ພົນເອກ ຟານວັນຢາງ ລົງກວດກາເຂດວາງສະແດງຂອງກະຊວງປ້ອງກັນປະເທດ ຢູ່ງານວາງສະແດງຜົນງານຂອງປະເທດ
ກປ.ອອນໄລ - ຕອນບ່າຍວັນທີ 12 ກັນຍາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ ນໍາໂດຍທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງກວດກາເຂດວາງສະແດງຂອງກະຊວງ ປ້ອງກັນປະເທດ ຢູ່ງານວາງສະແດງຜົນງານຂອງປະເທດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”.
    |
 |
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຜູ້ແທນ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ກວດກາເຂດວາງສະແດງພາຍໃນຂອງກະຊວງປ້ອງກັນປະເທດ. ພາບ: qdnd.vn |
ທີ່ສູນງານຕະຫຼາດນັດວາງສະແດງແຫ່ງຊາດ (ຮ່າໂນ້ຍ), ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງກວດກາເຂດວາງສະແດງໃນຮົ່ມ ແລະກາງແຈ້ງຂອງກະຊວງປ້ອງກັນປະເທດ; ລະດົມກຳລັງໃຈກໍາລັງປະຕິບັດໜ້າທີ່ ແລະປະຊາຊົນທີ່ມາຢ້ຽມຊົມງານວາງສະແດງ.
    |
 |
ທ່ານພົນເອກ ຟານວັນຢາງ ກວດກາເຂດວາງສະແດງກາງແຈ້ງຂອງກະຊວງປ້ອງກັນປະເທດ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ກວດກາເຂດວາງສະແດງລະບົບລູກສອນໄຟປ້ອງກັນອາກາດ S-125-VT. ພາບ: qdnd.vn |
    |
 |
ປະຊາຊົນເປັນຈຳນວນຫຼວງຫຼາຍ ຕ້ອນຮັບທ່ານພົນເອກ ຟານວັນຢາງ ຢ່າງອົບອຸ່ນ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ມອບນ້ຳ, ນ້ຳນົມ, ອາຫານແຫ້ງໃຫ້ແກ່ປະຊາຊົນຢູ່ງານວາງສະແດງ. ພາບ: qdnd.vn |
ພາຍຫຼັງລົງກວດກາ, ສະຫຼຸບການກວດກາ, ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງບັນດາຜົນງານ, ອາວຸດຍຸດໂທປະກອນ ແລະເຕັກໂນໂລຢີທັນສະໄໝໂດຍຫວຽດນາມ ຜະລິດທີ່ໄດ້ນໍາມາວາງສະແດງຢູ່ງານວາງສະແດງຜົນງານຂອງປະເທດ, ພ້ອມທັງສະແດງຄວາມປິຕິຊົມຊື່ນເມື່ອເຫັນປະຈັກຕາປະຊາຊົນມາຢ້ຽມຊົມງານວາງສະແດງເປັນຈໍານວນຫຼວງຫຼາຍ; ບັນດາຄະນະຜູ້ແທນສາກົນກໍ່ມີຄວາມສົນໃຈທີ່ສຸດ ແລະຕີລາຄາສູງເຂດວາງສະແດງຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ງານວາງສະແດງ.
    |
 |
ທ່ານພົນໂທ ຟານວັນຢາງ ກ່າວຄໍາເຫັນສະຫຼຸບການກວດກາ. ພາບ: qdnd.vn |
ໂດຍຖືວ່າ, ການພັດທະນາຂະແໜງອຸດສາຫະກໍາປ້ອງກັນຊາດຫວຽດນາມ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມກະຕືລືລົ້ນ, ແມ່ນການອຸທິດສ່ວນທີ່ໄດ້ຮັບການຮັບຮູ້ຈາກພັກ, ລັດ ແລະປະຊາຊົນ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ກໍານົດເພີ່ມທະວີ, ປັບປຸງການປ້ອງກັນຊາດ, ກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ ດ້ວຍເປົ້າໝາຍຮັກສາສັນຕິພາບ ແລະປົກປັກຮັກສາປະເທດຊາດ.
ໃນຊຸມມື້ທີ່ຍັງເຫຼືອຂອງງານວາງສະແດງຜົນງານຂອງປະເທດ, ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ບັນດາກຳລັງຈະສືບຕໍ່ເພີ່ມທະວີຈິດໃຈຄວາມຮັບຜິດຊອບ, ປະຕິບັດໜ້າທີ່ວຽກງານປະຈໍາການ, ພະລາທິການ-ເຕັກນິກ. ເກັບຮັກສາອາວຸດຍຸດໂທປະກອນ ເປັນຢ່າງດີ, ພ້ອມທັງຮັບໃຫ້ປະຊາຊົນດີທີ່ສຸດ.
ໂດຍ: ທູຈາງ