ຢຶດໝັ້ນປະຕິບັດເປົ້າໝາຍຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ
ຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ກັບກະຊວງ, ຂະແໜງການຈຳນວນໜຶ່ງ ເພື່ອສືບຕໍ່ຫັນມະຕິກອງປະຊຸມປະຈຳເດືອນສິງຫາ 2025 ຂອງລັດຖະບານ ກ່ຽວກັບວຽກງານຊີ້ນຳ, ບໍລິຫານເສດຖະກິດໃຫ້ມີເນື້ອແທ້.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: vovworld.vn |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຊີ້ແຈ້ງເປົ້າໝາຍລວມໃນໄລຍະຈະມາເຖິງຍັງແມ່ນຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຕາມເປົ້າໝາຍທີ່ໄດ້ວາງອອກ, ຊຸກຍູ້ລະດັບເຕີບໂຕແຕ່ 8,3-8,5% ໃນປີ 2025, ຮັບປະກັບບັນດາຄວາມດຸນດ່ຽງໃຫຍ່, ມີສະຖຽນລະພາບ ເພື່ອພັດທະນາ, ພັດທະນາເພື່ອມີສະຖຽນລະພາບ, ພັດທະນາໄວແຕ່ຕ້ອງຍືນຍົງ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ. ທ່ານນັ້ນໜັກວ່າ ຕ້ອງກຳນົດແຈ້ງຈຸດໜັກ, ຈຸດສຸມ, ບຸລິມະສິດ, ມີແຜນການໃຫ້ເໝາະສົມ, ແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາກະຊວງ, ຂະແໜງການ, ອົງການໃນລະບົບການເມືອງ, ລະຫວ່າງສູນກາງ ແລະ ທ້ອງຖິ່ນ.
ແຫຼ່ງຄັດຈາກ: vovworld.vn