ເຂົ້າຮ່ວມກອງປະຊຸມສໍາມະນາມີທ່ານ Jagdeep Dhankhar ຮອງປະທານາທິບໍດີອິນເດຍ; ຜູ້ຕາງໜ້າບັນດາອົງການການທູດ ແລະທະຫານເຮືອບັນດາປະເທດ. ທ່ານພົນຈັດຕະວາ ຟ້າມແມ້ງຮຸ່ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການເຫຼົ່າທັບເຮືອ ພ້ອມດ້ວຍຄະນະປະຕິບັດງານຂອງກຳປັ່ນໝາຍເລກ 20 (ກອງເຮືອ 132, ກອງພົນນ້ອຍ 172, ທະຫານເຮືອເຂດ 3) ໄດ້ຕາງໜ້າທະຫານເຮືອປະຊາຊົນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສໍາມະນາ.

leftcenterrightdel
 ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຫວູຮຸ່ງ

ດ້ວຍຫົວຂໍ້ “ຄູ່ຮ່ວມມືໃນທົ່ວມະຫາສະໝຸດ: ການຮ່ວມມື, ກໍາລັງແຮງສັງລວມ, ການເຕີບໂຕ”, ບັນດານັກບັນລະຍາຍທີ່ມາຈາກ 12 ປະເທດໄດ້ນຳສະເໜີກ່ຽວກັບບັນດາຂົງເຂດສຳຄັນ, ຄື: ການເຕີບໂຕດ້ານເສດຖະກິດ, ຄວາມໝັ້ນຄົງໃນການເດີນທະເລ, ການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ກໍ່ສ້າງພື້ນຖານເສດຖະກິດສີຂຽວ ແລະພັດທະນາພື້ນຖານໂຄງລ່າງທາງເດີນທະເລແບບຍືນຍົງ. ທີ່ກອງປະຊຸມສໍາມະນາ, ບັນດານັກບັນລະຍາຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນທີ່ຍາວນານໃນການແກ້ໄຂສິ່ງທ້າທາຍເຊິ່ງປະຊາຄົມການເດີນທະເລທົ່ວໂລກພວມປະເຊີນໜ້າ. ຜ່ານການເຈລະຈາ ແລະການຮ່ວມມື, ບັນດາຝ່າຍທີ່ເຂົ້າຮ່ວມຄວນເປັນເຈົ້າການເພື່ອມຸ່ງໄປເຖິງການກໍ່ສ້າງຂະແໜງການເດີນທະເລທີ່ປອດໄພ, ຍືນຍົງ ແລະວັດທະນາຖາວອນກວ່າອີກ.

ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 22 ກຸມພາ, ທະຫານເຮືອບັນດາປະເທດ ໄດ້ເຂົ້າຮ່ວມພິທີເດີນສວນສະໜາມຢູ່ຖະໜົນເຂດແຄມທະເລ, ນະຄອນ Visakhapatnam.

leftcenterrightdel
ຄະນະທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມພິທີເດີນສວນສະໜາມຢູ່ຖະໜົນເຂດແຄມທະເລ, ນະຄອນ Visakhapatnam. ພາບ: ຫວູຮຸ່ງ

ວັນທີ 23 ກຸມພາ ແມ່ນມື້ສຸດທ້າຍຂອງໄລຍະເຄື່ອນໄຫວຢູ່ທ່າກໍາປັ່ນໃນຂອບເຂດການຝຶກຊ້ອມ MILAN 2024 ຢູ່ອິນເດຍ. ໃນຕອນເຊົ້າ, ຜູ້ຕາງໜ້າທະຫານເຮືອບັນດາປະເທດ ໄດ້ສືບຕໍ່ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວຢູ່ທະເລເພື່ອກະກຽມໃຫ້ໄລຍະເຄື່ອນໄຫວຝຶກຊ້ອມຢູ່ທະເລ.

ໂດຍ: ເຈິ່ນຮວ່ຽນ