ໃນການພົວພັນໂດຍລວມນັ້ນ, ການຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍໄດ້ກໍານົດວ່າ ເປັນເສົາຄໍ້າສໍາຄັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງພັກ, ສອງລັດ, ພ້ອມທັງສ້າງພື້ນຖານອັນໜັກແໜ້ນ ເພື່ອຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ. ພົ້ນເດັ່ນແມ່ນ ໃນການພົວພັນຮ່ວມມືນັ້ນ ແມ່ນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ.

ໂດຍໄດ້ຮັບການຜັນຂະຫຍາຍໃນຊຸມປີຜ່ານມາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ໄດ້ກາຍເປັນ “ຈຸດພົ້ນເດັ່ນ” ຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສະແດງໃຫ້ເຫັນການຕັດສິນໃຈດ້ານການເມືອງຢ່າງສູງ ແລະຄວາມຮັບຜິດຊອບຂອງກອງທັບສອງປະເທດ ໃນການກໍ່ສ້າງຊາຍແດນໃຫ້ມີສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາ. ດ້ວຍເປົ້າໝາຍລວມ ແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ເພີ່ມທະວີນໍ້າໃຈມິດຕະພາບ, ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ ຈີນ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ຫຼາຍຂໍ້ລິເລີ່ມຢ່າງເປັນປະຈໍາເພື່ອຍູ້ແຮງການສົມທົບກັນຢູ່ເຂດຊາຍແດນ, ໂດຍສະເພາະແມ່ນລະຫວ່າງບັນດາກໍາລັງປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງສອງປະເທດ. ແຕ່ປີ 2014 ເປັນຕົ້ນມາ, ສອງປະເທດ ໄດ້ຕົກລົງຈັດງານພົບປະແລກປ່ຽນໃນແຕ່ລະປີ, ນໍາການເຄື່ອນໄຫວນີ້ກາຍເປັນກົນໄກສົມທົບກັນທີ່ມີແບບມີແຜນ, ແທດຈິງ ແລະມີຄວາມໝາຍ.

leftcenterrightdel
ບັນຍາກາດກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ກັບຄະນະຜູ້ແທນກະຊວງປ້ອງກັນປະເທດຈີນ ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9. ພາບ: qdnd.vn

ໃນການຈັດຕັ້ງຄັ້ງທໍາອິດໃນເດືອນ ມີນາ 2014, ທີ່ນະຄອນ ມ໊ອງກ໊າຍ, ແຂວງກວ໋າງນິງ (ຫວຽດນາມ) ແລະນະຄອນ DongXing, ແຂວງກວາງຊີ (ຈີນ), ຄະນະຜູ້ແທນກະຊວງປ້ອງກັນປະເທດ ສອງປະເທດ ໄດ້ຕີລາຄາສູງຄວາມໝາຍເປີດທາງຂອງຂໍ້ລິເລີ່ມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ. ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕໍ່ທັດສະນະ: ຕ້ອງສືບຕໍ່ເປີດກວ້າງການພົບປະ, ແລກປ່ຽນໃນລະດັບສູງກວ່າອີກ, ໃນຂອບເຂດກວ້າງກວ່າ, ຢູ່ໃນທຸກເຫຼົ່າທັບ, ເຫຼົ່າຮົບ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ສົມທົບກັນ ແລະໄວ້ເນື້ອເຊື່ອໃຈ. ຜົນສໍາເລັດຂອງງານພົບປະແລກປ່ຽນຄັ້ງທີໜຶ່ງ ເປັນຈຸດເລີ່ມຕົ້ນທີ່ສໍາຄັນ, ສ້າງທ່າຊຸກຍູ້ການຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ ເວົ້າສະເພາະ ເວົ້າລວມແມ່ນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຈີນ.

ມາຮອດປັດຈຸບັນ, ດ້ວຍການເອົາໃຈໃສ່, ການຊີ້ນໍາຢ່າງໃກ້ຊິດຂອງການນໍາສອງພັກ, ສອງລັດ, ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ ຈີນ ໄດ້ສົມທົບກັນຈັດຕັ້ງສໍາເລັດງານພົບປະແລກປ່ຽນທັງໝົດ 9 ຄັ້ງ ແລະພວມຕັ້ງໜ້າກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10. ຈາກພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດ, ສາມາດຢືນຢັນໄດ້ວ່າ ງານພົບປະແລກປ່ຽນ ໄດ້ກາຍເປັນກິດຈະກໍາໜຶ່ງທີ່ເປັນສັນຍາລັກແຫ່ງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ເປັນຊ່ອງທາງອັນສໍາຄັນເພື່ອປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການສົມທົບຢ່າງແທດຈິງລະຫວ່າງບັນດາກໍາລັງທີ່ກ່ຽວຂ້ອງ, ຜ່ານນັ້ນປະກອບສ່ວນຢ່າງແທດຈິງເຂົ້າໃນການກໍ່ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

