”; ເພິ່ນ ຊີ້ແຈ້ງວ່າ “ການຍັກຍອກ ແມ່ນຜົນຮ້າຍ ແຕ່ການຟຸມເຟືອຍຍັງເປັນຜົນຮ້າຍຫຼາຍກວ່ານັ້ນອີກ: ມັນເປັນຜົນຮ້າຍກວ່າຍັກຍອກ ເພາະວ່າ ຟຸມເຟືອຍ ແມ່ນທົ່ວໄປກວ່າ...”; ການຟຸມເຟືອຍ ເຖິງວ່າບໍ່ເອົາຂອງສ່ວນລວມ ມາເປັນຂອງສ່ວນຕົວ ແຕ່ກໍ່ມີຜົນຮ້າຍແກ່ປະຊາຊົນ, ແກ່ລັດຖະບານ. ບາງເທື່ອກໍ່ຜົນຮ້າຍກວ່າໄພຍັກຍອກ”; ເພິ່ນ ໄດ້ເນັ້ນໜັກຫຼາຍເທື່ອວ່າ “ຕ້ອງຖະໜອມຂອງລວມ: ເຄື່ອງກິນ, ເຄື່ອງນຸ່ງ, ເຄື່ອງໃຊ້ທັງໝົດຂອງພວກອາ, ພວກອາວ ແມ່ນເຫື່ອ ແລະນໍ້າຕາຂອງພີ່ນ້ອງຮ່ວມຊາດ. ຕ້ອງປະຢັດ, ຮັກສາ, ບໍ່ໃຫ້ຟຸມເຟືອຍ; “ການຍັກຍອກ, ຟຸມເຟືອຍ, ອາດຍາສິດ ແມ່ນ “ສັດຕູຢູ່ໃນໃຈ”. ຖ້ານັກຮົບ ແລະປະຊາຊົນ ອອກແຮງຕ້ານສັດຕູພາຍນອກ ແຕ່ລືມຕ້ານສັດຕູພາຍໃນ, ແມ່ນຍັງບໍ່ທັນເຮັດຫຼ້ອນໜ້າທີ່ຂອງຕົນ. ເພາະສະນັ້ນ, ນັກຮົບ ແລະປະຊາຊົນ ຕ້ອງມີຄວາມຫ້າວຫັນເຂົ້າຮ່ວມຂະບວນການນັ້ນ”. ບໍ່ພຽງແຕ່ເປັນການບອກສອນ, ຕັກເຕືອນ, ປຶກສາຫາລືກ່ຽວກັບການປະຢັດ, ຕ້ານການຟຸມເຟືອຍ ພາຍໃຕ້ແງ່ມູມທິດສະດີ ເປັນປະຈຳເທົ່ານັ້ນ, ປະທານ ໂຮ່ຈີມິນ ຍັງເປັນແບບຢ່າງທີ່ໃສແຈ້ງກ່ຽວກັບການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ, ໄດ້ສົ່ງແຮງບັນດານໃຈໃນທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ອອກແຮງແຂ່ງຂັນ, ລະດົມກໍາລັງບົ່ມຊ້ອນ, ກໍາລັງແຮງຕີເອົາຊະນະພວກລ່າເມືອງຂຶ້ນ, ຈັກກະພັດ, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

ນັບແຕ່ດໍາເນີນພາລະກິດປ່ຽນແປງໃໝ່ມາຮອດປັດຈຸບັນ, ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ສະໄໝຕ່າງໆ ໄດ້ປະກາດໃຊ້ຫຼາຍຄໍາສັ່ງ, ມະຕິ, ຂໍ້ສະຫຼຸບກ່ຽວກັບການສະກັດກັ້ນ ແລະຕ້ານການຟຸມເຟືອຍ. ວັນທີ 21 ສິງຫາ 2006, ກອງປະຊຸມຄັ້ງທີສາມ ຄະນະບໍລິຫານງານສູນກາງພັກ (ສະໄໝທີ X) ປະກາດໃຊ້ມະຕິເລກທີ 04-NQ/TW ວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ; ວັນທີ 25 ພຶດສະພາ 2012, ຄະນະບໍລິຫານງານສູນກາງພັກ (ສະໄໝທີ XI) ປະກາດໃຊ້ຂໍ້ສະຫຼຸບເລກທີ 21-KL/TW ວ່າດ້ວຍການສືບຕໍ່ປະຕິບັດມະຕິກອງປະຊຸມຄັ້ງທີສາມ, ຄະນະບໍລິຫານງານສູນກາງພັກ (ສະໄໝທີ X); ວັນທີ 21 ທັນວາ 2012, ຄະນະເລຂາທິການ ໄດ້ປະກາດໃຊ້ຄໍາສັ່ງເລກທີ 21-CT/TW ວ່າດ້ວຍການຍູ້ແຮງການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ; ວັນທີ 25 ທັນວາ 2023, ກົມການເມືອງ ໄດ້ປະກາດໃຊ້ຄໍາສັ່ງເລກທີ 27-CT/TW ວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານປະຕິບັດການປະຢັດ, ຕ້ານການຟຸມເຟືອຍ. ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ໄດ້ຊີ້ແຈ້ງວ່າ: “ວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ... ຍັງບໍ່ທັນມີການຫັນປ່ຽນຢ່າງຈະແຈ້ງ... ການພົບເຫັນ, ແກ້ໄຂການສໍ້ລາດບັງຫຼວງ, ຟຸມເຟືອຍຍັງຈໍາກັດຢູ່... ການສໍ້ລາດບັງຫຼວງ, ຟຸມເຟືອຍຍັງຮ້າຍແຮງ, ສັບສົນ... ນັບມື້ນັບແນບນຽນ, ກໍ່ຄວາມໂກດແຄ້ນໃນສັງຄົມ”. ຫັນບັນດາແຜນນະໂຍບາຍຂອງພັກ ເປັນລະບອບລະບຽບການ, ຄະນະປະຈໍາສະພາແຫ່ງຊາດ ສະໄໝທີ X ປະກາດໃຊ້ລັດຖະດໍາລັດວ່າດ້ວຍການປະຕິບັດການປະຢັດ, ຕ້ານການຟູມເຟືອຍ ປີ 1998; ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ ປີ 2005 ແລະປີ 2013; ລັດຖະທໍາມະນູນ ປີ 2013 ນໍານົດ “ອົງການ, ອົງການຈັດຕັ້ງ, ບຸກຄົນ ຕ້ອງປະຕິບັດການປະຢັດ, ຕ້ານການຟຸມເຟືອຍ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃນການເຄື່ອນໄຫວເສດຖະກິດ-ສັງຄົມ ແລະການບໍລິຫານລັດ”.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ພາບ: qdnd.vn

ປະຕິບັດບັນດາມະຕິ, ຄໍາສັ່ງ, ຂໍ້ສະຫຼຸບຂອງສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ລັດຖະທໍາມະນູນ ແລະຂໍ້ກໍານົດຂອງກົດໝາຍ, ຄະນະພັກທຸກຂັ້ນ, ອໍານາດການປົກຄອງ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ຈາກສູນກາງລົງຮອດທ້ອງຖິ່ນ ໄດ້ກໍານົດຄວາມຮັບຜິດຊອບ ໃນການຊີ້ນໍາ ແລະຈັດຕັ້ງປະຕິບັດໜ້າທີ່ສະກັດກັ້ນ ແລະຕ້ານການຟຸມເຟືອຍຢ່າງຈະແຈ້ງກວ່າ. ປະສິດທິພາບ, ປະສິດທິຜົນການຄຸ້ມຄອງຂອງລັດ, ການຂຸດຄົ້ນ, ນໍາໃຊ້ບັນດາແຫຼ່ງກໍາລັງຂອງປະເທດ ໄດ້ຮັບການຍົກສູງຂຶ້ນ. ງົບປະມານຂອງລັດ ໄດ້ຮັບການຄວບຄຸມຢ່າງ ແໜ້ນແຝ້ນຈາກຂອດວາງແຜນເຖິງການປະຕິບັດແຜນງົບປະມານ ແລະສະຫຼຸບຂາດຕົວງົບປະມານ; ການຈັດຊື້, ປະກອບອຸປະກອນ, ການຄຸ້ມຄອງ ແລະນໍາໃຊ້ຊັບສິນ, ພາຫະນະໄປມາ, ອຸປະກອນເຮັດວຽກໃນບັນດາອົງການ, ອົງການຈັດຕັ້ງທີ່ນໍາໃຊ້ງົບປະມານແມ່ນໄດ້ປະຕິບັດຖືກຕາມຄາດໝາຍ, ມາດຕະຖານ, ຂໍ້ກໍານົດ; ວຽກງານຄຸ້ມຄອງບັນດາໂຄງການລົງທຶນທີ່ນໍາໃຊ້ທຶນ, ຊັບສິມຂອງລັດ ມີການຫັນປ່ຽນຢ່າງຕັ້ງໜ້າ. ການສັບຊ້ອນຄືນໃໝ່, ການແກ້ໄຂເຮືອນຢູ່, ທີ່ດິນຂອງລັດ ໄດ້ຮັບການຜັນຂະຫຍາຍ; ການຄຸ້ມຄອງ, ການນໍາໃຊ້ທຶນ ແລະຊັບສິນຂອງລັດຢູ່ວິສາຫະກິດ, ສະຕິປະຢັດໃນການຜະລິດ ແລະບໍລິໂພກຂອງປະຊາຊົນ ມີການຫັນປ່ຽນຢ່າງຕັ້ງໜ້າ. ຜົນການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ ໄດ້ປະກອບສ່ວນນໍາພາລະກິດປ່ຽນແປງໃໝ່ ບັນລຸຜົນງານທີ່ຍິ່ງໃຫຍ່; ບັນລຸ ແລະລື່ນກາຍບັນດາເປົ້າໝາຍ, ຄາດໝາຍພັດທະນາເສດຖະກິດ-ສັງຄົມ ຜ່ານອາຍຸການຕ່າງໆ, ນັບທັງໃນສະພາບການມີບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ຄື ໂລກລະບາດ, ໄພທໍາມະຊາດ; ການລະດົມ, ຄຸ້ມຄອງ ແລະນໍາໃຊ້ຢ່າງມີປະສິດທິຜົນບັນດາແຫຼ່ງກໍາລັງຄົນ,  ກໍາລັງວັດຖຸ, ກໍາລັງການເງິນ, ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດ,  ສະຫວັດດີການສັງຄົມຂອງປະເທດ.

ຄຽງຂ້າງໝາກຜົນດັ່ງກ່າວ, ການຟຸມເຟືອຍຍັງຂ້ອນຂ້າງທົ່ວໄປ, ພາຍໃຕ້ຮູບການຕ່າງໆ, ໄດ້ ແລະພວມກໍ່ຜົນຢ້ອນຫຼັງທີ່ຮ້າຍແຮງໃຫ້ແກ່ການພັດທະນາ. ໃນນັ້ນ, ເຮັດໃຫ້ຊັບພະຍາກອນມະນຸດ, ການເງິນຫຼຸດລົງ, ຫຼຸດຜ່ອນປະສິດທິຜົນການຜະລິດ, ເພີ່ມຄ່າໃຊ້ຈ່າຍ, ເຮັດໃຫ້ຊັບພະຍາກອນໝົດກ້ຽງ, ເພີ່ມຊ່ອງຫວ່າງລະຫວ່າງຮັ່ງມີ ແລະທຸກຍາກ. ຍິ່ງໄປກວ່ານັ້ນ, ການຟຸມເຟືອຍຍັງເຮັດໃຫ້ຫຼຸດຜ່ອນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ, ສ້າງຮົ້ວກີດຂວາງໃນການພັດທະນາເສດຖະກິດ-ສັງຄົມ, ພາດໂອກາດພັດທະນາຂອງປະເທດ. ບາງຮູບການຟຸມເຟືອຍ ພວມເກີດຂຶ້ນໃນປັດຈຸບັນ ນັ້ນແມ່ນ: ຄຸນນະພາບການສ້າງ, ການປັບປຸງກົດໝາຍຍັງບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງພາລະກິດປ່ຽນແປງໃໝ່ ພາໄປເຖິງຄວາມຫຍຸ້ງຍາກ, ກີດຂວາງການປະຕິບັດ, ກໍ່ຄວາມເສຍຫາຍ, ຟຸມເຟືອຍບັນດາແຫຼ່ງກໍາລັງ. ການຟຸມເຟືອຍເວລາ, ກໍາລັງເຫື່ອແຮງຂອງວິສາຫະກິດ, ບຸກຄົນ ເມື່ອລະບຽບການບໍລິຫານຫຍຸ້ງຍາກ, ບໍລິການສາທາລະນະ ທາງອອນລາຍ ຍັງບໍ່ທັນສະດວກ. ການຟຸມເຟືອຍໂອກາດພັດທະນາຂອງທ້ອງຖິ່ນ, ຂອງປະເທດ ຍ້ອນກົງຈັກລັດຢູ່ບາງບ່ອນ, ບາງເວລາເຄື່ອນໄຫວທີ່ຍັງບໍ່ທັນມີປະສິດທິຜົນ, ພະນັກງານພາກສ່ວນໜຶ່ງກໍ່ຄວາມຫຍຸ້ງເຫຍືອງ, ຂາດຄວາມສາມາດ, ຫຼົບຫຼີກ, ບ່າຍບ່ຽງວຽກງານ, ຢ້ານຮັບຜິດຊອບ; ຍ້ອນຄຸນນະພາບ, ສະມັດຕະພາບແຮງງານຕໍ່າ. ການຟຸມເຟືອຍຊັບພະຍາກອນທໍາມະຊາດ; ຟຸມເຟືອຍຊັບສິນຂອງລັດຍ້ອນການຄຸ້ມຄອງ, ນໍາໃຊ້ຍັງບໍ່ທັນມີປະສິດທິຜົນ, ໃນນັ້ນການປ່ອຍເງິນລົງທຶນພາກລັດ; ຫັນເປັນຫຸ້ນສ່ວນ, ແກ້ໄຂການຖອນທຶນຮອນຂອງບັນດາລັດວິສາຫະກິດ; ການຊັບສ້ອນຄືນໃໝ່, ການແກ້ໄຂເຮືອນຢູ່, ທີ່ດິນຂອງລັດ, ບັນດາໂຄງການນໍາໃຊ້ຊັບພະຍາກອນທີ່ດິນ ແລະນໍ້າ; ປະຕິບັດບັນດາໂຄງການ, ຄາດໝາຍແຫ່ງຊາດ, ບັນດາບ້ວງສິນເຊື່ອໜູນຊ່ວຍພັດທະນາສະຫວັດດີການສັງຄົມສ່ວນຫຼາຍແມ່ນຊັກຊ້າຫຼາຍ. ການຟຸມເຟືອຍໃນການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ, ບໍລິໂພກຂອງປະຊາຊົນ ດໍາເນີນດ້ວຍຫຼາຍຮູບການ.

ນອກຈາກບັນດາສາເຫດທີ່ພາໄປເຖິງແຕ່ລະຮູບການຟຸມເຟືອຍແລ້ວນັ້ນ, ຍັງຍ້ອນການປະຕິບັດບັນດາມະຕິ, ຄໍາສັ່ງ, ເອກະສານນິຕິກໍາ ກ່ຽວກັບການສະກັດກັ້ນ ແລະຕ້ານການຟຸມເຟືອຍຍັງຈໍາກັດຢູ່; ລະບົບມາດຕະຖານ, ລະບອບ, ບາງອັນຍັງບໍ່ທັນສອດຄ່ອງກັບຕົວຈິງ ແຕ່ການປັບປຸງ, ເພີ່ມເຕີມຍັງຊັກຊ້າຢູ່; ການແກ້ໄຂການຟຸມເຟືອຍຍັງບໍ່ທັນໄດ້ຮັບການເຊີດຊູ, ມັກຕິດພັນກັບການແກ້ໄຂການສໍ້ລາດບັງຫຼວງ ຄືດັ່ງຜົນຕາມມາ. ຍັງບໍ່ທັນສ້າງຂະບວນການແຂ່ງຂັນໄດ້ຢ່າງທົ່ວເຖິງກ່ຽວກັບການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ ກໍຄືຫາງສຽງສັງຄົມຢ່າງແຮງ ເພື່ອຕໍາໜິຕິຕຽນ, ກ່າວປະນາມບັນດາການກະທໍາກໍ່ຄວາມຟຸມເຟືອຍເທື່ອ. ການກໍ່ສ້າງວັດທະນະທໍາປະຢັດ, ບໍ່ໃຫ້ຟຸມເຟືອຍໃນສັງຄົມ ທີ່ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຢ່າງພຽງພໍ. 

