ຝລັ່ງ ມີນາຍົກລັດຖະມົນຕີ ຄົນໃໝ່
ວັນທີ 9 ກັນຍາ, ທ່ານ Emmamnuel Macron ປະທານາທິບໍດີຝລັ່ງ ໄດ້ແຕ່ງຕັ້ງທ່ານ Sebastien Lecornu ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນນາຍົກລັດຖະມົນຕີຄົນໃໝ່ ຂອງປະເທດນີ້, ໃນສະພາບວິກິດການດ້ານການເມືອງ ພວມນັບມື້ນັບຮ້າຍແຮງຢູ່ພື້ນຖານເສດຖະກິດ ໃຫຍ່ອັນດັບທີ 2 ຢູ່ ເອີຣົບ ນີ້.
    |
 |
ນາຍົກລັດຖະມົນຕີ ຄົນໃໝ່. ພາບ: Reuters |
ເປັນອັນວ່າ, ທ່ານ Sebastien Lecornu, ອາຍຸ 39 ປີ, ໄດ້ກາຍເປັນນາຍົກລັດຖະມົນຕີ ຜູ້ທີ 7 ພາຍໃຕ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Emmanuel Macron ແລະເປັນນາຍົກລັດຖະມົນຕີຜູ້ທີ 5 ນັບແຕ່ເມື່ອທ່ານ Macron ເລີ່ມດຳເນີນອາຍຸການປະທານາທິບໍດີ ເທື່ອທີ 2.
ໂດຍເກີດປີ 1986, ທ່ານ Lecornu ແມ່ນນັກການເມືອງໜຸ່ມ ດ້ວຍປະສົບການດ້ານການເມືອງຫຼາຍພໍສົມຄວນ; ທ່ານ ໄດ້ຮັບດຳລົງຕຳແໜ່ງເປັນເຈົ້າຄອງນະຄອນ ເມື່ອອາຍຸຫາກໍ່ 28 ປີ, ຫຼັງຈາກນັ້ນ ກໍຮັບດຳລົງຕຳແໜ່ງເປັນປະທານສະພາແຂວງ Eure ເມື່ອອາຍຸ 29 ປີ ແລະ ກາຍເປັນລັດຖະມົນຕີ ເມື່ອອາຍຸ 31 ປີ.
ທ່ານ ປະທານາທິບໍດີຝລັ່ງ ໄດ້ມອບໝາຍໜ້າທີ່ໃຫ້ນາຍົກລັດຖະມົນຕີ ຄົນໃໝ່ ພົບປະກັບບັນດາພັກການເມືອງ ແລະສ້າງຕັ້ງລັດຖະບານໃໝ່ໃນຊຸມວັນຈະມາເຖິງ.
ແຫຼ່ງຄັດຈາກ: vovworld.vn