ທີ່ການເຮັດວຽກ, ສະຫາຍ Ricardo Ronquillo Bello ປະທານສະມາຄົມນັກຂ່າວກູບາ ໄດ້ແນະນຳພາລະບົດບາດ, ໜ້າທີ່ ແລະໂຄງປະກອບການຈັດຕັ້ງຂອງສະມາຄົມ. ສະຫາຍ Ricardo Ronquillo Bello  ຢືນຢັນວ່າ ບັນດາອົງການສື່ມວນຊົນຂອງກູບາ ຍາມໃດກໍ່ເອົາໃຈໃສ່ເຖິງການໂຄສະນາ, ເຜີຍແຜ່ກ່ຽວກັບປະເທດ, ຊາວຫວຽດນາມ ແລະນໍ້າໃຈມິດຕະພາບອ້າຍນ້ອງລະຫວ່າງ ກູບາ - ຫວຽດນາມ ເວົ້າລວມ ແລະການພົວພັນດ້ານປ້ອງກັນຊາດສອງຝ່າຍຢ່າງແທດຈິງ ແລະມີປະສິດທິຜົນເວົ້າສະເພາະ.

leftcenterrightdel
ສະຫາຍພົນຈັດຕະວາ ດວ່ານຊວນໂບ້ ແລກປ່ຽນກັບສະຫາຍ Ricardo Ronquillo Bello ປະທານສະມາຄົມນັກຂ່າວກູບາ. ພາບ: qdnd.vn

ຕາງໜ້າຄະນະປະຕິບັດງານ, ສະຫາຍພົນຈັດຕະວາ ດວ່ານຊວນໂບ້ ໄດ້ແນະນໍາໂດຍສັງເຂບວິວັດການສ້າງຕັ້ງ, ພັດທະນາຂອງໜັງສືພິມກອງທັບປະຊາຊົນ, ກໍ່ຄືພາລະບົດບາດ, ໜ້າທີ່ ແລະຜົນງານຂອງໜັງສືພິມກອງທັບປະຊາຊົນໃນໄລຍະມໍ່ໆມານີ້. ໃນຊຸມປີຜ່ານມາ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການໂຄສະນາການພົວພັນຕ່າງປະເທດ, ການທູດປ້ອງກັນຊາດ, ໃນນັ້ນມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງຫວຽດນາມ ແລະ ກູບາ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ.

leftcenterrightdel
ສະຫາຍພົນຈັດຕະວາ ດວ່ານຊວນໂບ້ ແລະສະຫາຍ Ricardo Ronquillo Bello. ພາບ: qdnd.vn

ໃນບັນຍາກາດທີ່ຈິງໃຈ ແລະເປີດອົກເປີດໃຈ, ສອງຝ່າຍໄດ້ເຫັນດີເປັນເອກະສັນຕີລາຄາວ່າ, ແຕ່ລະອົງການສື່ມວນຊົນລ້ວນແຕ່ຕ້ອງອຸທິດສ່ວນເພື່ອພາລະກິດການປະຕິວັດຂອງປະເທດ, ເພື່ອຄວາມກ້າວໜ້າຂອງສັງຄົມ. ສອງຝ່າຍຍັງໄດ້ແບ່ງປັນວິທີການບໍາລຸງສ້າງ, ຍົກສູງວິຊາການໃຫ້ແກ່ຖັນແຖວນັກຂ່າວ ແລະນັກບັນນາທິການໃນສະພາບການພັດທະນາຂອງສັງຄົມຂໍ້ມູນຂ່າວສານ, ວິວັດການຫັນເປັນດີຈີຕອນສື່ມວນຊົນຂອງສອງປະເທດ; ທັກສະແກ້ໄຂຂໍ້ມູນທີ່ບໍ່ຖືກຕ້ອງ, ຜິດພາດ, ເສກສັນປັ້ນແຕ່ງເພື່ອແນໃສ່ປົກປ້ອງອະທິປະໄຕທາງເຄືອຂ່າຍອິນເຕີແນດ.

ສະຫາຍພົນຈັດຕະວາ ດວ່ານຊວນໂບ້ ຢືນຢັນວ່າ ໜັງສືພິມກອງທັບປະຊາຊົນ ມີທ່າແຮງ ແລະພ້ອມແລ້ວທີ່ຈະແລກປ່ຽນ, ແບ່ງປັນບົດຮຽນປະສົບການກັບນັກຂ່າວກູບາ ກ່ຽວກັບວຽກງານໂຄສະນາປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ຕ້ານບັນດາທັດສະນະທີ່ຜິດພາດ, ປໍລະປັກໃນສະພາບການໃໝ່, ເປັນຕົ້ນແມ່ນທາງເຄືອຂ່າຍສັງຄົມ ແລະພື້ນຖານດີຈີຕອນ.

leftcenterrightdel
ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນ ວາງພວງມາລາທີ່ອະນຸສາວະລີປະທານໂຮ່ຈິມິນ. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນ ພ້ອມດ້ວຍພວກນ້ອງເວົາວະຊົນ ທີ່ອະນຸສາວະລີປະທານໂຮ່ຈິມິນ. ພາບ: qdnd.vn

* ກ່ອນໜ້ານັ້ນ, ຕອນບ່າຍຂອງວັນດຽວກັນ, ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນ ໄດ້ມາຢ້ຽມຢາມ ແລະວາງພວງມາລາທີ່ອະນຸສາວະລີປະທານໂຮ່ຈິມິນ ຢູ່ໃນບໍລິເວນສວນສາທາລະນະທີ່ມີຊື່ເພິ່ນ ຢູ່ນະຄອນຫຼວງ  La Habana.

ໂດຍ: ທູຈາງ