ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ເບລາຣຸດ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ
ກປ.ອອນໄລ - ວັນທີ 5 ມີນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຈື່ອງຖັງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Ravenko Valery, ຫົວໜ້າກົມຮ່ວມມືການທະຫານສາກົນ, ກະຊວງປ້ອງກັນປະເທດເບລາຣຸດ.
ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນເຈື່ອງຖັງ ຕີລາຄາວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການ ແລະກໍາລັງຄວາມສາມາດຂອງສອງຝ່າຍ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ການຮ່ວມມືເຫຼົ່າທັບ-ເຫຼົ່າຮົບ; ການບໍາລຸງສ້າງ; ວິທະຍາສາດການທະຫານ; ແພດທະຫານ...
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັງ ຕ້ອນຮັບທ່ານພົນຈັດຕະວາ Ravenko Valery. ພາບ: ຫວູຮວ່າງ |
ສ່ວນທ່ານພົນຈັດຕະວາ Ravenko Valery ຢືນຢັນວ່າ ເບລາຣຸດ ຖືເປັນສໍາຄັນການພົວພັນຮ່ວມມືກັບຫວຽດນາມ; ແຈ້ງໃຫ້ທ່ານພົນໂທ ຫງວຽນເຈື່ອງຖັງ ຊາບກ່ຽວກັບໝາກຜົນວາລະປະຊຸມ ຄັ້ງທີ 1 ກຸ່ມປະຕິບັດງານສອງຝ່າຍ ຫວຽດນາມ-ເບລາຣຸດ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມຮ່ວມມືການທະຫານສາກົນ, ກະຊວງປ້ອງກັນປະເທດເບລາຣຸດ. ຕີລາຄາສູງໝາກຜົນການຮ່ວມມືໃນປີ 2025, ທ່ານພົນຈັດຕະວາ Ravenko Valery ສະແດງຄວາມປາດຖະໜາຢາກໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັງ, ທ່ານພົນຈັດຕະວາ Ravenko Valery ແລະຜູ້ແທນທີ່ການຕ້ອນຮັບ. ພາບ: ຫວູຮວ່າງ |
ທ່ານພົນໂທ ຫງວຽນເຈື່ອງຖັງ ຕີລາຄາສູງໝາກຜົນວາລະປະຊຸມ ຄັ້ງທີ 1 ກຸ່ມປະຕິບັດງານສອງຝ່າຍ ຫວຽດນາມ-ເບລາຣຸດ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ. ທ່ານພົນໂທ ຫງວຽນເຈື່ອງຖັງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍແຜນການຮ່ວມມືດ້ານປ້ອງກັນຊາດປະຈຳປີຢ່າງມີປະສິດທິຜົນ, ໃນນັ້ນສຸມໃສ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຊຸກຍູ້ການພົບປະແລກປ່ຽນ, ການພົບປະ, ແລກປ່ຽນບົດຮຽນແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ເຂົ້າໃຈ ແລະປະສິດທິຜົນຂອງການຮ່ວມມືສອງຝ່າຍ; ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນກວ່າອີກໃນບັນດາຂົງເຂດບໍາລຸງສ້າງ, ການຮ່ວມມືເຫຼົ່າທັບ-ເຫຼົ່າຮົບ, ການຮັກສາສັນຕິພາບຂອງສະຫະປະຊາຊາດ, ສືບຕໍ່ສະໜັບສະໜູນ, ເຂົ້າຮ່ວມການເຄື່ອນໄຫວສາກົນຫຼາຍຝ່າຍທີ່ແຕ່ລະຝ່າຍຈັດຕັ້ງ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດກວ່າອີກ, ເໝາະສົມກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເບລາຣຸດ.
ໂດຍ: ເຈິ່ນຮວ່ຽນ