ຕ້ອນຮັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍຄະນະຢູ່ສະໜາມ ບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ຝ່າຍ ລາວ ມີທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ; ທ່ານນາງ ວັນດີ ບຸດທະສະວົງ ຮອງປະທານ ກໍາມາທິການຕ່າງປະເທດຂອງສະພາແຫ່ງຊາດລາວ; ທ່ານ ອາຄົມ ປຣະເສີດ ຮອງ ເລຂາທິການສະພາແຫ່ງຊາດ ລາວ ແລະບັນດາອົງການທີ່ກ່ຽວຂ້ອງ.

ຝ່າຍຫວຽດນາມ ມີທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຢູ່ ລາວ, ພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈໍາ ຢູ່ ສປປ ລາວ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ສປປ ລາວ.

leftcenterrightdel
ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ຕ້ອນຮັບ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ທີ່ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ພາບ: qdnd.vn

ໃນການຢ້ຽມຢາມ, ທ່ານ ເຈິ່ນແທັງເໝິນ ຄາດວ່າຈະເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນ ທາງການ, ພົບປະກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ; ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງກໍາມາທິການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ແລະກໍາມາທິການຕ່າງປະເທດຂອງສະພາ ແຫ່ງຊາດລາວ; ເປັນສັກຂີພິຍານພິທີລົງນາມບົດບັນທຶກ ວ່າດ້ວຍການສ້າງຕັ້ງການ ພົວພັນຮ່ວມມືມິດຕະພາບລະຫວ່າງນະຄອນໂຮ້ຍອານ, ແຂວງກວ໋າງນາມ ກັບນະຄອນຫຼວງພະບາງ, ສປປ ລາວ.

ໃນການຢ້ຽມຢາມນີ້, ຄາດວ່າ ທ່ານ ເຈິ່ນແທັງເໝິນ ຈະເຂົ້າຢ້ຽມຂໍ່ານັບ, ພົບປະກັບ ການນໍາຂັ້ນສູງຂອງລາວ; ຢ້ຽມຢາມຖາມຂ່າວອະດີດການນໍາຂັ້ນສູງຂອງລາວ; ຕ້ອນຮັບການນໍາບາງອົງການຂອງລາວ.

ໃນການຢ້ຽມຢາມ, ສອງຝ່າຍຈະແລກປ່ຽນ, ເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມື ໃນຕໍ່ໜ້າ ເພື່ອນໍາການພົວພັນສອງປະເທດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ພິເສດແມ່ນຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ກວ່າອີກ, ແລກປ່ຽນສົມທົບຫຼັກໝັ້ນກ່ຽວກັບບາງບັນຫາຍຸດທະສາດຂອງພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
 
leftcenterrightdel
ຜູ້ຕາງໜ້າພະນັກງານ, ລັດຖະກອນສະຖານທູດຫວຽດນາມ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ຕ້ອນຮັບທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ. ພາບ: qdnd.vn

ໂອກາດນີ້, ທ່ານ ເຈິ່ນແທັງເໝິນ ກໍຈະພົບປະໂອ້ລົມກັບພະນັກງານ, ລັດຖະກອນ ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ແລະພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ພວມ ດໍາລົງຊີວິດ, ຮໍ່າຮຽນ ແລະດໍາເນີນທຸລະເກີດຢູ່ ລາວ ແລະການເຄື່ອນໄຫວອື່ນອີກ ຈຳນວນໜຶ່ງ.

ນີ້ແມ່ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດຂອງທ່ານ ເຈິ່ນແທັງ ເໝິນ ໃນຖານະເປັນປະທານສະພາແຫ່ງຊາດຫວຽດນາມ ແລະເຂົ້າຮ່ວມກອງປະຊຸມ ໄອປາ-45, ມີຄວາມສໍາຄັນ ແລະມີຄວາມໝາຍສໍາຄັນພິເສດຕໍ່ກັບການພົວພັນມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ການຢ້ຽມຢາມ ອີກເທື່ອໜຶ່ງໄດ້ຢັ້ງຢືນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງ ພັກ, ລັດຫວຽດນາມ ເຊິ່ງຍາມໃດກໍສະຫງວນບຸລິມະສິດສູງສຸດ ແລະຖືເປັນສໍາຄັນ ການພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການ ຮ່ວມມືຮອບດ້ານ ຫວຽດນາມ-ລາວ; ຢັ້ງຢືນການສະໜັບສະໜູນຢ່າງແຂງແຮງ ແລະຮອບດ້ານຂອງຫວຽດນາມ ຕໍ່ກັບກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດລາວ; ພ້ອມທັງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ສະໜິດ ຕິດພັນລະຫວ່າງການນໍາຂັ້ນສູງສອງປະເທດ ກໍຄື ໃນນາມສ່ວນຕົວຂອງປະທານ ສະພາແຫ່ງຊາດ ທັງສອງທ່ານ.

ໂດຍ: ໄຊຊະນະ