ທ່ານພົນໂທ ຟຸ່ງສີເຕິ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາ CEPPP ເປັນປະທານ ແລະກ່າວຄຳເຫັນທີ່ພິທີໄຂ.

leftcenterrightdel
ທ່ານພົນໂທ ຟຸ່ງສີເຕິ໊ນ ກ່າວຄຳເຫັນທີ່ພິທີໄຂ. ພາບ: ຫວຽດຈູງ

ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນໂທ ຟຸ່ງສີເຕິ໊ນ ຢັ້ງຢືນວ່າ ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາຄະນະຜູ້ແທນໄດ້ແລກປ່ຽນ, ແບ່ງປັນບົດຮຽນ, ຝຶກຝົນຫຼໍ່ຫຼອມ, ປະຕິບັດທັກສະໃນການຜັນຂະຫຍາຍໜ້າທີ່ຮັກສາສັນຕິພາບ, ໃກ້ຊິດຕິດແທດກັບການເຄື່ອນໄຫວຕົວຈິງຢູ່ຄະນະປະຕິບັດງານ. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ ລະຫວ່າງບັນດາປະເທດສະມາຊິກ ADMM+; ຢັ້ງຢືນບົດບາດ ແລະຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກ ADMM+ ໃນຄວາມມານະພະຍາຍາມລວມແນໃສ່ຮັກສາສັນຕິພາບ ແລະຄວາມໝັ້ນຄົງໃນໂລກ.

leftcenterrightdel
ທ່ານນາງ Matsuzawa Tomoko ເປັນປະທານຮ່ວມກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນ ທີ 4. ພາບ: ຫວຽດຈູງ
leftcenterrightdel
ທ່ານພັນເອກພິເສດ ຫງວຽນຍືແກັ໊ງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: ຫວຽດຈູງ

ທີ່ພິທີໄຂ, ສອງປະທານຮ່ວມຈັດຕັ້ງກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4 - ທ່ານພັນເອກພິເສດ ຫງວຽນຍືແກັ໊ງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລະທ່ານນາງ Matsuzawa Tomoko, ຜູ້ອໍານວຍການຮ່ວມມືສາກົນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ, ກະຊວງປ້ອງກັນປະເທດຍີ່ປຸ່ນ, ຫົວໜ້າກຸ່ມນັກຊ່ຽວຊານຮັກສາສັນຕິພາບຍີ່ປຸ່ນ - ກ່າວຄໍາເຫັນ ຢັ້ງຢືນວ່າ ສອງຝ່າຍໄດ້ຮ່ວມມືຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນ ແລະເປົ້າໝາຍໃນບັນດາເຫດການຮ່ວມຈັດຕັ້ງ, ໃນນັ້ນມີການສົມທົບກັນເປັນປະທານ CEPPP ຄັ້ງນີ້.

leftcenterrightdel
 ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຫວຽດຈູງ

ສອງປະທານຮ່ວມ ໄດ້ຂອບອົກຂອບໃຈການເຂົ້າຮ່ວມຢ່າງຕັ້ງໜ້າ ແລະເປັນຈຳນວນຫຼວງຫຼາຍພ້ອມດ້ວຍການຮ່ວມມື ແລະສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນຂອງບັນດາປະເທດສະມາຊິກ ADMM+ ໃນ CEPPP ຄັ້ງນີ້, ປະກອບສ່ວນພ້ອມກັບຫວຽດນາມ ແລະຍີ່ປຸ່ນ ຈັດຕັ້ງເຫດການປະສົບຜົນສຳເລັດ.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຢູ່ສູນຝຶກແອບການທະຫານແຫ່ງຊາດ ທີ 4, ທ່ານພົນໂທ ຟຸ່ງສີເຕິ໊ນ ໄດ້ໃຫ້ການຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດ ADMM+ ທີ່ເຂົ້າຮ່ວມ CEPPP.

ໂດຍ: ເຈິ່ນຮວ່ຽນ