ສະຫຼຸບທີ່ກອງປະຊຸມ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາອົງການ, ກົມກອງທີ່ກ່ຽວຂ້ອງໄດ້ເປັນເຈົ້າການ, ສົມທົບກັນຜັນຂະຫຍາຍເນື້ອໃນວຽກງານໃຫ້ສໍາເລັດເປັນຢ່າງດີ; ພ້ອມທັງຕົກລົງຮັບຮອງແຜນງານອອກແບບສະຖາປັດຕະຍະກໍາໂຄງການພາຍຫຼັງດັດແກ້, ເພີ່ມເຕີມຕາມບົດສະຫຼຸບຂອງຄະນະປະຈຳຄະນະພັກການທະຫານສູນກາງ, ຄໍາເຫັນຊີ້ນຳຂອງການນຳຂັ້ນສູງ ແລະເນັ້ນໜັກວ່າ ການລົງທຶນກໍ່ສ້າງໂຮງລະຄອນກອງທັບແມ່ນໜ້າທີ່ສຳຄັນ, ມີຄວາມໝາຍເລິກເຊິ່ງ, ປະກອບສ່ວນຍົກສູງຊີວິດການເປັນຢູ່ດ້ານວັດທະນະທຳ, ຈິດໃຈຂອງທະຫານ, ເສີມຂະຫຍາຍການເຄື່ອນໄຫວສິລະປະກອງທັບຢ່າງມີປະສິດທິຜົນ. ສະນັ້ນ, ກິດຈະກຳຕ້ອງໄດ້ກໍ່ສ້າງມີສັນຍາລັກຫຼາຍຢ່າງຂອງກອງທັບ, ສອດຄ່ອງກັບມາດຖານແຜນຜັງໃນບໍລິເວນນະຄອນຫຼວງ ແລະວິທີການແກ້ໄຂໃນການຈັດຕັ້ງຈະລາຈອນເຊື່ອມຕໍ່.

leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມ. ພາບ: qdnd.vn

ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈົ່ງຜັນຂະຫຍາຍໂຄງການຕາມແຜນການກຳນົດທິດ, ຮັບປະກັນຄວາມຄືບໜ້າ ແລະຄຸນນະພາບ, ຖືກຕ້ອງຕາມຂໍ້ກໍານົດຂອງກົດໝາຍ, ສູ້ຊົນສໍາເລັດກິດຈະກຳກ່ອນວັນທີ 22 ທັນວາ 2028 ຢ່າງຮີບດ່ວນ.

* ຕອນບ່າຍວັນດຽວກັນ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານກອງປະຊຸມການນໍາກະຊວງປ້ອງກັນປະເທດ ເຮັດວຽກກັບກົມໃຫຍ່ພະລາທິການ-ເຕັກນິກ ກ່ຽວກັບການຜັນຂະຫຍາຍໜ້າທີ່ຈຸດສຸມປີ 2026.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງໃຫ້ກົມໃຫຍ່ພະລາທິການ-ເຕັກນິກ ປະຕິບັດພາລະບົດບາດເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຊີ້ນຳນຳພາຮັບປະກັນພະລາທິການ-ເຕັກນິກໃຫ້ໜ້າທີ່ການທະຫານ, ການປ້ອງກັນຊາດ ແລະກໍ່ສ້າງຂະແໜງພະລາທິການ-ເຕັກນິກມີແບບແຜນ, ທັນສະໄໝເປັນຢ່າງດີ. ເປັນເຈົ້າການກໍ່ສ້າງ, ປັບປຸງ, ປະກາດໃຊ້ມາດຕະຖານຜະລິດຕະພັນພະລາທິການ, ມາດຕະຖານເຕັກນິກ ແລະອັດຕາກຳນົດອຸປະກອນເຕັກນິກ. ສ້າງລະບອບລະບຽບການວຽກງານພະລາທິການ-ເຕັກນິກໃຫ້ໜ້າທີ່ການທະຫານ, ການປ້ອງກັນຊາດໃຫ້ສົມບູນແບບ; ເປັນເສນາທິການ, ຜັນຂະຫຍາຍຮັບປະກັນຄ້າຍທະຫານ, ພື້ນຖານວັດຖຸໃຫ້ບັນດາກອງບັນຊາການທະຫານຂັ້ນຕາແສງເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