ວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມທາງກົມກອງໄດ້ເອົາໃຈໃສ່ເປັນພິເສດ. ຜ່ານການຮຽນການເມືອງ, ດຳເນີນຊີວິດຂອງກົມກອງ, ລະບົບກະຈາຍສຽງພາຍໃນ, ປ້າຍໂຄສະນາ, ຄຳຂວັນ..., ພະນັກງານ, ນັກຮົບ 100% ແມ່ນໄດ້ຮັບການຊາບຊຶມກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນປີ 2015 ແລະບັນດາເອກະສານແນະນຳທີ່ກ່ຽວຂ້ອງ. ຜ່ານນັ້ນຊ່ວຍໃຫ້ພະນັກງານ, ນັກຮົບແຕ່ລະຄົນມີຄວາມຮັບຮູ້ຢ່າງເລິກເຊິ່ງ, ຮັບຮູ້ເຖິງຄວາມສຳຄັນຂອງການເລືອກຕັ້ງ, ກຳນົດຄວາມຮັບຜິດຊອບ ແລະພັນທະຂອງພົນລະເມືອງຢ່າງຈະແຈ້ງຕໍ່ເຫດການທາງການເມືອງທີ່ສຳຄັນຂອງປະເທດ.

ພ້ອມກັບວຽກງານໂຄສະນາເຜີຍແຜ່, ກອງບັນຊາການທະຫານແຂວງກວາງນິງ ໄດ້ເປັນເຈົ້າການສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ກຳລັງຕຳຫຼວດ ແລະບັນດາກົມກອງກອງທັບທີ່ຕັ້ງທັບໃນບໍລິເວນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ການເລືອກຕັ້ງ.

leftcenterrightdel
ເຂດປ່ອນບັດເລືອກຕັ້ງທີ່ກອງບັນຊາການທະຫານແຂວງກວາງນິງ ໄດ້ຮັບການຕົບແຕ່ງຢ່າງສວຍງາມ, ຖືກຕາມຂໍ້ກໍານົດ, ກຽມພ້ອມໃຫ້ແກ່ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ພາບ: qdnd.vn

ເພື່ອມຸ່ງໄປເຖິງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031, ບັນດາອົງການ, ກົມກອງໃນກໍາລັງປະກອບອາວຸດແຂວງ ໄດ້ຍູ້ແຮງຂະບວນການແຂ່ງຂັນສ້າງກົມກອງທີ່ເປັນກຳລັງຫຼວງ, ຄ້າຍທະຫານ "ສົດໃສ, ສີຂຽວ, ສະອາດ, ສວຍງາມ", ສ້າງບັນຍາກາດການແຂ່ງຂັນທີ່ມີຟົດຟື້ນເພື່ອສ້າງຜົນງານຂໍ່ານັບຮັບຕ້ອນວັນບຸນໃຫຍ່ຂອງທົ່ວປວງຊົນ. ຢູ່ກອງພັນໃຫຍ່ 244, ກອງບັນຊາການທະຫານແຂວງກວາງນິງ, ບໍລິເວນຄ້າຍທະຫານໄດ້ຮັບການປະດັບປະດາຢ່າງກວ້າງຂວາງ, ເປັນລະບຽບຮຽບຮ້ອຍ, ງາມຕາ; ດ້ວຍດອກໄມ້, ຕົ້ນໄມ້, ປ້າຍໂຄສະນາ ແລະຄຳຂວັນໂຄສະນາເຜີຍແຜ່່ກ່ຽວກັບການເລືອກຕັ້ງໄດ້ຮັບການຈັດວາງຢ່າງກົມກຽວ, ປະກອບສ່ວນຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງພະນັກງານ, ນັກຮົບຕໍ່ໜ້າທີ່ການເມືອງທີ່ສຳຄັນນີ້.

ໄປພ້ອມກັບການສ້າງສະພາບແວດລ້ອມທີ່ເປັນກຳລັງຫຼວງ, ສີຂຽວ, ສະອາດ, ສວຍງາມ, ຄະນະພັກ, ຜູ້ບັນຊາການກົມກອງ ກຳໄດ້ແນວຄິດຈິດໃຈ, ຄວາມມຸ່ງຫວັງຂອງພະນັກງານ, ນັກຮົບ, ເປັນຕົ້ນແມ່ນນັກຮົບທີ່ຫາກໍ່ຮັບເຂົ້າມາໃໝ່; ລະດົມກໍາລັງໃຈໃຫ້ທະຫານອຸ່ນອ່ຽນໃຈເຮັດວຽກ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຕ່າງໆ ເພື່ອມຸ່ງໄປເຖິງວັນເລືອກຕັ້ງ.

