ງານວາງສະແດງຜົນງານຂອງປະເທດ:
ເຂດວາງສະແດງຂອງກະຊວງປ້ອງກັນປະເທດ ເປັນມືອາຊີບ, ຕ້ອນຮັບປະຊາຊົນຢ່າງລອບຄອບຖີ່ຖ້ວນ
ກປ.ອອນໄລ - ວັນທີ 13 ກັນຍາ, ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນໍາຄະນະປະຕິບັດງານລົງກວດກາເຂດວາງສະແດງຂອງກະຊວງປ້ອງກັນປະເທດຢູ່ງານວາງສະແດງຜົນງານຂອງປະເທດ.
ທີ່ງານວາງສະແດງ, ທ່ານພົນເອກ ຫງວຽນເຕີນເກືອງ ພ້ອມດ້ວຍຄະນະປະຕິບັດງານໄດ້ລົງກວດກາບັນດາເຂດວາງສະແດງຢູ່ໃນຮົ່ມ ແລະກາງແຈ້ງຂອງກະຊວງປ້ອງກັນປະເທດ; ລະດົມກໍາລັງໃຈບັນດາກຳລັງທີ່ພວມປະຕິບັດໜ້າທີ່ ແລະປະຊາຊົນທີ່ມາຢ້ຽມຊົມງານວາງສະແດງ.
    |
 |
ທ່ານພົນເອກ ຫງວຽນເຕີນເກືອງ ແລະປະຊາຊົນເປັນຈຳນວນຫຼວງຫຼາຍເຂົ້າຮ່ວມງານວາງສະແດງ. ພາບ: qdnd.vn |
ສະຫຼຸບການກວດກາ, ທ່ານພົນເອກ ຫງວຽນເຕີນເກືອງ ໄດ້ຕີລາຄາສູງວຽກງານຈັດຕັ້ງຂອງເຂດວາງສະແດງຂອງກະຊວງປ້ອງກັນປະເທດ, ຮັບປະກັນເປັນມືອາຊີບ, ແໜ້ນແຟ້ນຈາກວຽກງານພະລາທິການຈົນຮອດການຕ້ອນຮັບແຂກ, ແນະນຳບັນດາເຂດຢ້ຽມຊົມ ແລະຮັບປະກັນຄວາມສະຫງົບ, ຄວາມປອດໄພ. ພິເສດ, ທ່ານພົນເອກ ຫງວຽນເຕີນເກືອງ ຕີລາຄາສູງວຽກງານພະລາທິການຮັບໃຊ້ປະຊາຊົນຂອງບັນດາກົມກອງກອງທັບທີ່ເຂົ້າຮ່ວມງານວາງສະແດງ, ຕ້ອນຮັບປະຊາຊົນ ແລະແຂກຢ້ຽມຊົມດ້ວຍຄວາມຈິງໃຈ, ອົບອຸ່ນຢ່າງລອບຄອບຖີ່ຖ້ວນ.
ຕາງໜ້າການນໍາກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕີນເກືອງ ໄດ້ຍ້ອງຍໍຊົມເຊີຍພະນັກງານ, ນັກຮົບທີ່ເຂົ້າຮ່ວມງານວາງສະແດງ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນໃນບັນດາເຫດການສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ. ງານວາງສະແດງໄດ້ມີການເຂົ້າຮ່ວມຂອງບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນ, ດຶງດູດແຂກທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. ຜ່ານງານວາງສະແດງ, ເຂດວາງສະແດງຂອງກະຊວງປ້ອງກັນປະເທດ ໄດ້ແນະນຳໃຫ້ປະຊາຊົນບັນດາຜົນງານ, ໝາກຜົນຂອງບັນດາໂຄງການຄົ້ນຄວ້າວິທະຍາສາດ, ຂະບວນການຜະລິດ, ຜະລິດອາວຸດຍຸດໂທປະກອນເຕັກນິກຂອງກອງທັບ, ຢືນຢັນກອງທັບຍາມໃດກໍ່ພ້ອມແລ້ວທີ່ຈະປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດຢ່າງເຂັ້ມແຂງ.
ໂດຍ: ຈາງຫງວຽນ