ຕາມຂໍ້ຕົກລົງຂອງທຸກຂັ້ນ, ກອງບັນຊາການຕໍາຫຼວດທະເລຫວຽດນາມ ແລະແມ່ທັບນ້ອຍ 12 ໄດ້ຮັບການແບ່ງວຽກຂຶ້ນກັບໜ່ວຍປ່ອນບັດເລືອກຕັ້ງທີ 24 ຢູ່ຕາແສງ ຊວນເຟືອງ, ນະຄອນຮ່າໂນ້ຍ.
ກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ຂຶ້ນແຜນການລະອຽດ, ແບ່ງໜ້າທີ່ວຽກງານຢ່າງຈະແຈ້ງໃຫ້ແກ່ແຕ່ລະອົງການ, ກົມກອງ. ວຽກງານສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຢູ່ບ່ອນຕັ້ງທັບໄດ້ດຳເນີນໄປຢ່າງເຂັ້ມງວດ, ຖືກຕາມຂັ້ນຕອນ; ການກວດກາຄືນ, ການສ້າງ, ຕິດປະກາດລາຍຊື່ຜູ້ມີສິດເລືອກຕັ້ງໄດ້ດຳເນີນໄປຢ່າງລະອຽດ, ຮັບປະກັນໃຫ້ພະນັກງານ, ນັກຮົບ 100% ມີເງື່ອນໄຂເພື່ອປະຕິບັດສິດ ແລະພັນທະຂອງພົນລະເມືອງຢ່າງຄົບຖ້ວນ.
    |
 |
|
ກວດກາຫີບປ່ອນບັດທີ່ຮັບໃຊ້ໃຫ້ການເລືອກຕັ້ງ. ພາບ: qdnd.vn |
ທ່ານພັນເອກພິເສດ ໂງມິງຕຸ່ງ, ຮອງຫົວໜ້າເສນາທິການຕໍາຫຼວດທະເລຫວຽດນາມ, ຫົວໜ້າໜ່ວຍປ່ອນບັດເລືອກຕັ້ງທີ 24 ເນັ້ນໜັກວ່າ: “ບັດເລືອກຕັ້ງແຕ່ລະບັດຂອງພະນັກງານ, ນັກຮົບກອງບັນຊາການຕໍາຫຼວດທະເລຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນສິດພົນລະເມືອງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບທີ່ມີຕໍ່ພັກ, ລັດ ແລະປະຊາຊົນອີກດ້ວຍ. ສະນັ້ນ, ພວກຂ້າພະເຈົ້າ ຈຶ່ງກໍານົດວ່າ ຕ້ອງປະຕິບັດວຽກງານກະກຽມໃຫ້ເປັນຢ່າງດີ, ນັບແຕ່ຄວາມຮູ້ຈົນຮອດການກະທໍາ, ຮັບປະກັນໃຫ້ການເລືອກຕັ້ງດໍາເນີນໄປຢ່າງມີປະຊາທິປະໄຕ, ຖືກກັບກົດໝາຍ, ປອດໄພ, ປະຢັດ ແລະເປັນງານບຸນຂອງທົ່ວປວງຊົນຢ່າງແທ້ຈິງ”.
ຢູ່ຕາມຖະໜົນຫົນທາງສາຍຕ່າງໆພາຍໃນບໍລິເວນ, ເຂດເຮືອນພັກ, ເຮືອນຄົວ, ຫ້ອງໂຮ່ຈີມິນ, ປ້າຍໂຄສະນາ, ໂປສເຕີ, ຄຳຂວັນໂຄສະນາ ໄດ້ຈັດຢ່າງສວຍງາມ, ໂດດເດັ່ນ, ສ້າງຈຸດພົ້ນເດັ່ນຢ່າງເຫັນໄດ້ຊັດ, ປະກອບສ່ວນແຜ່ຂະຫຍາຍບັນຍາກາດທາງການເມືອງອັນເລິກເຊິ່ງກວ້າງຂວາງໃນທົ່ວກົມກອງ, ລະດົມກຳລັງໃຈພະນັກງານ, ນັກຮົບ ມຸ່ງໄປເຖິງວັນບຸນໃຫຍ່ຂອງປະເທດ. ກະດານຂ່າວພາຍໃນ, ລະບົບກະຈາຍສຽງພາຍໃນໄດ້ອັບເດດຂໍ້ມູນຂ່າວສານກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ, ມາດຕະຖານຂອງຜູ້ສະໝັກ, ສິດ ແລະພັນທະຂອງຜູ້ມີສິດເລືອກຕັ້ງຢ່າງເປັນປະຈໍາ, ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ທະຫານຕິດຕາມ ແລະກໍາແໜ້ນເນື້ອໃນໄດ້ງ່າຍດາຍ.
    |
 |
|
ກະກຽມດ້ານພະລາທິການຢ່າງຮອບຄອບຖີ່ຖ້ວນ, ຮັບປະກັນເງື່ອນໄຂຢ່າງຄົບຖ້ວນ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງ ຢູ່ພາຍໃນຄ້າຍ. ພາບ: qdnd.vn |
ສຳລັບນັກຮົບຫຼາຍຄົນທີ່ກໍາລັງປະຕິບັດພັນທະການທະຫານ, ນີ້ກໍ່ແມ່ນຄັ້ງທຳອິດທີ່ເຂົາເຈົ້າໄດ້ປ່ອນບັດໂດຍກົງ. ສິບຕີ ຫວູງອກຕ໊ວນ, ແບ່ງປັນວ່າ: "ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າ ໄດ້ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນ, ສະນັ້ນ ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ".
