ຄວາມມານະພະຍາຍາມກໍ່ສ້າງເຮືອນຢູ່ຊ່ວຍເຫຼືອປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມແຂວງ ເຊີນລາ
ກປ.ອອນໄລ - ພາຍຫຼັງປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມເປັນເວລາ 1 ເດືອນ, ກອງພົນ 316 (ທະຫານເຂດ 2) ໄດ້ ແລະພວມກໍ່ສ້າງເຮືອນ ຈຳນວນ 125 ຫຼັງ (ໃນນັ້ນມີເຮືອນກໍ່ສ້າງ 51 ຫຼັງ, ເຮືອນຮ້ານ 44 ຫຼັງ, ເຮືອນປະກອບຕິດຕັ້ງ 30 ຫຼັງ) ໃນ 4 ຕາແສງ, ຄື: ຈ່ຽງເຊີ, ຫວຍເໝົດ, ເມື່ອງເລິ່ມ, ບໍຊີງ (ເຊີນລາ).