ທະຫານຊາຍແດນແຂວງກອນຕຸມ ພ້ອມກັບກໍາລັງປ້ອງກັນຊາຍແດນຂອງແຂວງອັດຕະປື ແລະເຊກອງ ຂອງລາວ ຈັດຕັ້ງການລາດຕະເວນສອງຝ່າຍໄດ້ຫຼາຍຮ້ອຍຄັ້ງ; ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ການໄປມາຄ້າຂາຍຜ່ານຊາຍແດນໃຫ້ຖືກກົດໝາຍຂອງແຕ່ລະປະເທດ. ພິເສດ, ເພື່ອປະຕິບັດເນື້ອໃນສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ ໃຫ້ເປັນຢ່າງດີ, ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ໄດ້ຈັດຕັ້ງຫຼາຍຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ແລະຈັດຕັ້ງການພົບປະສອງຝ່າຍ, ຜ່ານນັ້ນ ໄດ້ເປັນເອກະພາບຫຼາຍເນື້ອໃນທີ່ກ່ຽວຂ້ອງເຖິງການປົກປັກຮັກສາຊາຍແດນແຫ່ງຊາດ.

ສະຫາຍພັນເອກພິເສດ ເຈິ່ນຫງອກຕຸ່ງ ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການທະຫານຊາຍແດນແຂວງກອນຕຸມ ໃຫ້ຮູ້ວ່າ “ໃນໄລຍະຜ່ານມາ, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງ ຍາມໃດກໍກໍານົດວຽກງານການທູດຊາຍແດນ ແມ່ນໜ້າທີ່ສໍາຄັນໃນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ເຊິ່ງ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ ໄວ້ຢ່າງໝັ້ນແກ່ນເທົ່ານັ້ນ ຫາກຍັງເປັນກໍາລັງໜູນໃນການສ້າງສາ ແລະປົກປັກຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາອີກດ້ວຍ. ສາຍພົວພັນສາມັກຄີທີ່ສະໜິດແໜ້ນລະຫວ່າງອໍານາດປົກຄອງທ້ອງຖິ່ນ, ກໍາລັງປ້ອງກັນຊາຍແດນຂອງສອງຝ່າຍ ຍາມໃດກໍໄດ້ຮັບການເພີ່ມທະວີ, ບັນດາການເຄື່ອນໄຫວພົບປະແລກປ່ຽນ, ຢ້ຽມຢາມຍາດຕິພີ່ນ້ອງ ໄດ້ດໍາເນີນຢ່າງເປັນປົກກະຕິ, ມີປະສິດທິຜົນ”.

leftcenterrightdel
ພະນັກງານແພດທະຫານຊາຍແດນແຂວງກອນຕຸມ ແຈກຢາຍຢາໃຫ້ປະຊາຊົນ ລາວ. ພາບ: ວັນຫຼີ.

ແຕ່ຕົ້ນປີ 2020 ມາຮອດປັດຈຸບັນ, ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ໄດ້ເຮັດລະບຽບການອອກເມືອງ 383.389 ເທື່ອຄົນ, ເຂົ້າເມືອງ 379.190 ເທື່ອຄົນ; ອອກເມືອງເຂດຊາຍແດນ 15.013 ເທື່ອຄົນ, ເຂົ້າເມືອງເຂດຊາຍແດນ 16.977 ເທື່ອຄົນ; ອອກເມືອງ 72.103 ເທື່ອພາຫະນະ; ເຮັດລະບຽບການ, ຕິດຕາມສິນຄ້າສົ່ງອອກ ໄດ້ 591.564 ໂຕນ ມີມູນຄ່າ 437,37 ລ້ານໂດລາສະຫະລັດ, ນໍາເຂົ້າສິນຄ້າ 889.112 ໂຕນ ມີມູນຄ່າກວ່າ 1,6 ລ້ານໂດລາສະຫະລັດ. ທະຫານຊາຍແດນແຂວງ ໄດ້ໜູນຊ່ວຍ, ມອບຂອງຂວັນທີ່ແທດຈິງໃຫ້ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນສອງແຂວງ ອັດຕະປື ແລະເຊກອງ ຈໍານວນຫຼາຍພູດ ຄື: ອຸປະກອນການແພດ, ຢາປິ່ນປົວພະຍາດ, ສະບຽງອາຫານ, ທັນຍາຫານທີ່ມີ ມູນຄ່າຫຼາຍຕື້ດົ່ງ, ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ພິເສດແມ່ນຈັດຕັ້ງຊຸດຝຶກອົບຮົມວຽກງານຊາຍແດນ, ການຕໍ່ສູ້, ສະກັດກັ້ນ ແລະ ຕ້ານອາດຊະຍາກໍາປະເພດຕ່າງໆ...

