ເຫຼົ່າຮົບຊ່າງແສງ ຍູ້ແຮງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ຫັນເປັນດີຈີຕອນ
ກປ.ອອນໄລ - ບົນພື້ນຖານການກໍານົດຖືກຕ້ອງຕາມບົດບາດ, ຄວາມສໍາຄັນຂອງວິທະຍາສາດ, ເຕັກໂນໂລຊີ, ຫັນເປັນດີຈີຕອນ, ໃນຊຸມປີຜ່ານມາ, ພ້ອມກັບຍູ້ແຮງການປັບປຸງການຈັດຕັ້ງກໍາລັງຕາມທິດ “ແຫຼມຄົມ, ກະທັດຮັດ, ເຂັ້ມແຂງ”, ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ຄະນະພັກ, ກອງບັນຊາການເຫຼົ່າຮົບຊ່າງແສງ ຍາມໃດກໍຖືເປັນສໍາຄັນການນໍາພາ, ຊີ້ນໍາການຄົ້ນຄວ້ານໍາໃຊ້, ພັດທະນາວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ສ້າງພື້ນຖານຍົກສູງຄຸນນະພາບ, ປະສິດທິພາບການນໍາພາ, ຊີ້ນໍາ, ບໍລິຫານການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ກໍ່ສ້າງກິດຈະການ, ເກັບກູ້ລະເບີດບໍ່ທັນແຕກ, ປ້ອງກັນ, ຕ້ານໄພທໍາມະຊາດ, ກອບກູ້ໄພພິບັດ...
    |
 |
|
ກອງປະຊຸມສະຫຼຸບການກວດກາວຽກງານປະຕິຮູບການບໍລິຫານ ແລະຫັນເປັນດີຈີຕອນທີ່ເຫຼົ່າຮົບຊ່າງແສງ. ພາບ: ນາມຈຸງ. |
ພິເສດ, ພາຍຫຼັງຄະນະພັກການທະຫານສູນກາງ ປະກາດໃຊ້ມະຕິເລກທີ 3488-NQ/QUTW ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນໃນກອງທັບ, ຄະນະພັກເຫຼົ່າຮົບຊ່າງແສງ ໄດ້ຈັດຕັ້ງການເຊື່ອມຊຶມ, ສ້າງແຜນການປະຕິບັດ; ສ້າງຕັ້ງຄະນະຊີ້ນໍາ, ປຸກລະດົມຂະບວນການ “ປະຊາສຶກສາດີຈີຕອນ”; ຊີ້ນໍາກໍ່ສ້າງກົມກອງທົດລອງ, ອັບເດດຄວາມຮູ້ ແລະທັກສະດີຈີຕອນໃຫ້ແກ່ພະນັກງານ, ນັກຮົບ. ບັນດາອົງການ, ກົມກອງຕັ້ງໜ້ານໍາໃຊ້ຊອັບແວຄຸ້ມຄອງເອກະສານ, ລາຍເຊັນດີຈີຕອນ, ກອງປະຊຸມທາງອອນລາຍ, ອີເມວທາງທະຫານ ແລະຊອັບແວຄຸ້ມຄອງພິເສດ.
ດ້ວຍຄວາມຕັດສິນໃຈດ້ານການເມືອງ ແລະມາດຕະການວິທະຍາສາດ, ສອດຄ່ອງ, ວຽກງານວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນຂອງເຫຼົ່າຮົບຊ່່າງແສງມີບາດກ້າວພັດທະນາຢ່າງແຮງ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ແຕ່ປີ 2020 ມາຮອດປັດຈຸບັນ, ເຫຼົ່າຮົບຊ່າງແສງ ໄດ້ສໍາເລັດຫຼາຍຮ້ອຍຫົວຂໍ້, ຂໍ້ລິເລີ່ມ, ການດັດແປງເຕັກນິກ; ຫຼາຍໜ້າທີ່ລະດັບຊາດ ແລະລະດັບກະຊວງປ້ອງກັນປະເທດ ໄດ້ນໍາໃຊ້ຢ່າງມີປະສິດທິພາບ, ປະກອບສ່ວນຍົກສູງຄຸນນະພາບການກໍ່ສ້າງກິດຈະການປ້ອງກັນຊາດ, ລະບົບຮ້ານເວນຍາມ DK1, ປະຕິບັດໂຄງການກະທໍາແຫ່ງຊາດ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ, ປ້ອງກັນ, ຕ້ານໄພທໍາມະຊາດ, ກອບກູ້ໄພພິບັດ ແລະຮັບປະກັນຄວາມປອດໄພໃຫ້ແກ່ບັນດາເຫດການການເມືອງສໍາຄັນຍິ່ງຂອງປະເທດ.
ໂດຍ: ໄຊຊະນະ