ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ.

ເຂົ້າຮ່ວມກອງປະຊຸມມີທ່ານພົນໂທ ຟ້າມເຈື່ອງເຊີນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ; ທ່ານພົນຕີ ໂດ້ຊວນຕຸ້ງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ; ທ່ານພົນຈັດຕະວາ ຫງວຽນບາລຶກ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ມອບໃບຍ້ອງຍໍໃຫ້ແກ່ບັນດາກົມກອງທີ່ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີໃນສົກຮຽນ 2024-2025. ພາບ: qdnd.vn

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ ຊົມເຊີຍບັນດາໝາກຜົນ, ຜົນງານຂອງບັນດາອົງການ, ກົມກອງ, ໂຮງຮຽນບັນລຸໄດ້ໃນສົກຮຽນຜ່ານມາ; ພ້ອມທັງ, ທ່ານໄດ້ຮຽກຮ້ອງໃຫ້ຄະນະພັກຂັ້ນ, ບັນດາຜູ້ບັນຊາການທຸກຂັ້ນ ສຸມໃສ່ນຳພາ, ຊີ້ນຳ, ປ່ຽນແປງໃໝ່ຈິນຕະນາການ ແລະການກະທໍາຢ່າງແຂງແຮງ, ຫັນຈາກການປະຕິຮູບ "ປັບປຸງດັດແກ້" ມາເປັນຈິນຕະນາການປະດິດສ້າງ, ຮັດແໜ້ນລະບຽບວິໄນ. ປະສານສົມທົບກັບກົມກອງເພື່ອຈັດຕັ້ງການສຳຫຼວດ, ກຳນົດຄວາມຕ້ອງການການບໍາລຸງກໍ່ສ້າງ, ສຸມໃສ່ການບໍາລຸງກໍ່ສ້າງໃນສິ່ງທີ່ກົມກອງ,  ສະພາບການຕົວຈິງມີຄວາມຕ້ອງການ, ຫຼີກລ້ຽງການຝຶກອົບຮົມພຽງແຕ່ສິ່ງທີ່ໂຮງຮຽນມີ.

ກໍ່ສ້າງ ແລະພັດທະນາຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາທີ່ມີທັງຄວາມຮູ້, ມີຈັນຍາບັນ ແລະມີຄວາມຄາດຫວັງອຸທິດສ່ວນ; ສຸມໃສ່ຍົກສູງອັດຕາສ່ວນຄູອາຈານທີ່ມີລະດັບປະລິນຍາເອກ, ບັນລຸມາດຖານຂອງສາດສະດາຈານ, ຮອງສາດສະດາຈານ, ນາມມະຍົດຄູອາຈານປະຊາຊົນ, ຄູອາຈານທີ່ດີເດັ່ນ. ກະກຽມເງື່ອນໄຂໃຫ້ດີເພື່ອຮັບປະກັນການຈັດຕັ້ງການສອບເສັງຕີລາຄາກໍາລັງຄວາມສາມາດດ້ານການທະຫານຜ່ານຄອມພິວເຕີ; ສົມທົບການຝຶກອົບຮົມກັບການຄົ້ນຄວ້າວິທະຍາສາດ, ການຜະລິດ, ການທົດລອງ ແລະພຶດຕິກໍາຕົວຈິງ...

ໂດຍ: ຈາງຫງວຽນ