2. ພວກເຮົາ ພວມຢືນຢູ່ຕໍ່ໜ້າໂອກາດປະຫວັດສາດ ເພື່ອນໍາປະເທດກ້າວສູ່ສັງກາດ ບືນຕົວຂຶ້ນຂອງຊົນຊາດ. ນີ້ກໍ່ແມ່ນຈຸດເວລາ ເພື່ອສ້າງອະນາຄົດຂອງພວກເຮົາ. ເພື່ອກໍາໄດ້ໂອກາດ, ຍູ້ຖອຍສິ່ງທ້າທາຍ, ເພີ່ມແຫຼ່ງກໍາລັງເບິ່ງແຍງດູແລໃຫ້ແກ່ປະຊາຊົນຢ່າງແຂງແຮງ, ສ້າງຄວາມຮັ່ງມີໃຫ້ແກ່ປະເທດໃນໄລຍະປະຕິວັດໃໝ່, ກໍ່ສ້າງອະນາຄົດທີ່ດີງາມ, ວຽກງານສະກັດກັ້ນ ແລະຕ້ານການຟຸມເຟືອຍ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດ ດ້ວຍບັນດາມາດຕະການຢ່າງມີປະສິດທິຜົນ, ສ້າງການແຜ່ຂະຫຍາຍຢ່າງແຂງແຮງ, ກາຍເປັນຄວາມສະໝັກໃຈ, ຄວາມຕື່ນຕົວຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນແຕ່ລະຄົນ, ວັດທະນະທໍາການປະພຶດໃນຍຸກໃໝ່; ເອົາໃຈໃສ່ບາງມາດຕະການຈຸດສຸມດັ່ງຕໍ່ໄປນີ້:

ທີໜຶ່ງ, ຕ້ອງເປັນເອກະພາບຕໍ່ຄວາມຮັບຮູ້ຕໍ່ສູ້ ສະກັດກັ້ນ ແລະຕ້ານການຟຸມເຟືອຍ ແມ່ນການຕໍ່ສູ້ຕ້ານ “ສັດຕູພາຍໃນ” ທີ່ເຕັມໄປດ້ວຍຄວາມຄັບຂັນ, ສັບສົນ; ແມ່ນສ່ວນໜຶ່ງຂອງການຕໍ່ສູ້ຊົນຊັ້ນ; ມີທີ່ຕັ້ງທຽບເທົ່າກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ເພື່ອກໍ່ສ້າງພັກເຮົາ ໃຫ້ໝັ້ນຄົງເຂັ້ມແຂງ, “ແມ່ນຄຸນສົມບັດ, ແມ່ນສີວິໄລ”. ສຸມໃສ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງສະຕິ, ຄວາມຮັບຜິດຊອບໃນໝູ່ພະນັກງານ, ສະມາຊິກພັກ ແລະຜູ້ອອກແຮງງານ, ກ່ອນອື່ນໝົດແມ່ນການເປັນແບບຢ່າງຂອງຫົວໜ້າຢູ່ແຕ່ລະອົງການ, ອົງການຈັດຕັ້ງ, ບຸກຄົນຢູ່ ໃນພາກລັດ, ພາກເອກະຊົນ ກ່ຽວກັບຄວາມໝາຍ, ຄວາມສໍາຄັນ ແລະຄວາມຮັບຜິດຊອບໃນການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ. ການປະຢັດ, ຕ້ານການຟຸມເຟືອຍ ຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາຄໍາໝັ້ນສັນຍາ, ແຜນການ, ມີການນໍາພາ, ມີຄາດໝາຍລະອຽດ, ດໍາເນີນເປັນປະຈໍາ, ເຖິງຖອງ. ການສ້າງ, ຜັນຂະຫຍາຍບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນປະຕິບັດການປະຢັດ, ຕ້ານການຟຸມເຟືອຍຢ່າງແທດຈິງ, ສ້າງບັນຍາກາດແຂ່ງຂັນອັນຟົດຟື້ນ, ທົ່ວເຖິງໃນທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບເຮົາ. ຍ້ອງຍໍຊົມເຊີຍ, ແຜ່ຂະຫຍາຍ ບັນດາແບບຢ່າງດີເດັ່ນໃນການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ ຢ່າງທັນການ.

