ຢູ່ທີ່ນີ້, ສະຫາຍພົນເອກ ເລືອງເກື່ອງ ໄດ້ຕ້ອນຮັບສະຫາຍ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ເຂົ້າຢ້ຽມຂໍ່ານັບ. ສະຫາຍພົນເອກ ເລືອງເກື່ອງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການພົວພັນຫວຽດນາມ-ລາວ ພັດທະນາຢ່າງດີງາມ, ແທດຈິງ ແລະມີປະສິດທິຜົນ. ການນໍາຂັ້ນສູງສອງປະເທດ ລ້ວນແຕ່ຢັ້ງຢືນເຖິງການຖືເປັນສຳຄັນຕໍ່ການຮັກສາ, ປັບປຸງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດໃນທຸກສະພາບການ; ຍາມໃດກໍ່ປາດຖະໜາຢາກເພີ່ມພູນຄູນສ້າງການພົວພັນສອງປະເທດທີ່ດີງາມແລ້ວນັ້ນໃຫ້ນັບມື້ນັບດີງາມກວ່າອີກ.

leftcenterrightdel
ການນໍາກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບສະຫາຍພົນເອກ ເລືອງເກື່ອງ ແລະຄະນະຜູ້ແທນພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ສະຫາຍພົນເອກ ເລືອງເກື່ອງ ຮັບຮູ້ຜົນການຮ່ວມມືອັນດີງາມລະຫວ່າງແຂວງຫຼວງພະບາງ ກັບບັນດາແຂວງຄູ່ຮ່ວມມືຂອງຫວຽດນາມ; ຊົມເຊີຍຄວາມມານະພະຍາຍາມ, ຜົນການຮ່ວມມືລະຫວ່າງບັນດາກໍາລັງການທະຫານ, ປົກປັກຮັກສາຊາຍແດນແຂວງຫຼວງພະບາງກັບບັນດາອົງການ, ກົມກອງທະຫານເຂດ 2 ແລະທະຫານຊາຍແດນຫວຽດນາມ ໃນການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຕາມອະນຸສັນຍາ ແລະແຜນການຮ່ວມມືປະຈໍາປີລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.

ສະຫາຍພົນເອກ ເລືອງເກື່ອງ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດາອົງການ, ກົມກອງທ້ອງຖິ່ນຝ່າຍຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ, ມີປະສິດທິຜົນກັບບັນດາຄູ່ຮ່ວມມືຝ່າຍລາວ; ພ້ອມທັງປາດຖະໜາຢາກໃຫ້ແຂວງຫຼວງພະບາງ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາແຂວງຄູ່ຮ່ວມມືຝ່າຍຫວຽດນາມ ໃຫ້ຫຼາຍກວ່າອີກ, ສ້າງເງື່ອນໄຂໃຫ້ບັນດາກໍາລັງການທະການ, ປົກປັກຮັກສາຊາຍແດນຢູ່ບໍລິເວນແຂວງ ເພີ່ມທະວີການຮ່ວມມືກັບບັນດາກົມກອງຝ່າຍຫວຽດນາມ, ຜ່ານນັ້ນ ປະກອບສ່ວນປົກປັກຮັກສາ ແລະສ້າງເສັ້ນຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາວັດຖະນາຖາວອນ, ແຜ່ຂະຫຍາຍຈິດໃຈມິດຕະພາບ, ຄວາມສາມັກຄີສັດຊື່ບໍລິສຸດລະຫວ່າງສອງປະເທດ, ສອງຊາດ.

leftcenterrightdel
ສະຫາຍພົນເອກ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ຖ່າຍຮູບພ້ອມກັບການນໍາກອງບັນຊາການທະຫານແຂວງຫຼວງພະບາງ. ພາບ: qdnd.vn

ທີ່ກອງບັນຊາການທະຫານແຂວງຫຼວງພະບາງ, ສະຫາຍພົນເອກ ເລືອງເກື່ອງ ໄດ້ພົບປະກັບການນໍາກອງບັນຊາການທະຫານແຂວງ, ຮັບຟັງການລາຍງານກ່ຽວກັບການພົບປະແລກປ່ຽນນາຍທະຫາຍໜຸ່ມກອງທັບປະຊາຊົນ ຫວຽດນາມ ແລະກອງທັບປະຊາຊົນ ລາວ. ສະຫາຍພົນເອກ ເລືອງເກື່ອງ ສະແດງຄວາມປະທັບໃຈຕໍ່ມູນເຊື້ອ ກໍ່ຄືການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງກອງບັນຊາການທະຫານແຂວງຫຼວງພະບາງ ກ່ຽວກັບການຈັດຕັ້ງ, ກໍາລັງໃນໄລຍະທາງແຫ່ງການກໍ່ສ້າງ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວ. ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບຮູ້ວ່າ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ແຮກສ່ຽວກັບກອງບັນຊາການທະຫານແຂວງດ້ຽນບຽນ ແລະມີການພົວພັນຮ່ວມມືກັບກອງບັນຊາການທະຫານແຂວງເຊີນລາ, ສະຫາຍພົນເອກ ເລືອງເກື່ອງ ຕີລາຄາສູງໝາກຜົນ ເຊິ່ງບັນດາຝ່າຍບັນລຸໄດ້ໃນໄລຍະຜ່ານມາ,... ປະຫວັດສາດແຫ່ງການພົວພັນສອງປະເທດໄດ້ເປັນພະຍານຫຼັກຖານທີ່ພິສູດໃຫ້ເຫັນນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ, ຊ່ວຍສອງປະເທດ, ສອງຊາດພ້ອມກັນບືນຕົວຂຶ້ນຈາກສົງຄາມ ແລະຄວາມຫຍຸ້ງຍາກເພື່ອນັບມື້ນັບພັດທະນາໃຫ້ມີອິດທິພົນຊື່ສຽງໃນພາກພື້ນ ແລະເວທີປາໄສສາກົນ.

ໂດຍ: ໄຊນີດາ