* ທີ່ການພົບປະກັບທ່ານ Adly Zahari ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສະເໜີສອງຝ່າຍຊຸກຍູ້ການຮ່ວມມືສອງຝ່າຍ; ເພີ່ມທະວີການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ພົບປະແລກປ່ຽນນາຍທະຫານໜຸ່ມ; ຫວັງວ່າ ມາເລເຊຍ ຈະສະໜັບສະໜູນການລົງນາມບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານສອງປະເທດກ່ຽວກັບການຮ່ວມມືປະຕິບັດກົດໝາຍ ແລະຊອກຫາກູ້ໄພຢູ່ທະເລ; ລົງນາມຂໍ້ຕົກລົງສ້າງຕັ້ງກົນໄກລາດຕະເວນຮ່ວມຢູ່ທະເລ ແລະຊ່ອງທາງສື່ສານລະຫວ່າງທະຫານເຮືອສອງປະເທດໂດຍໄວ; ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ປະຕິບັດກົດໝາຍ, ຊ່ວຍເຫຼືອກຳປັ່ນຫາປາ ແລະຊາວປະມົງຂອງກັນທີ່ປະສົບໄພຢູ່ທະເລ, ກໍຄື ປະພຶດແບບມະນຸດສະທໍາຕໍ່ກຳປັ່ນຫາປາ ແລະຊາວປະມົງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະສອງຝ່າຍກັບ ທ່ານ Adly Zahari ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ. ພາບ: qdnd.vn

ທ່ານ Adly Zahari ປາດຖະໜາຢາກຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ ແລະເລິກເຊິ່ງກວ້າງຂວາງກວ່າອີກໃນຫຼາຍຂົງເຂດເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ປະກອບສ່ວນສຳຄັນເພື່ອໃຫ້ມາເລເຊຍ ບັນລຸໄດ້ບັນດາຄາດໝາຍໃນປີທີ່ເປັນປະທານອາຊຽນ 2025.

* ທີ່ການພົບປະກັບທ່ານ Zaqy Mohamad ຮອງລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ, ສອງຝ່າຍໄດ້ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດທີ່ໄວ້ເນື້ອເຊື່ອໃຈ, ແທດຈິງ ແລະມີປະສິດທິຜົນລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ໃນໄລຍະຜ່ານມາ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ສິງກະໂປ ຈະຮັບເອົານາຍທະຫານຂອງກອງບັນຊາການ 86 ຂອງຫວຽດນາມ ໄປເຮັດວຽກຢູ່ສູນຂໍ້ມູນ ແລະຄວາມໝັ້ນຄົງທາງໄຊເບີ ADMM ຂອງສິງກະໂປ, ພ້ອມທັງໃຫ້ຮູ້ວ່າ ສອງຝ່າຍພວມຊຸກຍູ້ການຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ ຄັ້ງທີ 16 ຢູ່ນະຄອນດ່ານັ້ງ, ຫວຽດນາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະສອງຝ່າຍກັບທ່ານ Zaqy Mohamad ຮອງລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ. ພາບ: qdnd.vn

ສ່ວນທ່ານ Zaqy Mohamad ຢືນຢັນວ່າ ສິງກະໂປ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ, ໃນນັ້ນມີການຮັບມືກັບອຸບັດຕິເຫດ, ໄພທຳມະຊາດ ແລະຊອກຫາກູ້ໄພ.

* ທີ່ການພົບປະກັບທ່ານ Musa Heybet ຮອງລັດຖະມົນຕີກະຊວງປ້ອງກັນປະເທດຕວກກີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີສອງກະຊວງປ້ອງກັນປະເທດ ສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ, ຕັ້ງໜ້າສະໜັບສະໜູນ, ສົມທົບກັນເຂົ້າຮ່ວມບັນດາງານວາງສະແດງກ່ຽວກັບອຸດສາຫະກຳປ້ອງກັນຊາດຂອງແຕ່ລະຝ່າຍ; ຄົ້ນຄວ້າສ້າງຕັ້ງກົນໄກປຶກສາຫາລື. ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບວິສາຫະກິດຕວກກີ ມາຫວຽດນາມ ເພື່ອແນະນຳບັນດາຜະລິດຕະພັນ ແລະຊອກຫາກາລະໂອກາດຮ່ວມມື; ຊົມເຊີຍວິສາຫະກິດປ້ອງກັນຊາດ ຕວກກີ ເຂົ້າຮ່ວມວາງສະແດງທີ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3 ເຊິ່ງຄາດວ່າ ຈະຈັດຕັ້ງໃນທ້າຍປີ 2026; ສອງຝ່າຍຄົ້ນຄວ້າຄວາມເປັນໄປໄດ້ໃນການຮ່ວມມື, ແລກປ່ຽນປະສົບການໃນຂົງເຂດຕ່າງໆ ຄື: ການຮັກສາສັນຕິພາບຂອງສະຫະປະຊາຊາດ, ທະຫານເຮືອ, ທະຫານອາກາດ, ຄວາມໝັ້ນຄົງທາງໄຊເບີ, ຮັບມືກັບສິ່ງທ້າ ທາຍແບບໃໝ່, ຊ່າງແສງ, ການເກັບກູ້ລະເບີດບໍ່ທັນແຕກ; ຕັ້ງໜ້າສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາກົນໄກ ແລະເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນລວມຂອງພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Musa Heybet ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕວກກີ. ພາບ: qdnd.vn

* ຕ້ອນຮັບທ່ານ Paul Chang, ຜູ້ອຳນວຍການໃຫຍ່ບໍລິສັດ Vitzrocell (ສ.ເກົາຫຼີ), ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີ Vitzrocell ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ເພື່ອຄົ້ນຄວ້າ, ເປີດກວ້າງການຮ່ວມມືໄປສູ່ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.

leftcenterrightdel
ທ່ານ Paul Chang, ຜູ້ອຳນວຍການໃຫຍ່ບໍລິສັດ Vitzrocell (ສ.ເກົາຫຼີ) ຫວັງວ່າ ກະຊວງປ້ອງກັນປະເທດຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ພາບ: qdnd.vn

* ຢ້ຽມຢາມກຸ່ມບໍລິສັດ Hanwha, ສ.ເກົາຫຼີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີ Hanwha ພ້ອມກັບກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະ Viettel ຂອງຫວຽດນາມ ສືບຕໍ່ແລກປ່ຽນ, ຊຸກຍູ້ການຮ່ວມມື.

ໂດຍ: ໄຊຊະນະ