ໂຮງງານມິດຕະພາບລາວ-ຫວຽດນາມ ພົ້ນເດັ່ນໃນການຜະລິດ ແລະສ້ອມແປງຮັບໃຊ້ກອງທັບ
ໂຮງງານມິດຕະພາບລາວ-ຫວຽດນາມ ເປັນໂຮງງານໜຶ່ງຂອງກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນໍາລວມຂອງກົມໃຫຍ່ເຕັກນິກກອງທັບ, ຊີ້ນໍາໂດຍກົມອຸດສາຫະກຳປ້ອງກັນຊາດ, ມີພາລະບົດບາດໜ້າທີ່ສ້ອມແປງຟື້ນຟູພາຫະນະເຕັກນິກລົດ ແລະ ຜະລິດບັນດາຜະລິດຕະພັນຕ່າງໆ ຮັບໃຊ້ໃຫ້ແກ່ກອງທັບ...
ໂຮງງານມິດຕະພາບລາວ-ຫວຽດນາມ ເປັນບ່ອນຝຶກງານ, ຝຶກອົບຮົມວິຊາການ-ນາຍຊ່າງ ໃຫ້ແກ່ນັກຮຽນ, ນັກສຶກສາ ພາຍໃນກອງທັບ ແລະ ພາກລັດ, ທັງເປັນບ່ອນຝຶກຝົນຫລໍ່ຫລອມພະນັກງານນໍາພາ-ບັນຊາໃຫ້ກາຍເປັນພະນັກງານຫລັກແຫລ່ງ ເພື່ອປະກອບເຂົ້າໃນຂະແໜງການອຸດສະຫະກໍາປ້ອງກັນຊາດ ເເລະນໍາໃຊ້ທ່າແຮງບົ່ມຊ້ອນ, ເຄື່ອງຈັກພາຫະນະເຕັກນິກ ແລະກຳລັງການຜະລິດບໍລິການ, ຜະລິດ ແລະ ສ້ອມແປງ, ສ້າງລາຍຮັບໃຫ້ແກ່ໂຮງງານ ເພື່ອປັບປຸງພັດທະນາໂຮງງານ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ພະນັກງານ-ນັກຮົບ ໃຫ້ມີຊິວິດນັບມື້ນັບດີຂຶ້ນ.
    |
 |
ສະຫາຍພັນໂທ ແສງມະນີ ສີພອນໄຊ ຮອງອຳນວຍການໂຮງງານ ຮັບຜິດຊອບວຽກງານການເມືອງ-ບໍລິຫານ ໂຮງງານມິດຕະພາບລາວ-ຫວຽດນາມ. ພາບ: kpl.gov.la |
ສະຫາຍພັນໂທ ແສງມະນີ ສີພອນໄຊ ຮອງອຳນວຍການໂຮງງານ ຮັບຜິດຊອບວຽກງານການເມືອງ-ບໍລິຫານ ໂຮງງານມິດຕະພາບລາວ-ຫວຽດນາມ ໃຫ້ສຳພາດໃນໂອກາດວັນສ້າງຕັ້ງວັນກຳມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ໃນວັນທີ 30 ເມສາ 2025 ຜ່ານມາວ່າ: ຕະຫລອດໄລຍະຜ່ານມາ ເຖິງປັດຈຸບັນ, ໂຮງງານມິດຕະພາບລາວ-ຫວຽດນາມ ມີຜົນງານອັນພົ້ນເດັ່ນຫລາຍດ້ານ ເປັນຕົ້ນວຽກງານວິຊາສະເພາະ ການຜະລິດ ເເລະສ້ອມເເປງ ໄດ້ສ້ອມແປງລົດຊະນິດຕ່າງໆ ເຊັ່ນ: ສ້ອມເເປງບົວລະບັດລົດ, ຫົວຈັກ, ເຊັກປໍ້າແຮງດັນສູງ, ຫົວສີດລົດ, ເຮັດສີລົດ, ຜະລິດຜ້າບັດປະເພດລົດຕ່າງໆ. ນອກນີ້, ປີຜ່າມມາໄດ້ນໍາພະຫະນະຊ່າງເເສງ ຮ່ວມຊ່າງຣັດເຊຍ 15 ຄັນ, ໄດ້ຜະລິດໜໍ້ອັບໜີບ, ພ້າດ້າມເລັກ, ຂວານ, ຊວ້ານ, ອຸປະກອນນໍ້າມັນເຊຶ້້ອໄຟ, ໂຕະຕຽງເລັກ, ຜະລິດອູ່ສ້ອມແປງພາກສະໝາມ ຊ້ອມຕ້ານໄພພິບັດທໍາມະຊາດ, ຜະລິດ ແລະ ຕົບແຕ່ງຕູ້ບັນຊາໂດຣນໃສ່ລົດ JAC, ຕໍ່ເຕີ່ມຄານຊີລົດ JAC, ຜະລິດເຄື່ອງປະກອບຄົບຊຸດໃສ່ລົດຊ່າງແສງຈໍານວນ 50 ຄັນ, ມອບ-ຮັບແລ້ວຈໍານວນ 12 ລາຍການ (720 ຊິ້ນນສ່ວນ ) ເເລະ ອື່ນໆ. ນອກນັ້ນ, ຍັງໄດ້ຜະລິດຊິ້ນສ່ວນ-ອາໄຫລ່ຮັບໃຊ້ວຽກງານຮ່ວມມື ກັບຄະນະຊ່ຽວຊານ ສ ຣັດເຊຍ, ສ້ອມແປງລົດຊ່າງແສງ. ຄຽງຄູ່ກັນນີ້, ຍັງໄດ້ບໍລິການທົ່ວໄປ ເປັນຕົ້ນແມ່ນຜະລິດຕຽງ, ດັດເເປງຟື້ນຟູ-ຕໍ່ເຕີມລົດ ແລະ ຜິດລິດສ້ອມແປງລົດ ເເລະ ເຄື່ອງຕ່າງໆ ເພື່ອສ້າງລາຍຮັບໄດ້ເຂົ້າໃນກົມກອງ ຕື່ມອິກ.
ໃນໂອກາດວັນກຳມະກອນສາກົນ ຄົບຮອບ 139 ນີ້, ສະຫາຍ ພັນໂທ ແສງມະນີ ສີພອນໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະອຳນວຍການ, ພະນັກງານ-ນົບຮົບ ທົ່ວໂຮງງານມິດຕະພາບລາວ-ຫວຽດນາມ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ໃນຄວາມໝາຍ, ຄວາມສໍາຄັນ ແລະຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກຳມະກອນ ໂດຍສະເພາະຊົນຊັ້ນກຳມະກອນລາວພວກເຮົາ ແມ່ນໄດ້ເອົາໃຈໃສ່ໃນການສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດຊາດມີຄວາມຈະເລີນສີວິໄລ ແລະຂໍຝາກເຖິງກຳມະກອນຜູ້ອອກແຮງງານ ຈົ່ງພ້ອມກັນເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕ ຂອງພວກເຮົາໄວ້ໃຫ້ຍືນຍົງຕະຫລອດໄປ.
ແຫຼ່ງຄັດຈາກ: kpl.gov.la