ຈັດຕັ້ງປະຕິບັດການປະຈຳການ, ກໍາແໜ້ນສະພາບການດິນຟ້າອາກາດ, ອຸຕຸນິຍົມ, ອຸທົກກະສາດ. ເມື່ອມີກໍລະນີ, ເຫດການສັບສົນເກີດຂຶ້ນທີ່ຕ້ອງຈັດຕັ້ງປະຕິບັດການປະຈຳການ, ປະຕິບັດທິດນໍາ “ 4 ຢູ່ກັບທີ່”; ເປັນເຈົ້າການ, ກຽມພ້ອມກໍາລັງ, ພາຫະນະ, ເປັນເສນາທິການ ນໍາສະໜີແກ້ໄຂກໍລະນີຕ່າງໆຢ່າງທັນການ ແລະມີປະສິດທິຜົນ.

ທະຫານເຂດຕ່າງໆຊີ້ນໍາກອງບັນຊາການທະຫານບັນດາແຂວງ, ນະຄອນ; ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ຊີ້ນໍາກອງບັນຊາການເຂດປ້ອງກັນຕົວ, ກອງບັນຊາການທະຫານຕາແສງ, ເມືອງ ຈັດຕ້ັງການກວດກາ, ກວດກາຄືນ, ປັບປຸງແຜນການ, ວິທີການຮັບມືໃຫ້ສອດຄ່ອງ; ກະກຽມກໍາລັງ, ພາຫະນະກຽມພ້ອມເຂົ້າຮ່ວມແກ້ໄຂເມື່ອມີກໍລະນີເກີດຂຶ້ນ; ເປັນເຈົ້າການ, ຈັດຕັ້ງກອງປະຊຸມປະສານສົມທົບໜ້າທີ່ກັບກົມກອງຕ່າງໆຂອງກະຊວງປ້ອງກັນປະເທດ ແລະກໍາລັງທີ່ຢູ່ບໍລິິເວນອີກດ້ວຍ;...

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ເຫຼົ່າທັບທະຫານເຮືອ, ທະຫານຊາຍແດນ, ຕໍາຫຼວດທະເລຫວຽດນາມ ຊີ້ນໍາບັນດາກົມກອງເຄື່ອນໄຫວ ແລະເຮັດໜ້າທີ່ກູ້ໄພ-ກູ້ຊີບບົນທະເລ ເພື່ອຈັດຕັ້ງການໂຄສະນາໃຫ້ຊາວປະມົງ ແລະເຈົ້າຂອງພາຫະນະຕ່າງໆເຄື່ອນໄຫວບົນທະເລຮູ້ວິທີຮັບມືເມື່ອມີລົມແຮງ ແລະຄື້ນໃຫຍ່, ດິນຟ້າອາກາດອັນຕະລາຍ ແລະມີຄວາມສ່ຽງເກີດເຫດຢູ່ທະເລ;...

ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ແມ່ທັບນ້ອຍ 18 ກວດກາ, ກວດກາຄືນແຜນການ, ວິທີການ, ກະກຽມກໍາລັງ, ພາຫະນະກຽມພ້ອມປະຕິບັດການບິນຊອກຫາ, ກູ້ໄພ-ກູ້ຊີບ, ຂົນສົ່ງສະບຽງອາຫານເມື່ອມີຄໍາສັ່ງ. ເຫຼົ່າຮົບສື່ສານ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ຮັກສາການຕິດຕໍ່ສື່ສານ, ລະບົບໂທລະຄົມມະນາຄົມໃຫ້ລຸລ່ວງ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ຮັບໃຊ້ການຊີ້ນໍາ, ບໍລິຫານການເຄື່ອນໄຫວປ້ອງກັນພົນລະເຮືອນ, ຮັບມືກັບອຸບັດຕິເຫດ ແລະຊອກຫາກູ້ໄພ-ກູ້ຊີບ...

ເອກະສານກໍ່ສະເໜີກົມໃຫຍ່ການເມືອງຊີ້ນໍາບັນດາອົງການສື່ມວນຊົນກອງທັບ ແລະກົມກອງເຮັດວຽກງານໂຄສະນາ, ເພີ່ມການໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງກອງທັບ ແລະທະຫານລາດປ້ອງກັນຕົວຊ່ວຍເຫຼືອປະຊາຊົນຕ້ານ ແລະສະກັດກັ້ນ, ຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸບັດຕິເຫດ, ໄພທໍາມະຊາດ ແລະຊອກຫາກູ້ໄພ-ກູ້ຊີບເປັນຢ່າງດີ.

ໂດຍ: ໄຊນີດາ