leftcenterrightdel
ບັນດາສະຫາຍການນໍາ, ອະດິດການນໍາກະຊວງປ້ອງກັນປະເທດ ພ້ອມດ້ວຍຜູ້ແທນເຂົ້າຮ່ວມພິທີໄຂ ແລະເຂົ້າຮ່ວມການເລືອກຕັ້ງທີ່ຫໍປະຊຸມກະຊວງປ້ອງກັນປະເທດ - ເຂດປ່ອນບັດເລືອກຕັ້ງເລກ 14, ຕາແສງບາດິ່ງ, ນະຄອນຮ່າໂນ້ຍ. ພາບ: qdnd.vn

ກ່ອນທີ່ດໍາເນີນການປ່ອນບັດ, ໜ່ວຍເລືອກຕັ້ງ ໄດ້ຊາບຊຶມກົດລະບຽບການເລືອກຕັ້ງ, ປະຕິບັດການກວດກາຫີບປ່ອນບັດຕໍ່ໜ້າການເປັນສັກຂີພິຍານຂອງຜູ້ມີສິດເລືອກຕັ້ງ. ຜ່ານການກວດກາແລ້ວ, ຫີບປ່ອນບັດມີເງື່ອນໄຂຢ່າງພຽງພໍ ແລະໄດ້ຮັບການປິດໄວ້ ແລະປະທັບກາຮັບຮອງຕາມການກໍານົດ. ການປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ  XVI  ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໄດ້ດຳເນີນແຕ່ເວລາ 7-19 ໂມງ ຂອງວັນທີ 15 ມີນາ.

leftcenterrightdel
ໜ່ວຍເລືອກຕັ້ງກວດກາຫີບປ່ອນບັດ. ພາບ: qdnd.vn

ຜ່ານການສຶກສາ, ຮໍ່າຮຽນກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ; ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ;  ກົດໝາຍວ່າດ້ວຍການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ, ບັນດາຜູ້ມີສິດເລືອກຕັ້ງໄດ້ມີຄວາມຮູ້ໃຈຢ່າງເລິກເຊິ່ງກ່ຽວກັບທີ່ຕັ້ງ ແລະຄວາມສຳຄັນຂອງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ, ມາດຕະຖານຂອງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ເຂົ້າຮ່ວມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ພາບ: qdnd.vn
leftcenterrightdel
 
leftcenterrightdel
ຜູ້ມີສິດເລືອກຕັ້ງ ຊອກຮູ້ກ່ຽວກັບຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນກ່ອນທີ່ດໍາເນີນການປ່ອນບັດ. ພາບ: qdnd.vn
leftcenterrightdel
ຜູ້ມີສິດເລືອກຕັ້ງທີ່ເຂດປ່ອນບັດເລືອກຕັ້ງເລກ 14 ຮັບເອົາບັດຂອງຜູ້ມີສິດເລືອກຕັ້ງ. ພາບ: qdnd.vn

ບັນດາຜູ້ມີສິດເລືອກຕັ້ງທີ່ເຂົ້າຮ່ວມການເລືອກຕັ້ງຢູ່ເຂດປ່ອນບັດເລືອກຕັ້ງເລກ 14 ໄດ້ກຳນົດຢ່າງຈະແຈ້ງສິດ ແລະພັນທະຂອງພົນລະເມືອງ, ເຊີດຊູຄວາມຮັບຜິດຊອບ; ຄົ້ນຄວ້າຊີວະປະຫວັດຫຍໍ້ຂອງຜູ້ສະໝັກເລືອກຕັ້ງຢ່າງຮອບຄອບຖີ່ຖ້ວນ,  ເລືອກເອົາບັນດາຜູ້ທີ່ດີເດັ່ນ ແລະສົມເປັນສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນນະຄອນຮ່າໂນ້ຍ ຊຸດທີ XVII, ອາຍຸການ 2026-2031.

ໂດຍ: ທູຈາງ