leftcenterrightdel
 
leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ແລະຄະນະປະຕິບັດງານກະຊວງປ້ອງກັນປະເທດ ເປັນສັກຂີພິຍານບັນດາກໍາລັງຝຶກແອບບາງການເຄື່ອນໄຫວທີ່ຈະດໍາເນີນໃນງານພົບປະແລກປ່ຽນ ຄັ້ງທີ 10. ພາບ: qdnd.vn

ຄະນະ ໄດ້ດໍາເນີນການກວດກາພາກສະໜາມບັນດາສະຖານທີ່ ທີ່ຄາດວ່າ ຈະດໍາເນີນບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນ, ທົບທວນຄືນແຕ່ລະລາຍການ ແລະເນື້ອໃນທີ່ກ່ຽວຂ້ອງຕາມແຜນການ ເພື່ອແນໃສ່ຮັບປະກັນໃຫ້ງານພົບປະແລກປ່ຽນ ໄດ້ຈັດຕັ້ງຢ່າງສົມກຽດ, ຮອບຄອບຖີ່ຖ້ວນ. ສະຫາຍຫົວໜ້າຄະນະ ໄດ້ຮຽກຮ້ອງໃຫ້ບັນດາກໍາລັງເຂົ້າຮ່ວມປະຕິບັດບາງກໍລະນີຕາມແຜນການຂອງງານພົບປະແລກປ່ຽນ; ໃຫ້ຄໍາເຫັນຊີ້ນໍາຢູ່ພາກສະໜາມ ສໍາລັບບັນດາເນື້ອໃນກະກຽມທີ່ຕ້ອງໄດ້ດັດປັບ, ປ່ຽນແປງໃຫ້ສອດຄ່ອງກັບເວລາ ແລະຮັບປະກັນໃຫ້ຖືກກັບວາລະຂອງງານພົບປະແລກປ່ຽນ, ລວມມີວຽກງານຕ້ອນຮັບ, ພິທີການ...

leftcenterrightdel
ກວດກາພາກສະໜາມທີ່ດ່ານຊາຍແດນ DongXing (ຂົວບັກລວນ 2). ພາບ: qdnd.vn

ສິ້ນສຸດການກວດກາພາກສະໜາມ, ພາຍຫຼັງຮັບຟັງບັນດາອົງການ, ກົມກອງ ລາຍງານກ່ຽວກັບວຽກງານກະກຽມ, ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ໄດ້ຍ້ອງຍໍຊົມເຊີຍຄວາມຮັບຜິດຊອບ, ຈິດໃຈເຮັດວຽກຢ່າງຕັ້ງໜ້າ, ຮີບຮ້ອນ ແລະມານະພະຍາຍາມແກ້ໄຂເງື່ອນໄຂດ້ານເວລາ ເພື່ອເຮັດສໍາເລັດໜ້າວຽກຕ່າງໆທີ່ກ່ຽວຂ້ອງ, ກຽມຄວາມພ້ອມໃຫ້ແກ່ງານພົບປະແລກປ່ຽນ ດໍາເນີນປະສົບຜົນສໍາເລັດຢ່າງຈົບງາມ. ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ປະສານສົມທົບຢ່າງແໜ້ນແຟ້ນກັບອໍານາດການປົກຄອງທ້ອງຖິ່ນ, ເຫັນດີເປັນເອກະພາບຕໍ່ແຜນການຈັດຕັ້ງສໍາລັບວາລະຂອງງານພົບປະແລກປ່ຽນ, ເພື່ອຮັບປະກັນໃຫ້ສໍາເລັດວຽກງານກະກຽມທຸກດ້ານ ກ່ອນວັນດໍາເນີນງານພົບປະແລກປ່ຽນ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ເປັນປະທານກອງປະຊຸມສະຫຼຸບພາຍຫຼັງການກວດກາພາກສະໜາມ. ພາບ: qdnd.vn

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ທີ່ກອງປະຊຸມ, ທ່ານພົນຕີ ເລືອງວັນກ້ຽມ ຜູ້ບັນຊາການທະຫານເຂດ 3 ກ່າວ ຄໍາເຫັນໂດຍເນັ້ນໜັກວ່າ ບັນດາກໍາລັງໃນບໍລິເວນແຂວງກວ໋າງນິງ ລ້ວນແຕ່ຮັບຮູ້ຢ່າງຈະແຈ້ງວ່າ ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ແມ່ນເຫດການທີ່ມີຄວາມໝາຍສໍາຄັນຍິ່ງ, ສະແດງໃຫ້ເຫັນຮູບພາບປະເທດ ແລະຮູບພາບກອງທັບປະຊາຊົນ ຫວຽດນາມ ມີລະບຽບແບບແຜນ, ແຫຼມຄົມ, ເປັນແບບຢ່າງ. ເພາະສະນັ້ນ, ບັນດາອົງການ, ກົມກອງ ແລະອໍານາດການປົກຄອງທ້ອງຖິ່ນ ໄດ້ພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ສົມທົບຢ່າງແໜ້ນແຟ້ນ, ຮັບປະກັນວຽກງານກະກຽມທຸກດ້ານ ໄດ້ປະຕິບັດ ດ້ວຍຄຸນນະພາບ ແລະປະສິດທິພາບສູງສຸດ.

ໂດຍ: ກວຽດເຕິມ