ທີສອງ, ສຸມໃສ່ປັບປຸງ ແລະຈັດຕັ້ງການຜັນຂະຫຍາຍລະບອບລະບຽບການສະກັດກັ້ນ ແລະຕ້ານການຟຸມເຟືອຍ ໃຫ້ສົມບູນແບບ, ມີປະສິດທິຜົນ; ປະຕິບັດວິໄນຕໍ່ບັນດາບຸກຄົນ, ໝູ່ຄະນະ ທີ່ມີພຶດຕິກໍາ, ກໍ່ຄວາມເສຍຫາຍ, ຟຸມເຟືອຍຊັບສິນຂອງລັດຢ່າງເຂັ້ມງວດ. ປະກາດໃຊ້ຂໍ້ກໍານົດຂອງພັກກ່ຽວກັບການຮັບຮູ້ລະອຽດບັນດາປະກົດການຟຸມເຟືອຍໃນການປະຕິບັດໜ້າທີ່ຂອງພະນັກງານ, ສະມາຊິກພັກ; ກໍານົດບົດບາດ, ຄວາມຮັບຜິດຊອບຂອງຄະນະພັກ, ອົງການຈັດຕັ້ງພັກ, ອໍານາດການປົກຄອງ, ຫົວໜ້າອົງການ, ກົມກອງໃນວຽກງານສະກັດກັ້ນ ແລະຕ້ານການຟຸມເຟືອຍ; ກໍ່ສ້າງ ແລະຈັດຕັ້ງການປະຕິບັດຍຸດທະສາດແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະຕ້ານການຟຸມເຟືອຍ. ສືບຕໍ່ຄົ້ນຄວ້າ, ປັບປຸງຂໍ້ກໍານົດຂອງກົດໝາຍ ກ່ຽວກັບການປະຕິບັດການປະຢັດ, ຕ້ານການຟຸມເຟືອຍຕາມທິດສ້າງພື້ນຖານນິຕິກໍາຢ່າງພຽງພໍ, ຄົບຖ້ວນໃຫ້ແກ່ການຕິດຕາມ, ກວດກາ, ພົບເຫັນ, ປະຕິບັດວິໄນຢ່າງແຮງ, ມີລັກສະນະນາບຂູ່ສູງຕໍ່ບັນດາພຶດຕິກໍາຟຸມເຟືອຍ; ສ້າງກົນໄກທີ່ມີປະສິດທິຜົນແກ່ການຕິດຕາມກວດກາ, ພົບເຫັນການຟຸມເຟືອຍຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະປະຊາຊົນ. ຍູ້ແຮງການພົບເຫັນ, ປະຕິບັດວິໄນ ຢ່າງເຂັ້ມງວດຕໍ່ບັນດາກໍລະນີກໍ່ຄວາມຟຸມເຟືອຍຊັບສິນຂອງລັດອັນໃຫຍ່ຫຼວງ ຕາມຈິດໃຈ “ລົງໂທດໜຶ່ງຄະດີ ກ່າວເຕືອນໄດ້ທົ່ວເຂດ, ທົ່ວຂະແໜງ”. 

ທີສາມ, ສຸມໃສ່ແກ້ໄຂບັນດາສາເຫດທີ່ພາໄປເຖິງການຟຸມເຟືອຍຊັບສິນຂອງລັດ, ຊັບພະຍາກອນທໍາມະຊາດ, ແຫຼ່ງກໍາລັງໃຫ້ແກ່ປະຊາຊົນ ແລະການພັດທະນາປະເທດຢ່າງເຖິງຖອງ. ຈຸດສຸມແມ່ນ: (i) ປ່ຽນແປງໃໝ່ວຽກງານກໍ່ສ້າງ, ປັບປຸງ ແລະປະຕິບັດກົດໝາຍຢ່າງແຮງ, ຖືນີ້ແມ່ນປັດໄຈສໍາຄັນເພື່ອສະກັດກັ້ນ ແລະຕ້ານການຟຸມເຟືອຍ. ໃນນັ້ນ, ກໍ່ສ້າງກົດໝາຍ ຕ້ອງເລີ່ມມາຈາກສະພາບຕົວຈິງ; ທັງເຮັດທັງຖອດຖອນບົດຮຽນ; ບໍ່ຄວນຫາແຕ່ອັນສົມບູນແບບທຸກດ້ານ, ບໍ່ຮ້ອນຮົນຟ້າວຟັ່ງ; ຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກໍາ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດ ຂັດຢ່າງທັນການ, ເປີດກວ້າງສະຖານທີ່, ສ້າງທ່າແກ່ການພັດທະນາ. ຕີລາຄາປະສິດທິຜົນ, ຄຸນນະພາບນະໂຍບາຍພາຍຫຼັງປະກາດໃຊ້ເປັນປະຈໍາ ເພື່ອດັດປັບສິ່ງທີ່ຍັງຄົງຄ້າງ, ຂັດແຍ່ງກັນ, ຫຼຸດຜ່ອນຄວາມເສຍຫາຍ, ຟຸມເຟືອຍບັນດາແຫຼ່ງກໍາລັງຢ່າງທັນການ. ກວດກາຄືນ, ເພີ່ມເຕີມບັນດາຂໍ້ກໍານົດກ່ຽວກັບກົນໄກຄຸ້ມຄອງ, ບັນດາອັດຕາເສດຖະກິດ-ເຕັກນິກທີ່ບໍ່ສອດຄ່ອງກັບຕົວຈິງແຫ່ງການພັດທະນາຂອງປະເທດ. ປັບປຸງບັນດາຂໍ້ກໍານົດລົງໂທດຕໍ່ພຶດຕິກໍາຟຸມເຟືອຍ; ຂໍ້ກໍານົດກ່ຽວກັບການຄຸ້ມຄອງ, ນໍາໃຊ້ຊັບສິນຂອງລັດ; ລະບອບລະບຽບການໃນການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ, ສ້າງຄວາມຄົບຊຸດໃນການຫັນປ່ຽນ ເພື່ອຫຼຸດຜ່ອນການຟຸມເຟືອຍ. (ii)  ປະຕິຮູບຢ່າງເຖິງຖອງ, ຫຼຸດຜ່ອນ ລະບຽບ ການບໍລິຫານ, ຄ່າໃຊ້ຈ່າຍໃນການປະຕິບັດຂອງປະຊາຊົນ, ວິສາຫະກິດ; ຕ້ານພະຍາດອາດຍາສິດ. (iii) ນໍາໃຊ້ຊັບພະຍາກອນ, ກໍາລັງຄົນ, ກໍາລັງວັດຖຸຢ່າງມີປະສິດທິຜົນ; ເພີ່ມທະວີລັກສະນະຍືນຍົງ, ຫັນຂັ້ນຕອນການເຮັດວຽກໃຫ້ດີທີ່ສຸດ; ຍົກສູງປະສິດທິຜົນການນໍາໃຊ້ພະລັງງານ. ແກ້ໄຂຂໍ້ຄົງຄ້າງທີ່ແກ່ຍາວສໍາລັບບັນດາໂຄງການສໍາຄັນແຫ່ງຊາດ, ໂຄງການຈຸດສຸມ, ໂຄງການທີ່ມີປະສິດທິຜົນຕໍ່າ, ກໍ່ຄວາມເສຍຫາຍ, ຟຸມເຟືອຍອັນໃຫຍ່ຫຼວງ; ບັນດາທະນາຄານການຄ້າທີ່ອ່ອນດ້ອຍຢ່າງຂາດຂັ້ນ. ປະຕິບັດສໍາເລັດການຫັນເປັນຫຸ້ນສ່ວນໂດຍໄວ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ. ສະຫຼຸບ, ທະວີຄູນບົດຮຽນຜັນຂະຫຍາຍໂຄງການໄຟຟ້າ 500kV ສາຍ 3 ກວ໋າງແຈກ (ກວ໋າງບິ່ງ) - ໂຝ່ໂນ໋ຍ (ຮຶງອຽນ) ເພື່ອຫຼຸດຜ່ອນໄລຍະເວລາປະຕິບັດບັນດາໂຄງການລົງທຶນຈຸດສຸມ, ສໍາຄັນຂອງລັດ, ເສັ້ນທາງຄວາມໄວສູງ, ໂຄງການຈຸດສຸມ, ລະຫວ່າງເຂດ, ໂຄງການທີ່ມີຜົນກະທົບແຜ່ຂະຫຍາຍ. (iv) ສຸມໃສ່ກໍ່ສ້າງ, ເຮັດໃຫ້ກົງຈັກການຈັດຕັ້ງຂອງພັກ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ມີຄວາມກະທັດລັດ  ເພື່ອເຄື່ອນໄຫວໃຫ້ມີປະສິດທິຜົນ, ປະສິດທິພາບ; ກໍ່ສ້າງຖັນແຖວພະນັກງານ, ໂດຍສະເພາະແມ່ນຫົວນໍາໜ້າທຸກຂັ້ນ ໃຫ້ມີຄຸນນະທາດ, ມີຄວາມຮູ້ຄວາມສາມາດ, ມີອິດທິພົນຊື່ສຽງຢ່າງພຽງພໍ ເພື່ອໃຫ້ສົມກັບໜ້າທີ່ໃນເງື່ອນໄຂໃໝ່. ມີມາດຕະການລະອຽດເພື່ອເພີ່ມສະມັດຕະພາບແຮງານ, ຍົກສູງຄຸນຄ່າ ແຮງງານຫວຽດນາມ ໃນໄລຍະໃໝ່.

