ເຂົ້າຮ່ວມການຕ້ອນຮັບກຳປັ່ນ KN Pulau Dana 323 ມີທ່ານພັນເອກພິເສດ ຫງວຽນມິງແຄ໊ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການຕໍາຫຼວດທະເລເຂດ 3; ຜູ້ແທນບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ; ຜູ້ຕາງໜ້າສະຖານກົງສູນໃຫຍ່ອິນໂດເນເຊຍ ປະຈຳ ນະຄອນໂຮ່ຈີມິນ...

leftcenterrightdel
ທ່ານພັນເອກພິເສດ ຫງວຽນມິງແຄ໊ງ ມອບດອກໄມ້ໃຫ້ກັບຕັນກໍາປັ່ນ KN Pulau Dana 323. ພາບ: ເຈົາຢາງ

ໃນຂອບເຂດການຢ້ຽມຢາມຂອງກຳປັ່ນ KN Pulau Dana 323 ຈະດຳເນີນການເຄື່ອນໄຫວ: ເຂົ້າຢ້ຽມຂໍ່ານັບການນຳແຂວງບ່າເຣ້ຍ-ຫວຸງເຕົ່າ, ກອງບັນຊາການຕໍາຫຼວດທະເລເຂດ 3; ພົບປະແລກປ່ຽນ, ແຂ່ງຂັນກິລາກັບພະນັກງານ, ນັກຮົບຂອງຕໍາຫຼວດທະເລເຂດ 3; ຢ້ຽມຢາມ ແລະຊອກຮູ້ປູຊະນີຍະສະຖານປະຫວັດສາດ, ທັດສະນີຍະພາບໃນບໍລິເວນນະຄອນຫວູງເຕົ່າ; ຝຶກແອບການຊອກຫາກູ້ໄພ, ການປ້ອງກັນ, ຕ້ານການລະເບີດ, ໄຟໄໝ້ຢູ່ທະເລຮ່ວມກັບກຳປັ່ນຕໍາຫຼວດທະເລຫວຽດນາມ...

ການຢ້ຽມຢາມຂອງກຳປັ່ນ KN Pulau Dana 323 ແມ່ນການເຄື່ອນໄຫວເພື່ອປະຕິບັດບົດບັນທຶກຊ່ວຍຈໍາລະຫວ່າງກຳລັງຕໍາຫຼວດທະເລສອງປະເທດທີ່ໄດ້ລົງນາມໃນປີ 2021. ຜ່ານການຢ້ຽມຢາມ, ພະນັກງານ, ພາລະກອນ, ນັກຮົບຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລອິນໂດເນເຊຍ ມີກາລະໂອກາດຖອດຖອນບົດຮຽນ, ພົບປະແລກປ່ຽນປະສົບການຕົວຈິງໃນວຽກງານປະຕິບັດກົດໝາຍຢູ່ທະເລ; ຜ່ານນັ້ນປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງກໍາລັງ.

ໂດຍ: ເຈິ່ນຮວ່ຽນ