ທ່ານພົນເອກ ຟານວັນຢາງ ແລະລັດຖະມົນຕີກະຊວງປ້ອງກັນປະເທດຕວກກີ ພົບປະສອງຝ່າຍ
ກປ.ອອນໄລ - ຕອນເຊົ້າວັນທີ 11 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານພິທີຕ້ອນຮັບທ່ານ Yasar Guler ລັດຖະມົນຕີກະຊວງປ້ອງກັນປະເທດ ຕວກກີ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ແລະທ່ານ Yasar Guler ໄດ້ດໍາເນີນການພົບປະສອງຝ່າຍ.
    |
 |
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ການຢ້ຽມຢາມຂອງທ່ານ Yasar Guler ມີຄວາມໝາຍອັນສໍາຄັນ, ເປັນບາດກ້າວຜັນຂະຫຍາຍຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ທີ່ການນໍາຂັ້ນສູງສອງປະເທດ ໄດ້ເຫັນດີເປັນເອກະພາບໃນຖະແຫຼງການຮ່ວມຫວຽດນາມ - ຕວກກີ ເນື່ອງໃນໂອກາດການຢ້ຽມຢາມ ຕວກກີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນເດືອນ ພະຈິກ 2023 ຢ່າງຕັ້ງໜ້າ ແລະມີປະສິດທິຜົນ.
    |
 |
ທ່ານລັດຖະມົນຕີ Yasar Guler ກ່າວຄຳເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນໄລຍະຜ່ານມາ ການຮ່ວມມືດ້ານປ້ອງກັນຊາດໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ, ກະຊວງປ້ອງກັນປະເທດສອງປະເທດ ໄດ້ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບກັນຢ່າງມີປະສິດທິຜົນ ແລະບັນລຸໄດ້ໝາກຜົນທີ່ຕັ້ງໜ້າ, ພົ້ນເດັ່ນຫຼາຍຢ່າງໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ການບໍາລຸງກໍ່ສ້າງ; ອຸດສາຫະກໍາປ້ອງກັນຊາດ ແລະການຄ້າທາງດ້ານການທະຫານ; ການຮັກສາສັນຕິພາບສະຫະປະຊາຊາດ; ການຮ່ວມມືໃນຂອບເຂດຫຼາຍຝ່າຍ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ບົນພື້ນຖານຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນເດືອນກໍລະກົດ 2025, ສອງລັດຖະມົນຕີ ໄດ້ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍຢ່າງມີປະສິດທິຜົນຫຼາຍເນື້ອໃນ ຄື: ສືບຕໍ່ຮັກສາ ແລະຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເພີ່ມທະວີການຮ່ວມມືກ່ຽວກັບການບໍາລຸງກໍ່ສ້າງ, ອຸດສາຫະກໍາປ້ອງກັນຊາດ, ການຮັກສາສັນຕິພາບສະຫະປະຊາຊາດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະສາກົນ; ຄົ້ນຄວ້າຊຸກຍູ້ການຮ່ວມມື, ແລກປ່ຽນປະສົບການໃນຂົງເຂດອື່ນໆ ຄື: ທະຫານເຮືອ, ທະຫານອາກາດ, ຄວາມໝັ້ນຄົງທາງໄຊເບີ, ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ຊ່າງແສງ, ການເກັບກູ້ລະເບີດບໍ່ທັນແຕກ.
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານລັດຖະມົນຕີ Yasar Guler ມອບຂອງຂວັນທີ່ລະນຶກ. ພາບ: qdnd.vn |
ສ່ວນທ່ານ Yasar Guler ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ; ພ້ອມທັງຕີລາຄາສູງຄວາມຕັ້ງໜ້າຂອງສອງຝ່າຍໃນຂົງເຂດບໍາລຸງກໍ່ສ້າງ. ທ່ານລັດຖະມົນຕີ Yasar Guler ໃຫ້ຮູ້ວ່າ, ເປັນຄັ້ງທຳອິດໃນປະຫວັດສາດ, ກະຊວງປ້ອງກັນປະເທດຕວກກີ ໄດ້ສົ່ງນາຍທະຫານເສນາ ໄປບໍາລຸງສ້າງຢູ່ວິທະຍາຄານປ້ອງກັນຊາດຫວຽດນາມ ແລະຈະສືບຕໍ່ສົ່ງນາຍທະຫານໄປຮຽນພາສາຫວຽດນາມ ຢູ່ວິທະຍາຄານວິທະຍາສາດການທະຫານ. ກະຊວງປ້ອງກັນປະເທດຕວກກີ ກໍ່ພ້ອມແລ້ວທີ່ຈະຮັບນັກສໍາມະນາກອນ, ນາຍທະຫານຫວຽດນາມ ເຂົ້າຮ່ວມບັນດາຊຸດບໍາລຸງສ້າງຢູ່ ຕວກກີ. ທ່ານ Yasar Guler ຕີລາຄາສູງຄວາມຕັ້ງໜ້າຂອງສອງຝ່າຍໃນການຊຸກຍູ້ການຜັນຂະຫຍາຍອົງການທີ່ປືກສາທູດປ້ອງກັນຊາດ ປະຈໍາຢູ່ແຕ່ລະປະເທດ.
ໂດຍ: ຈາງຫງວຽນ