leftcenterrightdel
ພິທີມອບຮັບ ແລະຈັດສົ່ງອັດຖິ. ພາບ: vov.vn

ພິທີມອບ - ຮັບແມ່ນມີຄວາມໝາຍສຳຄັນພິເສດສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະການຮ່ວມມືຮອບດ້ານຕໍ່ກັບສອງປະເທດລາວ - ຫວຽດນາມ.

ການເຄື່ອນໄຫວຊອກຫາ, ທ້ອນໂຮມອັດຖິທະຫານ, ນັກຊ່ຽວຊານທີ່ເສຍສະຫຼະຊີວິດເພື່ອຊາດໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນ ແລະຈາລຶກຄຸນງາມຄວາມດີອັນຍິ່ງໃຫຍ່ຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ພ້ອມທັງຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຍາດຕິພີ່ນ້ອງ, ຄອບຄົວນັກຮົບ ແລະປະຊາຊົນໃນທົ່ວປະເທດ; ປະກອບສ່ວນສຶກສາມູນເຊື້ອປະຕິວັດ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມກ່ຽວກັບມູນເຊື້ອຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