ເພີ່ມທະວີການທູດປະຊາຊົນຜ່ານການເຄື່ອນໄຫວແນະນຳຮູບເງົາ “ເມືອດໍ”
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ (2 ກັນຍາ 1945 – 2 ກັນຍາ 2025), ຕອນຄ່ຳວັນທີ 9 ກັນຍາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ (HUFO) ໄດ້ຈັດການສາຍຟິມຮູບເງົາ “ເມືອດໍ” (ຝົນແດງ) ໃຫ້ຄະນະກົງສູນປະຈຳນະຄອນໂຮ່ຈີມິນ ແລະ ບັນດານັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ບໍລິເວນນະຄອນ ຮັບຊົມ.