ທ່ານພົນໂທ ຝຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ ເປັນປະທານກອງປະຊຸມ.

ທີ່ກອງປະຊຸມ, ຜູ້ບັນຊາການກອງຊ່າງແສງເລກ 2 ແລະຜູ້ບັນຊາການໂຮງໝໍກາງສະໜາມ ຂັ້ນ 2 ເລກ 5 ໄດ້ລາຍງານຜົນຂອງອາຍຸການປະຕິບັດງານ; ຖອດຖອນບົດຮຽນໃນວຽກງານວິຊາສະເພາະ ກໍຄືໃນການບໍລິຫານ, ຄຸ້ມຄອງກົມກອງ, ວຽກງານຮັບປະກັນຄວາມປອດໄພ ແລະຄວາມໝັ້ນຄົງ; ຍົກອອກບາງຂໍ້ສະເໜີແນະ, ປະກອບສ່ວນແທດຈິງເຂົ້າໃນວິວັດການກະກຽມ ແລະຜັນຂະຫຍາຍບັນດາກອງຊ່າງແສງ ແລະໂຮງໝໍຕໍ່ໄປ ໄປຍັງບໍລິເວນເຂດ Abyei ແລະຊູດັງໃຕ້.

ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ເນັ້ນໜັກວ່າ, ສິ້ນສຸດອາຍຸການປະຕິບັດງານ, ກອງຊ່າງແສງເລກ 2 ໄດ້ປະຕິບັດສຳເລັດຫຼາຍໜ້າທີ່ວຽກງານເປັນຢ່າງດີ, ໄດ້ຮັບການຍ້ອງຍໍ, ຊົມເຊີຍຈາກຜູ້ບັນຊາການຄະນະປະຕິບັດງານ ແລະເພື່ອນມິດສາກົນ, ໄດ້ຮັບການຕີລາຄາສູງ, ປະຊາຊົນທ້ອງຖິ່ນໃຫ້ຄວາມເຄົາລົບ ແລະຮັກແພງ.

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມ. ພາບ:  qdnd.vn

ກົມຮັກສາສັນຕິພາບຫວຽດນາມ ໄດ້ເປັນເຈົ້າການຈັດຕັ້ງກອງປະຊຸມສະຫຼຸບອາຍຸການປະຕິບັດງານຢູ່ທຸກຂັ້ນ, ກວດກາຄືນວຽກງານແຂ່ງຂັນຍ້ອງຍໍບັນດາຜົນງານທີ່ບັນລຸໄດ້ ແລະຖອດຖອນບົດຮຽນກ່ຽວກັບເນື້ອໃນທີ່ຍັງຈຳກັດ; ພວມປະຕິບັດສຳເລັດລະບຽບການ  ແລະສະເໜີຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະບຸກຄົນ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານຢ່າງທັນການ.

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ຕາງໜ້າໃຫ້ການນຳກົມໃຫຍ່ເສນາທິການ ແລະຄະນະຊີ້ນຳກະຊວງປ້ອງກັນປະເທດ, ທ່ານພົນໂທ ຝຸ່ງສີເຕິ໊ນ ໄດ້ຍ້ອງຍໍຊົມເຊີຍກົມຮັກສາສັນຕິພາບຫວຽດນາມ  ແລະບັນດາອົງການ, ກົມກອງກ່ຽວຂ້ອງ ທີ່ໄດ້ສົມທົບກັນຢ່າງມີປະສິດທິຜົນ, ປະຕິບັດວຽກງານບັນຊາ, ຊີ້ນໍາ, ບໍລິຫານກໍາລັງຢູ່ບໍລິເວນເປັນຢ່າງດີ; ຕີລາຄາສູງຕໍ່ຜົນແຫ່ງການປະຕິບັດໜ້າທີ່ຂອງກອງຊ່າງແສງ ເລກ 2 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 5.

leftcenterrightdel
ທ່ານພົນໂທ ຝຸ່ງສີເຕິ໊ນ ໂອ້ລົມກັບບັນດາທະຫານຍິງຂອງກອງຊ່າງແສງເລກ 2 ທີ່ກອງປະຊຸມ. ພາບ:  qdnd.vn

ທ່ານພົນໂທ ຝຸ່ງສີເຕິ໊ນ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ ຕາມພາລະບົດບາດ, ໜ້າທີ່ຂອງຕົນ ສືບຕໍ່ສົມທົບກັນ, ໜູນຊ່ວຍກົມຮັກສາສັນຕິພາບຫວຽດນາມ ໃນການປະຕິບັດໜ້າທີ່ວຽກງານ; ຄົ້ນຄວ້າ, ດັດປັບ, ເພີ່ມເຕີມໂຄງການຝຶກແອບບໍາລຸງສ້າງແຫຼ່ງກຳລັງ ໃຫ້ບັນດາເປົ້າໝາຍທີ່ກະກຽມເຂົ້າຮ່ວມການປະຕິບັດໜ້າທີ່, ຮັບປະກັນຄວາມເໝາະສົມ, ສຸມໃສ່ເນື້ອໃນ ຄື: ຝຶກແອບສູ້ຮົບປົກປ້ອງກົມກອງ; ວິທີການແກ້ໄຂກໍລະນີທີ່ຂາດຄວາມສະຫງົບ, ປອດໄພ ຢູ່ໃນຄ້າຍທະຫານ  ແລະໃນຂະນະທີ່ປະຕິບັດໜ້າທີ່ຢູ່ພາຍນອກ; ປັບປຸງຄວາມຊໍານານໃນການນໍາໃຊ້ອາວຸດ; ກໍາແໜ້ນຫຼັກການນໍາໃຊ້ກຳລັງອາວຸດເມື່ອເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ...

ໂດຍ: ທູຈາງ