leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານນາງ Carmen Cano De Lasala ເອກອັກຄະລັດຖະທູດ ແອັດສະປາຍ ປະຈໍາ ຫວຽດນາມ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າຫວຽດນາມ ຖືເປັນສໍາຄັນ ແລະຕີລາຄາສູງການພົວພັນຮ່ວມມືກັບແອັດສະປາຍ, ພ້ອມທັງປາດຖະໜາຢາກຍົກການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ສົມກັບຄວາມສາມາດບົ່ມຊ້ອນການຮ່ວມມືຂອງສອງປະເທດ. ທ່ານພົນເອກ ຟານວັນຢາງ ຕີລາຄາວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ແອັດສະປາຍ ໄດ້ຮັບການຜັນຂະຫຍາຍເໝາະສົມກັບບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືປ້ອງກັນຊາດທີ່ລົງນາມໃນປີ 2010; ຖືວ່າສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ໃຫ້ສອດຄ່ອງກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະປະເທດ; ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສຸມໃສ່ເຂົ້າບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບໍາລຸງກໍ່ສ້າງ, ຮັກສາສັນຕິພາບ ສປຊ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ.

ສ່ວນທ່ານນາງ ເອກອັກຄະລັດຖະທູດ Carmen Cano De Lasala ສະແດງອາລົມຈິດອັນດີງາມຕໍ່ປະເທດ, ຊາວຫວຽດນາມ; ແບ່ງປັນຄວາມເສຍຫາຍໂດຍພາຍຸຢາກີ ກໍ່ຂຶ້ນກັບຫວຽດນາມ; ຕີລາຄາສູງຄວາມສາມາດຮັບມືກັບໄພທໍາມະຊາດຂອງກອງທັບປະຊາຊົນຫວຽດນາມ; ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືປ້ອງກັນຊາດສອງຝ່າຍ, ໂດຍສະເພາະແມ່ນໃນຂົງເຂດບໍາລຸງກໍ່ສ້າງ, ຮັກສາສັນຕິພາບ ສປຊ.

ໂດຍ: ໄຊນີດາ