    |
 |
|
ຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn |
ໂດຍຊາບຊຶມຄໍາສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ດ້ວຍຈິດໃຈສາມັກຄີສາກົນສັດຊື່ບໍລິສຸດຜຸດຜ່ອງ; ຊາບຊຶມແຜນນະໂຍບາຍ, ແນວທາງຂອງພັກ, ລັກ, ການຊີ້ນໍານໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ໃນຊຸມປີຜ່ານມາ, ກົມໃຫຍ່ II ໄດ້ສົມທົບກັບຂະແໜງສືບລາຊະການລັບການທະຫານຂອງລາວ, ກຳປູເຈຍ ແລະກູບາ ຢ່າງມີປະສິດທິຜົນ, ໄດ້ເປັນເສນາທິການໃຫ້ການນຳພັກ, ລັດ ແລະກອງທັບ ເພື່ອກໍາແໜ້ນສະພາບການ, ວາງແຜນຍຸດທະສາດ, ຍຸດໂທບາຍໃນການເຄື່ອນໄຫວພົວພັນຕ່າງປະເທດ; ຊຸກຍູ້, ປັບປຸງສາຍພົວພັນສາມັກຄີ, ມິດຕະພາບ, ການຮ່ວມມື ແລະປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ຮັບໃຊ້ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.
    |
 |
|
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn |
ໂດຍຮັບຮູ້ຜົນງານ ແລະການປະກອບສ່ວນຂອງຂະແໜງສືບລາຊະການລັບປ້ອງກັນຊາດຫວຽດນາມ, ລັດ ແລະກະຊວງປ້ອງກັນປະເທດລາວ ໄດ້ປະດັບຫຼຽນໄຊອິດສະຫຼະ, ຫຼຽນໄຊແຮງງານ, ຫຼຽນໄຊພິລະອາດຫານ; ລາຊະອານາຈັກກຳປູເຈຍ ໄດ້ປະດັບຫຼຽນໄຊມິດຕະພາບ ແລະລັດກູບາ ມອບຫຼຽນກາສາຍໃຈເພື່ອນມິດສູ້ຮົບ, ສັນຍາລັກກຳປັ່ນ Granma ໃຫ້ແກ່ບັນດາໝູ່ຄະນະ ແລະບຸກຄົນທີ່ຂຶ້ນກັບກົມໃຫຍ່ II.
    |
 |
|
ລັດຖະມົນຕີກະຊວງປ້ອງກັນປະເທດລາວ ປະດັບຫຼຽນໄຊໃຫ້ແກ່ໝູ່ຄະນະ, ບຸກຄົນ ຂຶ້ນກັບກົມໃຫຍ່ II. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ຟານວັນຢາງ ສະແດງຄວາມຊົມເຊີຍກົມໃຫຍ່ II ໃນໄລຍະຜ່ານມາທີ່ໄດ້ສົມທົບກັນຢ່າງມີປະສິດທິຜົນດ້ວຍຫຼາຍຮູບການ, ບັນລຸໄດ້ທັງລວງກວ້າງ ແລະລວງເລິກ, ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງຂະແໜງສືບລາຊະການລັບປ້ອງກັນຊາດຫວຽດນາມ ກັບຂະແໜງສືບລາຊະການລັບການທະຫານຂອງລາວ, ກຳປູເຈຍ, ກູບາ.
    |
 |
|
ທ່ານພົນເອກ Prum Din ຮອງລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ໝູ່ຄະນະ, ບຸກຄົນຂຶ້ນກັບກົມໃຫຍ່ II. ພາບ: qdnd.vn |
ປະຈຸບັນ, ສະພາບການຂອງໂລກ ແລະພາກພື້ນຜັນແປຢ່າງວ່ອງໄວ, ສັບສົນ ແລະຄາດເດົາໄດ້ຍາກ, ວາງອອກຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ວຽກງານເປັນຢ່າງສູງ, ຮີບດ່ວນ, ຮອບດ້ານກວ່າສໍາລັບກະຊວງປ້ອງກັນປະເທດ ແລະ ຂະແໜງສືບລາຊະການລັບຂອງແຕ່ລະປະເທດ.
    |
 |
|
ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ ມອບຫຼຽນກາສາຍໃຈເພື່ອນມິດສູ້ຮົບ, ສັນຍາລັກກຳປັ່ນ Granma ໃຫ້ແກ່ໝູ່ຄະນະ ແລະບຸກຄົນທີ່ຂຶ້ນກັບກົມໃຫຍ່ II. ພາບ: qdnd.vn |
    |
 |
|
ຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn |
ເພື່ອປະຕິບັດສໍາເລັດໜ້າທີ່ໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ກົມໃຫຍ່ II ຊາບຊຶມແນວທາງ, ທັດສະນະ, ນະໂຍບາຍ, ຍຸດໂທບາຍຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ປະຕິບັດວຽກງານສຶກສາດ້ານການເມືອງ, ກໍານົດທິດແນວຄິດເປັນຢ່າງດີ, ຮັບປະກັນໃຫ້ຖັນແຖວພະນັກງານ, ພາລະກອນ, ນັກຮົບກົມໃຫຍ່ II ເຊີດຊູຄວາມຮັບຜິດຊອບໃນການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບລາວ, ກຳປູເຈຍ, ແລະກູບາ; ສືບຕໍ່ເປັນຂົວຕໍ່ຂໍ້ມູນຂ່າວສານທີ່ໄວເນື້ອເຊື່ອໃຈເປັນພິເສດລະຫວ່າງພັກ, ລັດ, ກະຊວງປ້ອງກັນປະເທດຫວຽດນາມ ກັບພັກ, ລັດ, ກະຊວງປ້ອງກັນປະເທດລາວ, ກຳປູເຈຍ, ກູບາ. ພ້ອມທັງ, ສືບຕໍ່ຍູ້ແຮງ, ຍົກສູງຄຸນນະພາບ ແລະປະສິດທິຜົນຂອງວຽກງານສົມທົບກັບຂະແໜງລາຊະການລັບການທະຫານຂອງບັນດາປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ໃນສະພາບການໃໝ່ໃຫ້ເປັນຢ່າງດີ.
ໂດຍ: ທູຈາງ