ນີ້ແມ່ນການເຄື່ອນໄຫວກວດກາຄັ້ງຕໍ່ໄປ ແລະແມ່ນການກວດກາຄັ້ງສຸດທ້າຍຂອງການນຳກະຊວງປ້ອງກັນປະເທດຫວຽດນາມ ກ່ອນທີ່ຈະໄຂເຫດການ, ເພື່ອແນໃສ່ກວດກາຄືນຂອດການກະກຽມຢ່າງລະອຽດຂອງບັນດາອົງການ, ກົມກອງທີ່ກ່ຽວຂ້ອງໃຫ້ແກ່ລາຍການຕ່າງໆທີ່ຈະໄດ້ຈັດຂຶ້ນຢູ່ຫວຽດນາມ ເປັນຄັ້ງທຳອິດ. ທ່ານພົນໂທ ຟຸ່ງສິ໊ເຕິ໊ນ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງປະຕິບັດສໍາເລັດວຽກງານກະກຽມໃນທຸກດ້ານ; ສະເໜີໃຫ້ບັນດາອົງການ, ກົມກອງສົມທົບກັນຢ່າງແໜ້ນແຟ້ນ, ກວດກາຄືນແຕ່ຂອດການກະກຽມ, ຍົກສູງສະຕິຄວາມຮັບຜິດຊອບ ເພື່ອຮັບປະກັນການຈັດລາຍການ​ຝຶກ​ຊ້ອມປະສົມຫຼາຍຝ່າຍຢູ່ພື້ນທີ່ຕົວຈິງກ່ຽວກັບການຮັກສາສັນຕິພາບ ສປຊ ໃຫ້ສຳເລັດ.

leftcenterrightdel
ທ່ານພົນໂທ ຟຸ່ງສິ໊ເຕິ໊ນ ເປັນປະທານການກວດກາວຽກງານກະກຽມ. ພາບ: qdnd.vn

ກ່ອນໜ້ານີ້ ລາຍການດັ່ງກ່າວ ເອີ້ນວ່າ ການ​ຝຶກ​ຊ້ອມຢູ່ພື້ນທີ່ຕົວຈິງຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ ໃນຂອບເຂດ ADMM+, ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມື ແລະການຮ່ວມມື, ຍົກສູງຄວາມສາມາດສົມທົບ, ປະສານງານ ແລະທັກສະວິຊາສະເພາະຮັກສາສັນຕິພາບໃຫ້ບັນດາພາກສ່ວນທີ່ເຂົ້າຮ່ວມຂອງບັນດາປະເທດສະມາຊິກ, ໃນການປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ ລະດັບຍຸດທະວິທີ.

ລາຍການ​ຝຶກ​ຊ້ອມຈະດຳເນີນໃນລະຫວ່າງວັນທີ 13-21 ກັນຍາຢູ່ສູນຝຶກແອບການທະຫານແຫ່ງຊາດ ທີ 4 ແລະກອງພັນຊ່າງແສງ 31 ຂຶ້ນກັບກອງພົນນ້ອຍ 28, ເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ, ໂດຍ ຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມ, ດ້ວຍການເຂົ້າຮ່ວມຂອງຄະນະນັກຊ່ຽວຊານຮັກສາສັນຕິພາບທີ່ມາຈາກປະເທດສະມາຊິກໃນຂອບເຂດ ADMM+.

ໂດຍ: ທະນາພອນ