ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ເຮັດວຽກກັບພະແນກການເມືອງ ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ
ກປ.ອອນໄລ - ຕອນເຊົ້າວັນທີ 12 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ລາຮາວານ (ກູບາ), ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ນຳໂດຍທ່ານພົນຈັດຕະວາ ດວ່ານຊວນໂບ້, ເລຂາພັກ, ຫົວໜ້າບັນນາທິການ ໄດ້ມີການເຮັດວຽກກັບພະແນກການເມືອງ ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ເນື່ອງໃນໂອກາດໄປປະຕິບັດງານ ຢູ່ກູບາ.
ຊົມເຊີຍຄະນະປະຕິບັດງານມາຢ້ຽມຢາມ ແລະເຮັດວຽກ ຢູ່ກູບາ, ທ່ານພົນຈັດຕະວາ Marcelo Perez, ຮອງຫົວໜ້າພະແນກການເມືອງກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ເນັ້ນໜັກວ່າ: ນໍ້າໃຈມິດຕະພາບສັດຊື່ບໍລິສຸດ ແລະຄວາມສາມັກຄີແບບຍືນຍົງລະຫວ່າງ ກູບາ ແລະຫວຽດນາມ ຍາມໃດກໍ່ໄດ້ຮັບການເພີ່ມພູນຄູນສ້າງ, ປັບປຸງຢ່າງບໍ່ຢຸດຢັ້ງຈາກພັກ, ລັດ ແລະປະຊາຊົນສອງປະເທດ ແລະພັດທະນາອັນດີງາມໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຄວາມກ້າວໜ້າໃນໂລກ.
    |
 |
ທ່ານພົນຈັດຕະວາ Marcelo Perez (ຢູ່ກາງ) ແລກປ່ຽນກັບຄະນະປະຕິບັດງານ. ພາບ: qdnd.vn |
ທ່ານພົນຈັດຕະວາ Marcelo Perez ຫວັງວ່າ ນີ້ຈະແມ່ນໂອກາດທີ່ດີເພື່ອໃຫ້ຄະນະຜູ້ແທນມີຄວາມເຂົ້າໃຈຕື່ມກ່ຽວກັບປະເທດ ແລະປະຊາຊົນກູບາ ເວົ້າລວມ ແລະກອງທັບກູບາ ເວົ້າສະເພາະ; ພ້ອມທັງຄົ້ນຄວ້າ, ແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນການເຮັດຂ່າວລະຫວ່າງສອງຝ່າຍ. ທ່ານພົນຈັດຕະວາ Marcelo Perez ອວຍພອນໃຫ້ຄະນະປະຕິບັດງານບັນລຸໝາກຜົນສູງ, ມີຄວາມປະທັບໃຈ, ອານຸສອນອັນດີງາມຫຼາຍຢ່າງໃນໄລຍະປະຕິບັດງານ ຢູ່ກູບາ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ແບ່ງປັນວ່າ: ເມື່ອໄປຮອດປະເທດກູບາທີ່ສວຍງາມ, ຄະນະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ຈິງໃຈ.
    |
 |
ທ່ານພົນຈັດຕະວາ ດວ່ານຊວນໂບ້ ພ້ອມດ້ວຍຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ການເຮັດວຽກ. ພາບ: qdnd.vn |
ທ່ານພົນຈັດຕະວາ ດວ່ານຊວນໂບ້ ຢືນຢັນວ່າ ໃນຕະຫຼອດໄລຍະ 65 ປີຜ່ານມາ, ສາຍພົວພັນແບບພິເສດຫວຽດນາມ-ກູບາ ໂດຍປະທານ ໂຮ່ຈີມິນ ແລະປະທານ Fidel Castro ເປັນຜູ້ກໍ່ຕ້ັງ, ທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງ ແລະຍາມໃດກໍ່ໄດຮັບຄວາມເຄົາລົບນັບຖື, ເພີ່ມພູນຄູນສ້າງ, ພັດທະນາໂດຍການນໍາລຸ້ນຕ່າງໆຈຂອງພັກ, ລັດ, ປະຊາຊົນ ແລະກອງທັບຂອງປະເທດ ແລະກາຍເປັນສາຍພົວພັນທີ່ມີລັກສະນະສັນຍາລັກຂອງຍຸກສະໂໝ.
    |
 |
ທ່ານພົນຈັດຕະວາ ດວ່ານຊວນໂບ້ ມອບຂອງຂວັນໃຫ້ແກ່ຫ້ອງກການເມືອງ ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ພາບ: qdnd.vn |
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ທີ່ການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການພັດທະນາດ້ານສື່ມວນຊົນຂອງສອງປະເທດ, ສອງກອງທັບ; ແລກປ່ຽນກ່ຽວກັບໜ້າທີ່ວຽກງານ ກໍຄືສິ່ງທ້າທາຍ ແລະວິທີການຮັບມືຂອງບັນດາອົງການສື່ມວນຊົນປະຕິວັດໃນຍຸກໃໝ່.
ໂດຍ: ທູຈາງ