ນີ້ແມ່ນລາຍການແລກປ່ຽນຄະນະທີ່ດໍາເນີນເປັນປະຈໍາປີ, ນອນໃນຂົງເຂດຮ່ວມມືທີ່ພວມຜັນຂະຫຍາຍລະຫວ່າງກອງທັບສອງປະເທດ ຫວຽດນາມ-ລາວ. ຈຸດປະສົງຂອງລາຍການແມ່ນເພື່ອແນໃສ່ເພີ່ມທະວີຄວາມສາມັກຄີມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງນາຍທະຫານໜຸ່ມສອງປະເທດ, ປະກອບສ່ວນຮັກສາ ແລະພັດທະນາສາຍພົວພັນຮ່ວມມືຮອບດ້ານລະຫວ່າງລັດ, ປະຊາຊົນ ແລະກອງທັບສອງປະເທດ.

leftcenterrightdel
ສະຫາຍ ພັນເອກພິເສດ ເຈິ່ນຫວຽດນັງ ແລກປ່ຽນກັບສະຫາຍ ພົນຕີ ວໍລະສານ ວິລັດດາວົງ. ພາບ: qdnd.vn

ໃນລາຍການເຄື່ອນໄຫວ, ຕອນເຊົ້າວັນທີ 16 ພະຈິກ, ຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບການນໍາກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ. ທີ່ສໍານັກງານກະຊວງປ້ອງກັນປະເທດລາວ, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໄດ້ແນະນໍາໃຫ້ຄະນະ ຮັບຊາບກ່ຽວກັບປະຫວັດຄວາມເປັນມາໃນການສ້າງຕັ້ງ, ການພັດທະນາ, ພາລະບົດບາດ, ໜ້າທີ່ຂອງກອງທັບປະຊາຊົນລາວ ແລະຮູບແບບການກໍ່ສ້າງນາຍທະຫານຂອງກອງທັບປະຊາຊົນລາວ. ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ພ້ອມກັບນາຍທະຫານໜຸ່ມ ໄດ້ຫວນຄືນປະຫວັດສາດແຫ່ງການປະຕິວັດທີ່ສະຫງ່າອົງອາດ, ສະໜິດຕິດແໜ້ນລະຫວ່າງສອງປະເທດ. ຄຽງຂ້າງນັ້ນ, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ກໍ່ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງນາຍທະຫານໜຸ່ມຂອງສອງປະເທດ ກ່ຽວກັບການພົບປະແລກປ່ຽນ, ການຮ່ວມມືໃນປີ 2023.

leftcenterrightdel
ຄະນະຜູ້ແທນນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ຖ່າຍຮູບເປັນທີ່ລະນຶກພ້ອມກັບການນໍາກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ. ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ສະຫາຍ ພັນເອກພິເສດ ເຈິ່ນຫວຽດນັງ ຫົວໜ້າຄະນະຊາວໜຸ່ມກອງທັບ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມຫວຽດນາມ ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະກອບສ່ວນສຶກສາອົບຮົມໃຫ້ແກ່ຊາວໜຸ່ມສອງປະເທດ ແລະຄວາມຕັດສິນໃຈຂອງນາຍທະຫານໜຸ່ມຂອງກອງທັບສອງປະເທດ ໃນການຮັກສາ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ພ້ອມທັງແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງກອງທັບແຕ່ລະປະເທດ.

leftcenterrightdel
 
leftcenterrightdel
ຄະນະຜູ້ແທນນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ວາງພວງມາລາຢູ່ອະນຸສາວະລີ ແລະຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ. ພາບ: qdnd.vn

*ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ແລະຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ. ໃນຂອບເຂດລາຍການ, ຄະນະຜູ້ແທນນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ໄປຢ້ຽມຢາມ ແລະພົບປະແລກປ່ຽນກັບບາງອົງການກົມກອງຂອງລາວ; ຢ້ຽມຢາມບັນດາຮ່ອງຮອຍປະຫວັດສາດ, ທັດສະນີຍະພາບ; ພົບປະແລກປ່ຽນສິລະປະວັດທະນະທໍາ... ໃນນັ້ນ, ຈຸດພົ້ນເດັ່ນແມ່ນການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ຮ່ວມສາຍພູຫຼວງ - ນໍ້າໃຈໄມຕີຈິດມິດຕະພາບ”, ດ້ວຍການເຂົ້າຮ່ວມ ແລະຊີ້ນໍາຂອງສະຫາຍ ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ແລະສະຫາຍ ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເຊິ່ງຈະດໍາເນີນໃນວັນທີ 18 ພະຈິກ ປີ 2022.

ໂດຍ: ຈາງຫງວຽນ