leftcenterrightdel
ທ່ານພົນໂທ ເລຮຸຍວີ້ງ ກ່າວຄຳເຫັນທີ່ການກວດກາ. ພາບ: ລາຢຸຍ

ກ່າວຄຳເຫັນທີ່ການກວດກາ,  ທ່ານພົນໂທ ເລຮຸຍວີ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາ 3488,  ຫົວໜ້າຄະນະກວດກາ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນ ແລະບັນດາໝາກຜົນທີ່ພົ້ນເດັ່ນກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນຂອງກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ໃນໄລຍະຜ່ານມາ.

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ສຸມໃສ່ປັບປຸງ, ຍົກສູງຄຸນລັກສະນະຂອງອາວຸດຍຸດໂທປະກອນ, ຄົ້ນຄວ້າ, ຜະລິດອາວຸດໃໝ່ທຽບເທົ່າກັບໂລກ. ສູ້ຊົນສ້າງຜະລິດຕະພັນທີ່ສົມບູນ ແທນທີ່ຈະຄົ້ນຄວ້າແຕ່ລະເຕັກໂນໂລຢີຍ່ອຍ; ໃນຜະລິດຕະພັນຕ້ອງສະສົມຫຼາຍເຕັກໂນໂລຢີເປັນເຈົ້າຂອງ, ເຕັກໂນໂລຢີໃດໆຍັງບໍ່ທັນເປັນເຈົ້າຂອງໄດ້ຕ້ອງຮ່ວມມືເພື່ອຄົ້ນຄວ້າເປັນເຈົ້າຂອງ. ຄຽງຂ້າງນັ້ນ, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ຕ້ອງກຳນົດຂົງເຂດປາຍແຫຼມ, ທ່າແຮງເພື່ອສຸມໃສ່ພັດທະນາ...

ທ່ານພົນໂທ ເລຮຸຍວີ້ງ ໃສ່ໃຈວ່າ ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ຄວນມີຍຸດທະສາດພັດທະນາຊັບພະຍາກອນມະນຸດຈາກລະບອບເກື້ອກູນເຖິງບັນຫາບໍາລຸງສ້າງ; ພິເສດແມ່ນຕ້ອງມີການກະກຽມແຫຼ່ງຊັບພະຍາກອນມະນຸດແຕ່ຫົວທີ່.

ໂດຍ: ເຈິ່ນຮວ່ຽນ