ເຂົ້າຮ່ວມພິທີໄຂມີ: ທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ; ທ່ານພົນເອກ R.Hari Kumar, ຜູ້ບັນຊາການທະຫານເຮືອອິນເດຍ; ຜູ້ຕາງໜ້າບັນດາອົງການການທູດ ແລະທະຫານເຮືອບັນດາປະເທດ. ທ່ານພົນຈັດຕະວາ ຟ້າມແມ້ງຮຸ່ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການເຫຼົ່າທັບເຮືອ; ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳອິນເດຍ ພ້ອມດ້ວຍຄະນະປະຕິບັດງານ ຂອງກຳປັ່ນໝາຍເລກ 20 (ກອງເຮືອ 132, ກອງພົນນ້ອຍ 172, ທະຫານເຮືອເຂດ 3) ໄດ້ຕາງໜ້າທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມ.

leftcenterrightdel
ທ່ານ Rajnath Singh ລັດຖະມົນຕີກະຊວງ ປ້ອງກັນປະເທດອິນເດຍ ກ່າວຄໍາເຫັນທີ່ພິທີໄຂການຝຶກຊ້ອມ MILAN 2024. ພາບ: qdnd.vn

ດ້ວຍຫົວຂໍ້ “ນໍ້າໃຈແຫ່ງຄວາມເປັນເພື່ອນ - ຄວາມຜູກພັນ - ການຮ່ວມມື”, ການຝຶກຊ້ອມ MILAN 2024 ມີການເຂົ້າຮ່ວມຂອງທະຫານເຮືອທີ່ມາຈາກ 47 ປະເທດ. ທະຫານເຮືອປະຊາຊົນຫວຽດນາມ ໄດ້ຈັດສົ່ງກຳປັ່ນໝາຍເລກ 20 ພ້ອມດ້ວຍຄະນະປະຕິບັດງານ ໂດຍທ່ານພັນເອກພິເສດ ດວານບ໋າວແອັງ, ຮອງຜູ້ບັນຊາການທະຫານເຮືອເຂດ 3 ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກິດຈະກໍາຫຼາຢ່າງໃນຂອບເຂດການຝຶກຊ້ອມ.

leftcenterrightdel
ບັນຍາກາດທີ່ພິທີໄຂການຝຶກຊ້ອມ MILAN 2024 ຢູ່ນະຄອນ Visakhapatnam. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີໄຂ, ທ່ານ R. Hari Kumar ເນັ້ນໜັກວ່າ ການຝຶກຊ້ອມແມ່ນໂອກາດທີ່ດີເພື່ອໃຫ້ທະຫານເຮືອບັນດາປະເທດຖອດຖອນບົດຮຽນ, ປະສົບການ, ເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ພ້ອມທັງຊຸກຍູ້ການຮ່ວມມືໃນການແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງການເດີນທະເລໃນໂລກ.

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມພິທີໄຂການຝຶກຊ້ອມ MILAN 2024. ພາບ: qdnd.vn

ການຝຶກຊ້ອມ MILAN ປີນີ້ໄດ້ດຳເນີນໄປໃນລະຫວ່າງວັນທີ 19-27 ກຸມພາ, ຢູ່ບັນດາສະຖານທີ່ແຄມຝັ່ງທະເລ ແລະ ເຂດທະເລເບື້ອງຕາເວັນອອກຂອງນະຄອນ Visakhapatnam, ເຊິ່ງແບ່ງອອກເປັນ 2 ໄລຍະ. ໄລຍະທີໜຶ່ງແມ່ນຢູ່ທ່າກໍາປັ່ນ, ກຳປັ່ນໝາຍເລກ 20 ຂອງຫວຽດນາມ ຈະເຂົ້າຮ່ວມແລກປ່ຽນດ້ານວິຊາສະເພາະ, ກອງປະຊຸມສ້າງແຜນອອກທະເລ, ກອງປະຊຸມສຳມະນາກ່ຽວກັບການເດີນທະເລ, ການພົບປະແລກປ່ຽນນາຍທະຫານໜຸ່ມ, ການແຫ່ຂະບວນຕາມທ້ອງຖະໜົນ, ການພົບປະແລກປ່ຽນວັດທະນະທໍາ-ແຂ່ງຂັນກິລາມິດຕະພາບ... ໃນໄລຍະທີສອງແມ່ນດຳເນີນການຝຶກຊ້ອມຢູ່ທະເລ, ກຳປັ່ນໝາຍເລກ 20 ຂຶ້ນກັບກຸ່ມຍຸດທະວິທີ ທີ 3 ແລະເຂົ້າຮ່ວມການເຄື່ອນໄຫວຄື: ການຈັດຮູບແຖວ, ການຕິດຕໍ່ສື່ສານ, ຊ່ວຍຜູ້ທີ່ຕົກນ້ຳ, ເຂົ້າທຽບທ່າ ແລະ ກວດກາກຳປັ່ນທີ່ຖືກສົງໄສ, ຈັດການລໍາລຽງຢູ່ທະເລ ແລະ ຈັດແຖວຖ່າຍຮູບຈາກມູມສູງ.

* ຕອນຄ່ຳວັນດຽວກັນ, ໃນຂອບເຂດການຝືກຊ້ອມ MILAN ກໍໄດ້ດໍາເນີນພິທີໄຂງານວາງສະແດງເຕັກໂນໂລຢີທາງທະເລ ແລະ ໝູ່ບ້ານວັດທະນະທຳ MILAN. ກ່ອນໜ້ານີ້, ທະຫານເຮືອບັນດາປະເທດ ໄດ້ແຂ່ງຂັນກິລາມິດຕະພາບ ເພື່ອແນໃສ່ເພີ່ມທະວີນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈ ເຊິ່ງກັນແລະກັນ.

* ເນື່ອງໃນໂອກາດເຂົ້າຮ່ວມການຝຶກຊ້ອມ MILAN 2024, ຕອນເຊົ້າວັນທີ 21 ກຸມພາ, ຄະນະປະຕິບັດງານຂອງກຳປັ່ນໝາຍເລກ 20 ໄດ້ເຂົ້າຢ້ຽມຂ່ຳນັບການນໍາກອງເຮືອຮົບພາກຕາເວັນອອກ, ຂຶ້ນກັບທະຫານເຮືອອິນເດຍ.

ໂດຍ: ທູຈາງ