leftcenterrightdel
ພົນໂທ ຮວ່າງຊວນຈ໊ຽນ ຊີ້ນໍາທີ່ການກວດຜ່ານ. ພາບ: ຟ້າມຮຶງ.
leftcenterrightdel
ບັນຍາກາດທີ່ການກວດຜ່ານ. ພາບ: ຟ້າມຮຶງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຄະນະຊ່ຽວຊານບັນດາປະເທດ ພ້ອມກັບຊ່ຽວຊານຮັກສາສັນຕິພາບຫວຽດນາມ, ປະກອບສ່ວນຮັບປະກັນເພື່ອໃຫ້ເຫດການໄດ້ຈັດຕັ້ງສໍາເລັດ; ຫວັງວ່າຜ່ານໂຄງການ, ບັນດາປະເທດ ADMM+ ຈະແບ່ງປັນບົດຮຽນທີ່ມີປະໂຫຍດຫຼາຍຢ່າງໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຫັດແອບ ແລະຝຶກຊ້ອມບັນດາທັກສະວິຊາການໃຫ້ແກ່ກໍາລັງສັງເກດການທະຫານຊ່າງແສງ ແລະແພດທະຫານຮັກສາສັນຕິພາບ, ຜ່ານນັ້ນກະກຽມເປັນຢ່າງດີໃຫ້ແກ່ກໍາລັງຂອງປະເທດຕົນເອງກະກຽມຜັນຂະຫຍາຍເຖິງບໍລິເວນບັນດາຄະນະປະຕິບັດງານ.

leftcenterrightdel
ພົນໂທ ຟຸ່ງສີເຕິ້ນ ຍ້ອງຍໍຊົມເຊີຍບັນດາອົງການ, ກົມກອງ ທີ່ໄດ້ປະຕິບັດສໍາເລັດວຽກງານກະກຽມເປັນຢ່າງດີ. ພາບ: ຟ້າມຮຶງ.

ເປັນປະທານການກວດຜ່ານ, ທ່ານພົນໂທ ຟຸ່ງສີເຕິ້ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາໂຄງການຕີລາຄາຄວາມສາມາດ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະການສົມທົບຂອງບັນດາອົງການ, ກົມກອງກະຊວງປ້ອງກັນປະເທດທີ່ໄດ້ສໍາເລັດຕາມຄວາມຄືບໜ້າ ແລະຕາມແຜນການວຽກງານກະກຽມໃຫ້ແກ່ພິທີເປີດໃນວັນທີ 13 ກັນຍາ.  

leftcenterrightdel
ພົນໂທ ຮວ່າງຊວນຈ໊ຽນ ກວດກາສະໜາມຫັດແອບທີ່ຈະດຳເນີນການຝຶກຊ້ອມຕົວຈິງ. ພາບ: ຟ້າມ ຮຶງ.

ບັນດາຄະນະຊ່ຽວຊານຮັກສາສັນຕິພາບ, ຄູອາຈານ ແລະນັກສໍາມະນາກອນ ມາຈາກ 18 ປະເທດສະມາຊິກ ADMM+ ໄດ້ມີໜ້າຢູ່ຫວຽດນາມ, ພ້ອມແລ້ວທີ່ຈະເຂົ້າຮ່ວມເຫດການ ທີ່ຈັດຂຶ້ນຢູ່ຫວຽດນາມ ເປັນຄັ້ງທໍາອິດ. ບັນດາຜູ້ແທນສາກົນສະແດງຄວາມປະທັບໃຈຕໍ່ການກະກຽມຢ່າງຮອບຄອບຖີ່ຖ້ວນຂອງປະເທດເຈົ້າພາບຫວຽດນາມ ໃຫ້ແກ່ເຫດການ, ເຊື່ອໝັ້ນວ່າຜ່ານໂຄງການ, ບັນດາປະເທດຈະເຮັດວຽກ ແລະສົມທົບກັນຢ່າງມີປະສິດທິຜົນ, ປະກອບສ່ວນກະກຽມດີທີ່ສຸດໃຫ້ແກ່ກໍາລັງທີ່ຈະຜັນຂະຫຍາຍເຖິງບໍລິເວນ ກໍຄື ເຂົ້າຮ່ວມພາລະກໍາຮັກສາສັນຕິພາບ ສປຊ ຢ່າງມີປະສິດທິຜົນກວ່າ.

ໂດຍ: ໄຊຊະນະ