ທີສີ່, ກໍ່ສ້າງວັດທະນະທໍາສະກັດກັ້ນ ແລະຕ້ານການຟຸມເຟືອຍ; ເຮັດໃຫ້ການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ ກາຍເປັນ “ຄວາມຕື່ນຕົວ”, “ສະໝັກໃຈ”,  “ເປັນອາຫານ, ນໍ້າດື່ມ, ເຄື່ອງນຸ່ງປະຈຳວັນ”. ກໍ່ສ້າງວັດທະນະທໍາປະຢັດ, ຕ້ານການຟຸມເຟືອຍໃນບັນດາອົງການ, ກົມກອງ; ສົ່ງເສີມປະຊາຊົນ ເພີ່ມທະວີການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ, ສ້າງຄວາມລຶ້ງເຄີຍຖະໜອມຊັບສິນຂອງລັດ, ເຫື່ອແຮງຂອງປະຊາຊົນ, ການປະກອບສ່ວນຂອງໝູ່ຄະນະ ແລະເຫື່ອແຮງຂອງແຕ່ລະບຸກຄົນ; ຖືການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ ແມ່ນໜ້າທີ່ປະຈໍາວັນ. ປະຕິບັດມາດຕະການກໍ່ສ້າງວັດທະນະທໍາປະຢັດ, ສະຕິປະຢັດ; ຈິນຕະນາການເຮັດວຽກໃຫ້ມີວິທະຍາສາດ, ຄຸ້ມຄອງເວລາຢ່າງມີປະສິດທິຜົນ, ສ້າງຄວາມຮັບຜິດຊອບທາງດ້ານຈັນຍາບັນທາງສັງຄົມ ຕິດພັນກັບການປະຕິບັດລະບຽບວິໄນຢ່າງເຂັ້ມງວດ.

ເລນິນ ກ່າວວ່າ “ພວກເຮົາ ຕ້ອງປະຕິບັດການປະຢັດທີ່ສຸດໃນກົງຈັກລັດຂອງພວກເຮົາ. ພວກເຮົາ ຕ້ອງລົບລ້າງການຟຸມເຟືອຍ ເຊິ່ງ ປະເທດ ລັດເຊຍ ລາຊາທິປະໄຕ ແລະກົງຈັກອາດຍາສິດທຶນນິຍົມຂອງມັນ ໄດ້ປະໄວ້”; ປະທານ ໂຮ່ຈີມິນ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ເນັ້ນໜັກວ່າ “ຢາກກ້າວຂຶ້ນສັງຄົມນິຍົມຕ້ອງແກ້ໄຂຈຸດອ່ອນ, ໝາຍຄວາມວ່າຕ້ອງເພີ່ມພູນຜະລິດຜົນ, ປະຢັດ, ຕ້ານການຟຸມເຟືອຍ, ປົກປ້ອງຊັບສິນຂອງລັດ”; ເພື່ອນໍາປະເທດກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ, ປະຕິບັດບັນດາຄາດໝາຍຍຸດທະສາດ 100 ປີ ພາຍໃຕ້ການນໍາພາຂອງພັກ, 100 ປີແຫ່ງວັນສະຖາປະນາປະເທດ ຢ່າງມີໄຊ, ແນນ່ອນວ່າ ພວກເຮົາ ຕ້ອງຕັດສິນໃຈສະກັດກັ້ນ ແລະຕ້ານການຟຸມເຟືອຍ ຕິດພັນກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.

ໂດຍ: ໄຊຊະນະ