ໂຮງໝໍກາງສະໜາມຂັ້ນສອງ ເລກ 7 ປຸກລະດົມການແຂ່ງຂັນສ້າງພົນງານເພື່ອລາຍງານຕໍ່ລຸງໂຮ່
ກປ.ອອນໄລ - ຕອນເຊົ້າວັນທີ 13 ກັນຍາ, ທີ່ຫໍພິພິທະພັນໂຮ່ຈີມິນ ສາຂານະຄອນໂຮ່ຈີມິນ, ໂຮງໝໍກອງທັບ 175 ໄດ້ຈັດພິທີຖະຫວາຍທູບທຽນ ແລະປຸກລະດົມການແຂ່ງຂັນສ້າງພົນງານ ເພື່ອລາຍງານຕໍ່ລຸງໂຮ່ ໃຫ້ໂຮງໝໍກາງສະໜາມຂັ້ນສອງ ເລກ 7 ກ່ອນທີ່ຈະເດີນທາງໄປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້.
    |
 |
ພົນຈັດຕະວາ ຮສຈ. ປອ ແພດໝໍ ເລກວາງຈີ໋, ຮອງຜູ້ອໍານວຍການໂຮງໝໍກອງທັບ 175 ກ່າວຄໍາເຫັນຊີ້ນໍາ, ລະດົມກໍາລັງໃຈໂຮງໝໍກາງສະໜາມຂັ້ນສອງ ເລກ 7. ພາບ: qdnd.vn |
ຕາງໜ້າຄະນະພັກ, ຄະນະອໍານວຍການໂຮງໝໍກາງສະໜາມ ຂັ້ນສອງເລກ 7, ທ່ານພັນຕີ ເຈິ່ນດຶກຕ່າຍ, ຜູ້ອໍານວຍການໂຮງໝໍກາງສະໜາມ ຂັ້ນສອງ ເລກ 7 ໄດ້ປຸກລະດົມການແຂ່ງຂັນ “ສາມັກຄີ, ລະບຽບວິໄນ, ປອດໄພ, ເດັດຂາດມີໄຊ” ສ້າງພົນງານເພື່ອລາຍງານຕໍ່ລຸງໂຮ່. ໃນນັ້ນ, ໂຮງໝໍກາງສະໜາມ ຂັ້ນສອງ ເລກ 7 ສູ້ຊົນມີພະນັກງານ, ພາລະກອນ 100% ມີຄຸນທາດການເມືອງອັນໜັກແໜ້ນ, ມີເຈດຈໍານົງຕັດສິນໃຈສູງ, ກໍາແໜ້ນພາລະບົດບາດ, ໜ້າທີ່ຂອງຕົນເອງ ແລະກົມກອງ, ກໍ່ສ້າງຈິດໃຈຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະຕິບັດໜ້າທີ່ວິຊາສະເພາະ, ຝຶກແອບວິທີການແກ້ໄຂກໍລະນີຕາມແຜນການເພື່ອຮັບປະກັນຄວາມສະຫງົບປອດໄພຢ່າງຊໍານິຊໍານານ; ຕ້ານ ແລະສະກັດກັນໂລກລະບາດ, ວິທີການແກ້ໄຂກໍລະນີສຸກເສີນ ຢູ່ຄະນະປະຕິບັດງານ...
    |
 |
ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນສອງ ເລກ 7 ພ້ອມແລ້ວທີ່ຈະເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn |
    |
 |
ບັນດາອົງການຂຶ້ນກັບໂຮງໝໍກາງສະໜາມ ຂັ້ນສອງ ເລກ 7 ເຊັນຄໍາໝັ້ນສັນຍາແຂ່ງຂັນ. ພາບ: qdnd.vn |
    |
 |
ການນໍາໂຮງໝໍກາງສະໜາມ ຂັ້ນສອງ ເລກ 7, ຜູ້ແທນບັນດາອົງການ ຖ່າຍຮູບເປັນທີ່ລະນຶກພ້ອມກັບພະນັກງານ, ພາລະກອນ 63 ຄົນ ຂອງໂຮງໝໍກາງສະໜາມ ຂັ້ນສອງ ເລກ 7. ພາບ: qdnd.vn |
ກ່າວຄໍາເຫັນຊີ້ນໍາ ແລະລະດົມກໍາລັງໃຈພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນສອງ ເລກ 7, ພົນຈັດຕະວາ ຮສຈ. ປອ ແພດໝໍ ເລກວາງຈີ໋, ຮອງຜູ້ອໍານວຍການໂຮງໝໍກອງທັບ 175 ໄດ້ສະແດງຄວາມຊົມເຊີຍຈິດໃຈຄວາມຮັບຜິດຊອບ, ຄວາມຕັດສິນໃຈສູງຂອງພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນສອງເລກ 7, ຮຽກຮ້ອງໃຫ້ໂຮງໝໍກາງສະໜາມ ຂັ້ນສອງ ເລກ 7 ຍາມໃດກໍ່ຕ້ອງຮັກສາລະບອບ, ລະບຽບຫຼວງ, ຄຸ້ມຄອງລະບຽບວິໄນ, ມີສະຕິຕື່ນຕົວປະຕິບັດກົດໝາຍຂອງຫວຽດນາມ, ກົດໝາຍຂອງປະເທດປະຈໍາຖິ່ນ ແລະຂໍ້ກໍານົດຂອງ ສປຊ, ຮັບປະກັນຄວາມປອດໄພທາງດ້ານອິນຊີ, ພາຫະນະ ແລະເຄື່ອງອຸປະກອນຢ່າງເດັດຂາດ.
ທົ່ວໂຮງໝໍຍົກສູງຈິດໃຈສາມັກຄີ, ເປັນເອກະພາບ, ກໍ່ສ້າງໝູ່ຄະນະໃຫ້ໝັ້ນຄົງເຂັ້ມແຂງ, ແຂ່ງຂັນປະຕິບັດສໍາເລັດໜ້າທີ່ການເມືອງຈຸດສຸມ ແມ່ນກວດ, ປິ່ນປົວພະຍາດ ແລະແກ້ໄຂກໍລະນີທີ່ກ່ຽວຂ້ອງເຖິງການແພດທີ່ຄະນະປະຕິບັດງານ ໃຫ້ເປັນຢ່າງດີ.
ໂດຍ: ທູຈາງ