ຜ່ານການຈັດຕັ້ງ 9 ຄັ້ງ (ຢູ່ແຂວງກວ໋າງນິງ, ລາວກາຍ, ລ້າງເຊີນ, ລາຍເຈົາ, ກາວບັ່ງ ຂອງຫວຽດນາມ ກັບແຂວງກວາງຊີ ແລະແຂວງຢຸນນານ ຂອງຈີນ), ງານພົບປະແລກປ່ຽນ ນັບມື້ນັບໄດ້ຮັບການປ່ຽນແປງໃໝ່, ມີຫຼາກຫຼາຍຮູບແບບ ແລະເຂົ້າສູ່ລວງເລິກ, ນັບທັງຮູບການ ແລະເນື້ອໃນ. ຫຼາຍກິດຈະກໍາເຄື່ອນໄຫວທີ່ແທດຈິງ, ມີລັກສະນະມະນຸດສະທໍາ ແລະຕິດພັນຢ່າງແໜ້ນແຟ້ນກັບໜ້າທີ່ປົກປັກຮັກສາຊາຍແດນ, ໄດ້ຈັດຕັ້ງປະຕິບັດ ເຊັ່ນ: ກອງປະຊຸມໂອ້ລົມສົນທະນາມິດຕະພາບ; ການຝຶກຊ້ອມຮ່ວມກ່ຽວກັບການກອບກູ້ໄພພິບັດ, ປ້ອງກັນ, ຕ້ານໂລກລະບາດຢູ່ເຂດຊາຍແດນຫວຽດນາມ-ຈີນ; ພົບປະແລກປ່ຽນວັດທະນະທໍາ-ສິລະປະລະຫວ່າງກໍາລັງປ້ອງກັນຊາຍແດນ, ອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນທີ່ຢູ່ສອງຟາກຊາຍແດນ; ພິທີເຄົາລົບຫຼັກໝາຍຊາຍແດນ, ແຕ້ມສີຫຼັກໝາຍຊາຍແດນ ແລະລາດຕະເວນຮ່ວມກັນ; ກວດສຸຂະພາບ, ແຈກຢາຍຢາ ໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ; ປູກຕົ້ນໄມ້ມິດຕະພາບ... ແຕ່ລະເນື້ອໃນບໍ່ພຽງແຕ່ມີຄວາມໝາຍດ້ານການທູດປ້ອງກັນຊາດ ເທົ່ານັ້ນ ຫາກຍັງແຜ່ຂະຫຍາຍນໍ້າໃຈສາມັກຄີ, ການແບ່ງປັນ, “ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຊ່ວຍເຫຼືອປະຊາຊົນ” ຖືກກັບມູນ ເຊື້ອອັນດີງາມຂອງກອງທັບສອງປະເທດ.

leftcenterrightdel
ໜ່ວຍລາດຕະເວນຄ້າຍທະຫານຊາຍແດນເຊີນວີ, ທະຫານຊາຍແດນແຂວງຕວຽນກວາງ (ຫວຽດນາມ) ກັບປ້ອມຕໍາຫຼວດຊາຍແດນ TianPeng; ຄ້າຍ HePing (ຈີນ) ຈັດຕັ້ງການລາດຕະເວນ, ຄວບຄຸມຮ່ວມກັນ, ປະຕິບັດກົດໝາຍຢູ່ເຂດຊາຍແດນ ໄຕມາດທີ III ປີ 2025. ພາບ: ກິມແຄ໋ງ.

ໜຶ່ງໃນບັນດາປະສິດທິພາບທີ່ຈະແຈ້ງຂອງງານພົບປະແລກປ່ຽນ ແມ່ນກົນໄກສົມທົບກັນລະຫວ່າງທະຫານຊາຍແດນຫວຽດນາມ ແລະກໍາລັງປ້ອງກັນຊາຍແດນ ຈີນ ນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ ແລະເຄື່ອນໄຫວຢ່າງມີປະສິດທິພາບ. ສອງຝ່າຍ ສືບຕໍ່ສົມທົບກັນຢ່າງແໜ້ນແແຟ້ນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຄວບຄຸມການເຂົ້າ-ອອກເມືອງ; ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ. ບັນດາໜ້າທີ່ປົກກະຕິ ຄື: ກອງປະຊຸມພົບປະສອງຝ່າຍ, ການລາດຕະເວນສອງຝ່າຍ, ການແລກປ່ຽນເບີໂທລະສັບສາຍດ່ວນ ໄດ້ຈັດຕັ້ງປະຕິບັດເປັນປະຈຳໄລຍະ, ມີແບບມີແຜນ. ສິ່ງທີ່ຄວນເອົາໃຈໃສ່, ໃນການລາດຕະເວນ ແລະການແລກປ່ຽນຂໍ້ມູນຂ່າວສານ, ສອງຝ່າຍ ຍັງໄດ້ສົມທົບກັບການໂຄສະນາ, ເຜີຍແຜ່ກົດໝາຍໃຫ້ພໍ່ແມ່ປະຊາຊົນທີ່ຢູ່ສອງຟາກຊາຍແດນ, ປະກອບສ່ວນຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນ, ສະກັດກັ້ນການລະເມີດຢ່າງມີປະສິດທິຜົນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ດ່ານຊາຍແດນ...

ທີ່ການພົບປະສອງຝ່າຍລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ ຈີນ ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9 ທີ່ຈັດຂຶ້ນຢູ່ເຂດປົກຄອງຕົນເອງ ເຜົ່າ ຈວາງ, ກວາງຊີ (ຈີນ) ແລະແຂວງລ້າງເຊີນ (ຫວຽດນາມ), ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ຢັ້ງຢືນວ່າ ງານ ພົບປະແລກປ່ຽນ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ນັບມື້ນັບແທດຈິງກວ່າ ແລະສືບຕໍ່ຢັ້ງຢືນບົດບາດຂອງກອງທັບສອງປະເທດ, ກະຊວງປ້ອງກັນປະເທດຂອງສອງປະເທດ ໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ.

ໂດຍ: ໄຊຊະນະ