ຫວຽດນາມ ແລະອີຕາລີ ຊຸກຍູ້ກົນໄກຮ່ວມມືຕ່າງໆ
ກປ.ອອນໄລ - ໃນຂອບເຂດການໄປປະຕິບັດງານ ຢູ່ອີຕາລີ, ວັນທີ 11 ກັນຍາ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານນາງ Maria Tripodi ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນອີຕາລີ.
ທີ່ການເຮັດວຽກ, ທ່ານນາງ ເລທິທູຮັ່ງ ຕີລາຄາສູງບາດກ້າວພັດທະນາທີ່ຕັ້ງໜ້າ ໃນການພົວພັນຫວຽດນາມ-ອີຕາລີ ແລະສະເໜີສອງກະຊວງການຕ່າງປະເທດ ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນບົດບາດປະສານງານເພື່ອເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ກົນໄກຮ່ວມມືຕ່າງໆລະຫວ່າງສອງປະເທດ...
    |
 |
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານນາງ Maria Tripodi ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນອີຕາລີ. ພາບ: mofa.gov.vn |
ສອງຝ່າຍເຫັນດີຂຸດຄົ້ນກາລະໂອກາດຈາກສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງສຸດຂີດ, ສູ້ຊົນໃຫ້ບັນລຸເປົ້າໝາຍຍົກການແລກປ່ຽນການຄ້າສອງປະເທດທົບສອງເທົ່າໂດຍໄວໃນຊຸມປີຈະມາເຖິງ... ທ່ານນາງ Maria Tripodi ເຫັນດີຕໍ່ກັບຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການຊຸກຍູ້ບັນດາປະເທດໃນສະຫະພາບເອີລົບ (ອີຢູ) ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ແລະຂົນຂວາຍສະພາເອີລົບ ຍົກເລິກບັດເຫຼືອງ IUU ໃຫ້ແກ່ຫວຽດນາມ ໂດຍໄວ.
ເມື່ອແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ, ໃນນັ້ນມີທະເລຕາເວັນອອກ, ສອງຝ່າຍເນັ້ນໜັກເຖິງບົດບາດ ແລະຄວາມສໍາຄັນຂອງກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພ, ຄວາມເສລີ ໃນການເດີນເຮືອ ແລະການບິນ ຢູ່ພາກພື້ນ.
ໂດຍ: ທູຈາງ