ຕາມທ່ານພັນເອກ ຫງວຽນດິ່ງເກື່ອງ, ເລຂາພັກ, ຫົວໜ້າການເມືອງກອງພັນໃຫຍ່ 244 (ກອງບັນຊາການທະຫານແຂວງກວາງນິງ) ແລ້ວ, ທາງກົມກອງຍາມໃດກໍ່ສຸມໃສ່ວຽກງານສຶກສາອົບຮົມາງດ້ານການເມືອງ, ແນວຄິດ,  ໂຄສະນາເຜີຍແຜ່ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ; ພ້ອມທັງ ຮັກສາແຜນການຝຶກແອບ, ກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ປະກອບສ່ວນຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ວັນເລືອກຕັ້ງໄດ້ດຳເນີນໄປຢ່າງມີປະຊາທິປະໄຕ, ຖືກຕາມກົດໝາຍ.

leftcenterrightdel
ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ໜ່ວຍເລືອກຕັ້ງທີ 3 (ແຂວງກວາງນິງ). ພາບ: qdnd.vn

ມາຮອດປະຈຸບັນ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງ ໃນກໍາລັງປະກອບອາວຸດແຂວງ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດໂດຍພື້ນຖານ. ບັນດາກົມກອງໄດ້ສົມທົບກັບທ້ອງຖິ່ນ ເພື່ອສ້າງ ແລະຕິດປະກາດລາຍຊື່ຜູ້ມີສິດເລືອກຕັ້ງຢູ່ເຂດປ່ອນບັດເລືອກຕັ້ງ. ການແນະນໍາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໄດ້ຮັບການປະຕິບັດຖືກຕາມຂັ້ນຕອນ, ມີປະຊາທິປະໄຕ, ແໜ້ນແຟ້ນ, ຮັບປະກັນມາດຕະຖານ, ໂຄງປະກອບຕາມຂໍ້ກຳນົດ.

ຄຽງຂ້າງນັ້ນ, ອົງການ, ກົມກອງຕ່າງໆໄດ້ຮັກສາລະບອບເວນຍາມກຽມພ້ອມສູ້ຮົບ, ປະຈໍາການ, ລາດຕະເວນ ແລະປ້ອງກັນຢ່າງເຂັ້ມງວດ; ສ້າງແຜນການປ້ອງກັນເຂດປ່ອນບັດເລືອກຕັ້ງ, ຮັບປະກັນຄວາມປອດໄພຂອງຄ້າຍທະຫານ, ສາງ, ທ່າເຮືອ ແລະສາງການທະຫານ.

ທ່ານພັນໂທ ດ່າວດັງແຮງ, ຫົວໜ້າການທະຫານກອງບັນຊາການທະຫານຕາແສງ ບິ່ງເຄ, ໃຫ້ຮູ້ວ່າ: “ກົມກອງໄດ້ກວດກາຄືນ, ເພີ່ມເຕີມແຜນການກຽມພ້ອມສູ້ຮົບຢ່າງເປັນປະຈຳ, ຮັກສາລະບອບເວນຍາມຢ່າງເຂັ້ມງວດ; ເປັນເຈົ້າການສົມທົບກັບບັນດາກຳລັງໃນບໍລິເວນ, ກຽມພ້ອມປຸກລະດົມກຳລັງ, ພາຫະນະເມື່ອມີກໍລະນີເກີດຂຶ້ນ, ຕັດສິນໃຈຮັກສາຄວາມປອດໄພໃຫ້ແກ່ການເລືອກຕັ້ງ.”

ຕາມພັນເອກພິເສດ ຮວ່າງວັນຖວຽດ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງກວາງນິງ ແລ້ວ, ໃນໄລຍະຕໍ່ໄປ, ກຳລັງປະກອບອາວຸດແຂວງ ຈະສືບຕໍ່ຍູ້ແຮງວຽກງານໂຄສະນາ, ປັບປຸງຂອດກະກຽມໃຫ້ແກ່ການເລືອກຕັ້ງ, ຈັດຕັ້ງການປະກາດລາຍຊື່ຜູ້ລົງສະໝັກ, ກະກຽມພື້ນຖານດ້ານວັດຖຸຢ່າງພຽງພໍຢູ່ເຂດປ່ອນບັດເລືອກຕັ້ງ; ພ້ອມທັງຮັກສາລະບອບເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຮັບປະກັນການສື່ສານສະດວກ, ສົມທົບກັບບັນດາກຳລັງຕ່າງໆຢ່າງແໜ້ນແຟ້ນເພື່ອຮັກສາຄວາມສະຫງົບ, ຄວາມປອດໄພໃຫ້ແກ່ການເລືອກຕັ້ງ.

ໂດຍ: ຈາງຫງວຽນ