leftcenterrightdel
ທ່ານພົນໂທ ຫວູຫາຍສານ ກ່າວຄໍາເຫັນສະຫຼຸບການກວດກາ. ພາບ: ຖ໋າຍຮຶງ.

ໄລ່ຮອດວັນທີ 10 ກັນຍາ, ບັນດາເຂດວາງສະແດງໃນຮົ່ມ ແລະກາງແຈ້ງຂອງກະຊວງປ້ອງກັນປະເທດ ທີ່ງານວາງສະແດງຜົນງານຂອງປະເທດໄດ້ດຶງດູດ, ຕ້ອນຮັບຫຼາຍຄະນະຜູ້ແທນ ແລະປະຊາຊົນ, ນັກທ່ອງທ່ຽວກວ່າ 3 ລ້ານເທື່ອຄົນໃນຈຳນວນຜູ້ເຂົ້າຊົມງານວາງສະແດງທັງໝົດປະມານ 7 ລ້ານເທື່ອຄົນ; ເປັນກຽດຕ້ອນຮັບບັນດາຄະນະການນຳ, ອະດີດການນຳພັກ, ລັດ, ລັດຖະບານ ແລະຫຼາຍຄະນະຜູ້ແທນສາກົນ. ວຽກງານຕ້ອນຮັບ, ແນະນຳ ແລະອະທິບາຍ ແມ່ນຮັບປະກັນຄວາມຮອບຄອບຖີ່ຖ້ວນ ແລະສົມກຽດ. ວຽກງານພະລາທິການ, ການແພດທະຫານບໍ່ພຽງແຕ່ຮັບປະກັນຊີວິດດ້ານວັດຖຸ ແລະສຸຂະພາບທີ່ດີໃຫ້ແກ່ທະຫານເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນອາລົມຈິດລະຫວ່າງທະຫານ ແລະປະຊາຊົນ, ສ້າງຄວາມປະທັບໃຈທີ່ດີ, ແຜ່ຂະຫຍາຍຢ່າງກວ້າງຂວາງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການກວດກາ. ພາບ: ຖ໋າຍຮຶງ.

ໄລ່ຮອດວັນທີ 10 ກັນຍາ, ກົມພະລາທິການ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຮັບໃຊ້ປະມານ 16.000 ເຊັດອາຫານ ໃຫ້ບັນດາກໍາລັງທີ່ປະຕິບັດໜ້າທີ່ຢູ່ງານວາງສະແດງ, ຮັບປະກັນສຸຂະອະນາໄມ, ຄວາມສະອາດ. ກົມໃຫຍ່ອຸດສາຫະກຳປ້ອງກັນຊາດໄດ້ແຈກຈ່າຍນ້ຳດື່ມບໍລິສຸດ 170.000 ກວ່າຕຸກ, ອາຫານແຫ້ງ 200.000 ຊອງ, ນົມ 22.944 ກ່ອງໃຫ້ປະຊາຊົນ ແລະກຳລັງຮັບໃຊ້. ກໍາລັງແພດທະຫານຍາມໃດກໍ່ປະຕິບັດໜ້າທີ່ປະຈໍາການ, ໄດ້ກວດ, ປິ່ນປົວຢູ່ກັບທີ່, ແຈກຢາຍຢາໃຫ້ 70 ກວ່າກໍລະນີ, ໃນນັ້ນມີທັງທະຫານ ແລະປະຊາຊົນ; ຮັບປະກັນການປິ່ນປົວ, ພະຍາບານສຸກເສີນຢ່າງທັນການ, ພິເສດສໍາລັບບັນດາກໍລະນີ ເຊັ່ນ: ຄວາມດັນເລືອດສູງ, ຫົວໃຈວາຍ, ຫາຍໃຈຍາກ, ສົງໄສວ່າ ມີອາການໄສ້ຕິ່ງອັກເສບ.

ສະຫຼຸບການກວດກາ, ທ່ານພົນໂທ ຫວູຫາຍສານ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຄະນະຈັດຕັ້ງກະຊວງປ້ອງກັນປະເທດ ກ່ຽວກັບງານວາງສະແດງຜົນງານຂອງປະເທດ, ບັນດາອົງການ,  ກົມກອງທີ່ໄດ້ປະຕິບັດການຮັບປະກັນໃຫ້ແກ່ງານວາງສະແດງ, ຮັບໃຊ້ພີ່ນ້ອງຮ່ວມຊາດ ແລະປະຊາຊົນທົ່ວປະເທດມາເບິ່ງຊົມ. ທ່ານພົນໂທ ຫວູຫາຍສານ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງຄະນະຈັດຕັ້ງຄວນສືບຕໍ່ຮັບປະກັນຈໍານວນພົນປະຕິບັດໜ້າທີ່; ປະຕິບັດແຜນການປະຈໍາການ, ເພີ່ມທະວີການເວນຍາມໃຫ້ເປັນຢ່າງດີ, ປະສານສົມທົບກັນລະຫວ່າງບັນດາກຳລັງ; ຮັບປະກັນການຄຸ້ມຄອງອາວຸດຍຸດໂທປະກອນໃຫ້ປອດໄພ; ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບໃຫ້ແກ່ກຳລັງປະຕິບັດໜ້າທີ່.

ໂດຍ: ໄຊຊະນະ