ພົນຈັດຕະວາ ສີເວີນແກ້ວ ສີວົງສາ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໃຫ້ຮູ້ວ່າ “ພວກຂ້າພະເຈົ້າ ຕີລາຄາສູງວຽກງານສົມທົບກັນປົກປັກຮັກສາຊາຍແດນລະຫວ່າງສອງຝ່າຍ ໃນໄລຍະຜ່ານມາ. ລະອຽດ, ການນໍາແຂວງອັດຕະປື, ແຂວງເຊກອງ ແລະການນໍາທະຫານຊາຍແດນແຂວງກອນຕຸມ ໄດ້ດໍາເນີນການພົບປະສອງຝ່າຍຫຼາຍຄັ້ງ ແລະເປັນເອກະພາບຕໍ່ມາດຕະການປົກປັກຮັກສາຊາຍແດນ. ໃນນັ້ນ, ພວກຂ້າພະເຈົ້າ ໄດ້ສຸມໃສ່ວຽກງານຕໍ່ສູ້ ສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດຕ່າງໆ, ພິເສດແມ່ນອາດຊະຍາກໍາຂ້າມຊາຍແດນ. ໃນໄລຍະຈະມາເຖິງ, ການນໍາສອງຝ່າຍ ໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະຜັນຂະຫຍາຍຊຸດຝຶກອົບຮົມກ່ຽວກັບວຽກງານຊາຍແດນ ໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ປ້ອງກັນຊາຍແດນ ໃຫ້ເປັນຢ່າງດີ”.

ກໍາລັງປ້ອງກັນຊາຍແດນສອງຝ່າຍ ກໍໄດ້ຮັກສາສາຍພົວພັນສາມັກຄີ, ມິດຕະພາບແບບພິເສດຢ່າງບໍ່ຢຸດຢັ້ງ, ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້ ສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດຕ່າງໆ ແລະການເຄື່ອນໄຫວຂ້າມຊາຍແດນຜິດກົດໝາຍ; ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ການຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງແຕ່ລະປະເທດ, ຮັກສາ ແລະຄຸ້ມຄອງການເຄື່ອນໄຫວໄປມາຂ້າມຊາຍແດນຢ່າງຮັດກຸມ; ຈັດຕັ້ງກໍາລັງລາດຕະເວນປົກປັກຮັກສາຊາຍແດນ; ເປັນເສນາທິການໃຫ້ອໍານາດການປົກຄອງທຸກຂັ້ນ ກ່ຽວກັບການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຢູ່ເຂດຊາຍແດນ; ຍູ້ແຮງການໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນທີ່ຢູ່ສອງຟາກຊາຍແດນ ກ່ຽວກັບສາຍພົວພັນສາມັກຄີ, ມິດຕະພາບພິເສດ ຫວຽດນາມ-ລາວ, ຍົກສູງສະຕິປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນຫວຽດນາມ-ລາວ...

ຄຽງຂ້າງນັ້ນ, ບັນດາກົມກອງຂຶ້ນກັບທະຫານຊາຍແດນແຂວງກອນຕຸມ ຍັງໄດ້ຮັກສາການລາດຕະເວນຮ່ວມກັນຢ່າງເປັນປົກກະຕິ, ຜ່ານນັ້ນ ແກ້ໄຂບັນດາກໍລະນີທີ່ກ່ຽວຂ້ອງເຖິງອະທິປະໄຕຜືນແຜ່ນດິນ; ຈັດຕັ້ງການຢ້ຽມຢາມ, ແລກປ່ຽນຂໍ້ມູນຂ່າວສານ ຕາມໄລຍະເວລາກໍານົດ ແລະຈັດຕັ້ງການພົບປະສອງຝ່າຍ...

ການພົບປະສອງຝ່າຍໃນມໍ່ໆມານີ້, ການນໍາກອງບັນຊາການທະຫານຊາຍແດນແຂວງກອນຕຸມ ໄດ້ເຫັນດີເປັນເອກະພາບຕໍ່ກັບຄໍາເຫັນຂອງການນໍາກອງບັນຊາການທະຫານ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ແລະແຂວງເຊກອງ ແມ່ນສືບຕໍ່ເພີ່ມທະວີການສົມທົບກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາຊາຍແດນ; ຕັ້ງໜ້າເປັນເສນາທິການ ໃຫ້ແກ່ອໍານາດການປົກຄອງທີ່ຢູ່ສອງຟາກຊາຍແດນ ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ; ໂຄສະນາເຜີຍແຜ່ໃຫ້ປະຊາຊົນຍົກສູງສະຕິ ໃນການປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນ ຫວຽດນາມ-ລາວ ຢ່າງເລິກເຊິ່ງກວ້າງຂວາງ, ຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ຢ່າງເປັນປົກກະຕິ..

ພັນເອກພິເສດ ເຈິ່ນຫງັອກຕຸ່ງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ເພື່ອປະຕິບັດວຽກງານການທູດຊາຍແດນກັບກໍາລັງປ້ອງກັນຊາຍແດນຂອງລາວ ໃຫ້ເປັນຢ່າງດີນັ້ນ, ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ຈະສຸມໃສ່ບາງເນື້ອໃນໜ້າທີ່ຈຸດສຸມ ຄື: ເພີ່ມທະວີການຊາບຊຶມ, ສຶກສາອົບຮົມໃຫ້ພະນັກງານ, ນັກຮົບໃນກໍາລັງທະຫານຊາຍແດນແຂວງ ກໍາແໜ້ນແຜນນະໂຍບາຍ, ແນວທາງ, ທັດສະນະຂອງພັກ, ລັດ ກ່ຽວກັບວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ສົມທົບກັບບັນດາກໍາລັງ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ພະແນກ, ຂະແໜງການຕ່າງໆໃນບໍລິເວນເພື່ອປະຕິບັດວຽກງານການທູດຊາຍແດນ ໃຫ້ເປັນຢ່າງດີ, ເພີ່ມທະວີການແຮກສ່ຽວ, ຢ້ຽມຢາມຍາດຕິພີ່ນ້ອງ, ແລກປ່ຽນ, ປະກອບສ່ວນກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ”.

ໂດຍ: ໄຊຊະນະ