leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ພາບ: ມີງແມັ້ງ.

ຕອນບ່າຍວັນທີ 17 ພະຈິກ, ທີ່ນະຄອນຫຼວງວຽງຈັນ, ສະຫາຍ ພົນເອກ ເລືອງເກື່ອງ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ທີ່ການຕ້ອນຮັບ, ສະຫາຍ ທອງລຸນ ສີສຸລິດ ຕີລາຄາສູງຕໍ່ການຢ້ຽມຢາມຂອງສະຫາຍ ພົນເອກ ເລືອງເກື່ອງ ແລະຢັ້ງຢືນວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະສະຫາຍ ພົນເອກ ເລືອງເກື່ອງ ພ້ອມດ້ວຍບັນດາຜູ້ແທນ. ພາບ: ມີງແມັ້ງ.

ສ່ວນສະຫາຍ ພົນເອກ ເລືອງເກື່ອງ ກໍ່ສະແດງຄວາມຂອບໃຈສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນຕົວຈິງການເຄື່ອນໄຫວດ້ານການເມືອງ, ການທູດຂັ້ນສູງ ແລະຂັ້ນຕ່າງໆ ໃນໄລຍະຜ່ານມາ.

* ຕອນບ່າຍວັນດຽວກັນ, ສະຫາຍ ພົນເອກ ເລືອງເກື່ອງ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ພົນເອກ  ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ເຂົ້າຢ້ຽມຂໍ່ານັບສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ. ພາບ: ມີງແມັ້ງ.

ໂດຍແຈ້ງໃຫ້ສະຫາຍ ຈັນສະໝອນ ຈັນຍາລາດ ຮັບຊາບຜົນການເຈລະຈາອັນດີງາມກັບສະຫາຍ ພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ສະຫາຍພົນເອກ ເລືອງ ເກື່ອງ ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບສູງຕໍ່ຄວາມໝາຍສໍາຄັນຂອງການຮ່ວມມືລະຫວ່າງກົມໃຫຍ່ການເມືອງ ກອງທັບປະຊາຊົນສອງປະເທດ ໃນໄລຍະຜ່ານມາ. ສະຫາຍ ພົນເອກ ເລືອງເກື່ອງ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ຝ່າຍລາວ ຈະສືບຕໍ່ສະໜັບສະໜູນການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນສອງປະເທດ.

leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ແລະສະຫາຍ ພົນໂທ ທອງລອຍ ສີລິວົງ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ. ພາບ: ມີງແມັ້ງ.

* ກ່ອນໜ້ານັ້ນ, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ໃຫ້ການຕ້ອນຮັບສະຫາຍ ພົນເອກ ເລືອງເກື່ອງ. ພາຍຫຼັງການຕ້ອນຮັບ, ສອງຝ່າຍໄດ້ດໍາເນີນການພົບປະເຈລະຈາ.

leftcenterrightdel
ສະຫາຍ ພົນເອກ ເລືອງເກື່ອງ ແລະສະຫາຍ ພົນໂທ ທອງລອຍ ສີລິວົງ ພ້ອມດ້ວຍບັນດາຜູ້ແທນ. ພາບ: ມີງແມັ້ງ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກສູງຄຸນນະພາບການໂຄສະນາກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສໍາຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ. ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນພຶດຕິກຳຕົວຈິງໃນການຈັດຕັ້ງວຽກງານພັກ, ວຽກງານການເມືອງໃນກອງທັບ ຢູ່ແຕ່ລະປະເທດ. ສືບຕໍ່ຖືເປັນສໍາຄັນການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດ ແລະຜັນຂະຫຍາຍວຽກງານນະໂຍບາຍ, ຍູ້ໄວຄວາມຄືບໜ້າໃນການຊອກຫາ, ທ້ອນໂຮມ ແລະສົ່ງອັດຖິນັກຮົບ, ທະຫານອາສາສະໝັກທີ່ເສຍສະຫຼະຊີວິດ ໃນປາງສົງຄາມ ຢູ່ລາວ ກັບຄືນປະເທດ...

ໂດຍ: ທູຈາງ