ຜ່ານການຮໍ່າຮຽນ, ຊາບຊຶມຢູ່ກົມກອງ, ຂ້າພະເຈົ້າມີຄວາມເຂົ້າໃຈກວ່າກ່ຽວກັບຄວາມໝາຍຂອງການເລືອກຕັ້ງ ກໍຄືສິດ ແລະຄວາມຮັບຜິດຊອບຂອງພົນລະເມືອງແຕ່ລະຄົນ. ຂ້າພະເຈົ້າຈະຄົ້ນຄ້ວາຢ່າງລະອຽດກ່ຽວກັບຂໍ້ມູນຂອງຜູ້ສະໝັກເລືອກຕັ້ງ ເພື່ອຄັດເລືອກເອົາຜູ້ທີ່ມີກຳລັງຄວາມສາມາດ, ມີຄວາມຮັບຜິດຊອບ, ສົມເປັນຜູ້ຕາງໜ້າໃຫ້ແກ່ປະຊາຊົນ”.
ພັນຕີ ເຈິ່ນທິເຮືອງ, ສະມາຊິກ ສະຫະພັນແມ່ຍິງ ຫ້ອງເສນາທິການຕໍາຫຼວດທະເລຫວຽດນາມ ໃຫ້ຮູ້ວ່າ, ຜ່ານການດໍາເນີນຊີວິດຂອງສະຫະພັນແມ່ຍິງ, ທາງກົມກອງໄດ້ສົມທົບໂຄສະນາກ່ຽວກັບສິດ, ພັນທະຂອງພົນລະເມືອງໃນການເລືອກຕັ້ງ. ພ້ອມທັງຂົນຂວາຍສະມາຊິກໃນສະຫະພັນແມ່ຍິງ, ຄອບຄົວ ແລະປະຊາຊົນທີ່ຢູ່ບ່ອນພັກພາອາໄສ ປະຕິບັດຕາມຂໍ້ກໍານົດຂອງກົດໝາຍຢ່າງເຂັ້ມງວດ. ສະມາຊິກແມ່ຍິງແຕ່ລະຄົນຍັງເສີມຂະຫຍາຍບົດບາດຂອງຕົນໃນຄອບຄົວ, ປະກອບສ່ວນແຜ່ຂະຫຍາຍຈິດໃຈ ແລະຄວາມຮັບຜິດຊອບຂອງພົນລະເມືອງ, ສົ່ງເສີມໃຫ້ໝົດທຸກຄົນເຂົ້າຮ່ວມການປ່ອນບັດຢ່າງຕັ້ງໜ້າ.
ໄປຄຽງຄູ່ກັບວຽກງານໂຄສະນາເຜີຍແຜ່, ກອງບັນຊາການຕໍາຫຼວດທະເລຫວຽດນາມ ຍັງໄດ້ເປັນເຈົ້າການກະກຽມດ້ານການຈັດຕັ້ງ, ພະລາທິການ, ເຕັກນິກຢ່າງຮອບຄອບຖີ່ຖ້ວນ, ຮັບປະກັນເງື່ອນໄຂໃຫ້ຄົບຖ້ວນ ເພື່ອຮັບໃຊ້ການເລືອກຕັ້ງ ທີ່ຈັດຂຶ້ນຢູ່ໃນຄ້າຍ; ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອປັບປຸງໜ່ວຍເລືອກຕັ້ງໃຫ້ສົມບູນແບບ, ກະກຽມຫີບປ່ອນບັດ, ເຂດປ່ອນບັດ ແລະອຸປະກອນທີ່ຈຳເປັນ. ໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມປອດໄພ ໄດ້ຕິດພັນກັບການຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ. ແຜນການປ້ອງກັນເຂດປ່ອນບັດ, ການປ້ອງກັນ, ຕ້ານອັກຄີໄພ ແລະແກ້ໄຂກໍລະນີເກີດຂຶ້ນໄດ້ສ້າງຂຶ້ນຢ່າງລະອຽດ, ຕິດແທດກັບສະພາບຕົວຈິງ, ກໍາລັງເວນຍາມ, ປະຈໍາການ, ລາດຕະເວນ ໄດ້ຈັດຕັ້ງຢ່າງແໜ້ນແຟ້ນ, ຕັດສິນໃຈຮັກສາຄວາມປອດໄພຕະຫຼອດໄລຍະເວລາຂອງການເລືອກຕັ້ງ.
ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນ, ມີນ້ຳໃຈຄວາມຮັບຜິດຊອບສູງ ແລະມີຄວາມຕັດສິນໃຈດ້ານການເມືອງອັນໜັກແໜ້ນ, ພະນັກງານ, ນັກຮົບກອງບັນຊາການຕໍາຫຼວດທະເລຫວຽດນາມ ເຊື່ອໝັ້ນວ່າ ຈະພ້ອມກັບທ້ອງຖິ່ນຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ.
ໂດຍ: ທູຈາງ