ພິທີສາບານຕົວຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີຊົ່ວຄາວຂອງທ່ານນາງ Sishila Karki ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 12 ກັນຍາ, ຢູ່ທຳນຽບປະທານາທິບໍດີ ເນປານ. ກ່ອນໜ້ານັ້ນ 2-3 ຊົ່ວໂມງ, ຫ້ອງວ່າການປະທານາທິບໍດີເນປານ ໄດ້ປະກາດຂໍ້ຕົກລົງດັ່ງກ່າວ. ທ່ານປະທານາທິບໍດີ Ram Chandra Paudel ໄດ້ເປັນປະທານພິທີສາບານຕົວຮັບດຳລົງຕຳແໜ່ງ, ຮຽກຮ້ອງໃຫ້ທ່ານນາງ Sishila Karki “ກອບກູ້ເອົາປະເທດຊາດ” ແລະອວຍພອນໃຫ້ທ່ານນາງຈົ່ງປະສົບຜົນສຳເລັດ.

leftcenterrightdel
ທ່ານນາງ Sishila Karki ອະດີດປະທານສານສູງສຸດເນປານ. ພາບ: REUTERS

ບັນດາຜູ້ເຂົ້າຮ່ວມຂະບວນການແຫ່ຂະບວນ “ລຸ້ນ Gen Z” ໄດ້ຄັດເລືອກໃຫ້ທ່ານນາງ Sishila Karki ດຳລົງຕຳແໜ່ງນາຍົກລັດຖະມົນຕີຊົ່ວຄາວ ໃນການປ່ອນບັດທາງສື່ສັງຄົມອອນລາຍ Discord.

ແຫຼ່ງຄັດຈາກ: vovworld.vn